ຈີນປະກາດໃນວັນສຸກມື້ນີ້ວ່າ ຕົນຈະເລີ່ມທຳການສືບສວນກ່ຽວກັບນະໂຍບາຍພະລັງງານ
ທີ່ສາມາດໃຊ້ຄືນໃໝ່ໄດ້ຂອງສະຫະລັດແລະນະໂຍບາຍເຫຼົ່ານີ້ໄດ້ສ້າງຄວາມເສຍຫາຍໃຫ້
ແກ່ຜູ້ຜະລິດຕ່າງປະເທດຫຼືບໍ່.
ກະຊວງພານິດຂອງຈີນກ່າວວ່າ ຕົນຈະທຳການສືບສວນເບິ່ງວ່ານະໂຍບາຍຂອງສະຫະລັດ
ໃຫ້ການສະໜັບສະໜຸນແບບບໍ່ຖືກຕ້ອງ ແກ່ຜູ້ຜະລິດແຜ່ນຮັບແສງຕາເວັນ ກັງຫັນລົມແລະ ເທັກໂນໂລຈີອື່ນໆແລະປະກອບເປັນການຕັ້ງກຳແພງການຄ້າຫຼືບໍ່.
ການປະກາດທີ່ວ່ານີ້ ມີຂຶ້ນຫຼັງຈາກກະຊວງພານິດຂອງສະຫະລັດກ່າວໃນຕົ້ນເດືອນນີ້ວ່າ ຕົນຈະທຳການສືບສວນເບິ່ງວ່າຜູ້ຜະລິດແຜ່ນຮັບແສງຕາເວັນຊາວຈີນໄດ້ຮັບການໃຫ້ເງິນ ເກື້ອກູນແບບບໍ່ຖືກຕ້ອງຈາກລັດຖະບານຫຼືບໍ່.