ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ອາດຈະໃຊ້ກຳລັງ ໂຈມຕີອີຣ່ານ ຖ້າອີຣ່ານ ສ້າງອາວຸດນິວເຄລຍ (​ເບິ່ງ​ວີ​ດີ​ໂອ)


(ຮູບຊ້າຍ) ປະທານາທິບໍດີ ໂອບາມາ ຖະແຫຼງໃນລະຫວ່າງການໂຄສະນາຫາສຽງ ເພື່ອຊອກຫາເງິນທຶນສຳຫຼັບ ການເລືອກຕັ້ງ ທີ່ນະຄອນນິວຢອກ ເມື່ອວັນທີ 1 ມີນາ 2012. (ຮູບຂວາ) ນາຍົກລັດຖະມົນຕີການາດາ ທ່ານ Stephen Harper (ຂວາ) ຈັບມືກັບນາຍົກລັດຖະມົນຕີອິສຣາແອລທ່ານ Benjamin Netanyahu ທີ່ນະຄອ
(ຮູບຊ້າຍ) ປະທານາທິບໍດີ ໂອບາມາ ຖະແຫຼງໃນລະຫວ່າງການໂຄສະນາຫາສຽງ ເພື່ອຊອກຫາເງິນທຶນສຳຫຼັບ ການເລືອກຕັ້ງ ທີ່ນະຄອນນິວຢອກ ເມື່ອວັນທີ 1 ມີນາ 2012. (ຮູບຂວາ) ນາຍົກລັດຖະມົນຕີການາດາ ທ່ານ Stephen Harper (ຂວາ) ຈັບມືກັບນາຍົກລັດຖະມົນຕີອິສຣາແອລທ່ານ Benjamin Netanyahu ທີ່ນະຄອ

ປະທານາທິບໍດີ​ສະຫະ​ລັດ ​ທ່ານ​ບາ​ຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ມີ​ຄວາມ​ຈິງ​ຈັງກ່ຽວ​ກັບ​
ການໃຊ້ກໍາລັງ​ທະ​ຫານໂຈມ​ຕີ​ອີຣ່ານ ຖ້າ​ຫາກ​ວ່າກຸງ​ເຕ​ຫະຣານສ້າງ​ອາວຸດ​ນີວ​ເຄລຍ.

ຢູ່​ໃນ​ບົດ​ສໍາພາດທີ່​ເຜີຍແຜ່ໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ ໄດ້ກ່າວຕໍ່​ວາລະສານ At-
lantic ວ່າ “ຊ່ອງ​ທາງ​ທຸກ​ຢ່າງແມ່ນ​ຍັງ​ເປີດ​ກວ້າງ” ກ່ຽວ​ກັບອີຣານ ຊຶ່ງຮວມ​ທັງ​ການທີ່
ຈະ “ໃຊ້ກໍາລັງ​ທະຫານ.”

ການ​ໃຫ້​ທັດ​ນະ​ນະ​ດັ່ງກ່າວ ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ມີຂື້ນໃນ​ຂະນະ​ທີ່​ໂລກ​ພວມມີ​ຄວາມ
ວິຕົກກ່ຽວ​ກັບໂຄງການ​ສ້າງ​ນີວເຄລຍຂອງ​ອີຣ່ານ ​ແລະ​ຄວາມ​ເປັນ​ໄປ​ໄດ້​ທີ່ອາດ​ຈະ​ມີ
ການ​ໂຈມ​ຕີ​ຈາກອິສຣາ​ແອລ. ທ່ານ​ກ່າວ​ວ່າ ລັດຖະບານ​ອິສຣາ​ແອລຮັບ​ຮູ້​ໃນ​ຖານະທີ່​ເປັນ​ ​
ປະທານາທິບໍດີຂອງ​ສະຫະລັດ​ ທ່ານ​ຈະ​ເຮັດ​ແທ້​ ​ໃນສິ່ງ​ທີ່​ທ່ານ​ກ່າວອອກ​ໄປນັ້ນ ດັ່ງ​ທີ່​
ທ່ານເວົ້າວ່າ “ຂ້າພະ​ເຈົ້າ​ແມ່ນ​ກົງ​ໄປ​ກົງ​ມາ ບໍ່​ຂີ້​ຕົວະ.”

ໂອ​ກາດ​ທີ່​ຈະເກີດ​ສົງຄາມ​ລ​ະຫວ່າງ ອິສຣາ​ແອລກັບອີຣ່ານ​ ພ້ອມໆ​ກັບຜົນເກີດ​ຜົນສະ
ທ້ອນ​ຕໍ່ຂົງ​ເຂດ​ແລະ​ຕໍ່​ໂລກ ​ແມ່ນ​ຄວາມເປັນຫ່ວງ​ເປັນ​ໃຍທີ່​ສຳຄັນ​ຂອງປະທານາທິບໍ​ດີ
ໂອ​ບາ​ມາ. ທ່ານ​ຈະໄດ້​ເປັນ​ເຈົ້າພາບ ໃຫ້ການ​ຕ້ອນຮັບນາ​ຍົກ​ລັດຖະມົນ​ຕີອິສຣາ​ແອລ
ທ່ານ Benjamin Netanyahu ທີ່​ທໍານຽບຂາວໃນ​ວັນ​ຈັນ​ຈະ​ມານີ້.

ອີຣ່ານຊຶ່ງ​ກ່າວ​ອ້າງ​ວ່າ​ມີ​ຄວາມ​ກະຕືລື​ລົ້ນ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍໃນທາງ​ສັນຕິນັ້ນ​
ໄດ້ອອກ​ຖະ​ແຫລ​ງການຫລາຍໆ​ຄັ້ງ ທີ່​ໃຫ້​ຮ່ອງຮອຍວ່າ ຕົນ​ພ້ອມ​ແລ້ວ​ຈະ​ເປີດ​ການ
ເຈລະຈາ​ກັບນາໆ​ຊາດ ​ແຕ່​ວ່າ​ໄດ້​ວາ​ງເງື່ອນ​ໄຂ​ຈຳນວນ​ນຶ່ງ ​ໃນ​ການ​ເຈ​ລະ​ຈາດັ່ງກ່າວ.

ອິສຣາ​ແອລ ​ແລະ​ມະຫາ​ອໍານາດ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ຫາ​ອີຣ່ານວ່າ ພະຍາຍາມສ້າງອາ
ວຸດ​ນີວເຄ​ລຍ ​ໂດຍ​ໃຊ້ໂຄງການ​ພະລັງງານ​ນິວ​ເຄລຍ​ພົນລະ​ເຮືອນ​ເປັນ​ເຄື່ອງ​ປິດ​ບັງ​ແຕ່​
ເປັນ​ຂໍ້​ຫາ​ທີ່​ເຕຫະຣານໄດ້​ໃຫ້ການປະຕິ​ເສດ​ໄປ​ແລ້ວ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ມັນ​ຈະ​ເປັນ​ທີ່​ຮັບ​ເອົາບໍ່​ໄດ້ຕໍ່​ຫລາຍໆ​ປະ​ເທດຢູ່ໃນ​ຂົງ​ເຂດ ​ຖ້າ​
ຫາກ​ວ່າອີຣ່ານສາມາດມີ​ອາ​ວຸດ​ນີວ​ເຄລຍ ແລະ​ປະ​ເທດ​ເຫຼົ່ານັ້ນ​ບໍ່​ມີ. ທ່ານ​ກ່າວ​ຕື່ມ​ອີກ​
ວ່າ “ອີຣ່ານຊຶ່ງ​ເປັນ​ທີ່​ຮູ້ກັນ​ດີ​ວ່າ​ ໃຫ້ການສະໜັບສະໜຸນ​ກຸ່ມ​ກໍ່​ການ​ຮ້າຍຕ່າງໆ​ ​ເພາະ
ສະ​ນັ້ນ​ການ​ຂົ່ມຂູ່​ກ່ຽວ​ກັບ​ການ​ແຜ່ຜາຍ​ອາວຸດ​ນິວ​ເຄລຍຈຶ່ງ​ມີ​ຄວາມ​ຮ້າຍ​ແຮງ​ເພີ່ມ​ຂຶ້ນ.”

ທ່ານ​ກ່າວ​ວ່າ “ອັນຕະລາຍ ​ກ່ຽວ​ກັບ​ການມີ​ອາ​ວຸດ​ນີວເຄລຍຂອງ​ອີຣ່ານ ຊຶ່ງ​ຫຼັງຈາກ​
ນັ້ນຈະ​ນຳ​ໄປ​ສູ່​ການ​ແຂ່ງຂັນຂອງ​ປະ​ເທດ​ຕ່າງໆ​ເພື່ອ​ໃຫ້​ມີ​ອາວຸດ​ດັ່ງກ່າວ​ຢູ່ໃນ​ຕາ​ເວັນ
ອອກ​ກາງ​ນັ້ນເປັນ​ສິ່ງ​ທີ່​ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ອັນຕະລາຍຮ້າຍ​ແຮງ​ຕໍ່ໂລກ.”

ທ່ານ​ໂອ​ບາ​ມາ ກ່າວ​ຄຳ​ປາ​ໄສ​ຕໍ່​ຄະນະ​ກຳມະການ​ປະຊາສຳພັນ​ອາ​ເມຣິກັນ​ອິສຣາ​ແອ​ລ
ທີ່​ເອີ້ນຫຍໍ້​ວ່າ IAPAC ທີ່​ມີ​ອິດ​ທິພົນ​ນັ້ນ​ ໃນ​ວັນ​ອາທິດນີ້.

XS
SM
MD
LG