ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍ້ຂັດແຍ້ງໃນເຂດທະເລຈີນໃຕ້ ບົດບັງ ການພົວພັນ ທາງທະຫານຂອງສະຫະລັດ ໃນຂົງເຂດ (ເບິ່ງວີດິໂອລາວ-ອັງກິດ)


ຂໍ້ຂັດແຍ້ງໃນເຂດທະເລຈີນໃຕ້ ບົດບັງ ການພົວພັນ ທາງທະຫານຂອງສະຫະລັດ ໃນຂົງເຂດ (ເບິ່ງວີດິໂອລາວ-ອັງກິດ)
ຂໍ້ຂັດແຍ້ງໃນເຂດທະເລຈີນໃຕ້ ບົດບັງ ການພົວພັນ ທາງທະຫານຂອງສະຫະລັດ ໃນຂົງເຂດ (ເບິ່ງວີດິໂອລາວ-ອັງກິດ)

ແຜນການຂອງສະຫະລັດ​ ທີ່​ຈະ​ສົ່ງ​ທະຫານເພີ່ມ​ຕື່ມ​ຈໍານວນ​ນຶ່ງ ໄປ​ຍັງ​ອອສ​ເຕຣ​ເລຍໃນ ຫລາຍປີ​ຕໍ່ໜ້າ​ນີ້ ​​​ແມ່ນ​ໄດ້​ຮັບ​ປະຕິກິລິຍາຕອບ​​ແບບ​ປະ​ປົນ​ກັນ​ ໃນລະຫວ່າງ​ພວກ​ຜູ້​ນໍາ​ຂອງ ຂົ​ງ​ເຂດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ເປັນຫ່ວງ​ ນໍາຄວາມອາດ​ເປັນ​ໄປ​ໄດ້​ທີ່​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ ​ໃນ​ການ​ປະ​ເຊີນ​ໜ້າກັນດ້ານ​ທະຫານ​ຢູ່​ໃນ​ຂົງ​ເຂດນັ້ນ. ​ແຕ່​ພວກ​ນັກ​ວິ​ເຄາະກ່າວ​ວ່າ ຂໍ້​ຂັດ​ແຍ້​ງ ກັນ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ​​ໃນ​ທະ​​ເລຈີນ​ໃຕ້​ ທີ່​ດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້​ ແມ່ນ​ເປັນເລື່ອງທີ່ ​ໜ້າເປັນຫ່ວງຫລາຍ​ກວ່າ​ອີກ. ດາຣາມີລາຍລະອຽດ ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

ຜູ້​ນໍາ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ຫລາຍ​ຄົນ​ ຍັງ​ລັງ​ເລ​ໃຈ​ທີ່​ຈະ​ອອກ​ມາສະ​ແດງ​
ການສະ​ໜັບສະ​ໜຸນ​ ຫລື​ຄັດຄ້ານ​ຕໍ່ຂໍ້​ຕົກລົງ​ກັນ​ລະຫວ່າງ​ອອສ​ເຕຣ​ເລຍ​ແລະ​ສະຫະລັດ
ທີ່​ຈະເອົາທະຫານສະຫະລັດ​ຈໍານວນ​ 2,500 ຄົນ ໄປ​ປະ​ຈໍາ​ການຢູ່ໃນ​ອອສ​ເຕຣ​ເລຍ​ ໃນ
ສອງ​ສາມ​ປີ​ຕໍ່ໜ້າ​ນີ້.

ແຕ່​ທ່ານ ຄາລ ​ເທ​ເອີ ນັກວິ​ເຄາະ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ປະຈໍາ​ມະຫາວິທະ
ຍາ​ໄລ New South Wales ກ່າວ​ເວລາ​ໃຫ້​ສໍາພາດ​ທາງສື່​ໂທລະພາບ​ທາງອິນ​ເທີ​ເນັດ
ຫລື Skype ວ່າ ​ໂດຍ​ສ່ວນ​ຕົວ​ແລ້ວ​ ພວກ​ຜູ້​ນໍາ​ສະມາຄົມ​ອາ​ຊ່ຽນ​ສ່ວນ​ຫລາຍຍິນ​ດີ​ນໍາ
ການ​ເຂົ້າມາ​ພົວພັນ​ດ້ານ​ທະຫານຂອງ​ສະຫະລັດ​ໃນ​ຂົງ​ເຂດ ​ເພື່ອ​ໃຫ້​ສົມ​ດຸນ​ກັບ​ການ​ຢືນ
ຢັດ​ເອົາ​ກໍາມະສິດຫລາຍ​ຂຶ້ນ​ນັບ​ມື້​ຂອງ​ຈີນ​ ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ. ທ່ານ ຄາລ ​ເທ​ເອີ
ກ່າວ​ວ່າ:

“ພວກ​ເຂົາ​ເຈົ້າກໍາລັງປັບປຸງ​ສະມັດຖະ​ພາບ​ຂອງ​ພວກ​ເຂົາ​ເຈົ້າຢ່າງ​ຊ້າໆ ​ແຕ່​ກໍ​
ຕ້ອງການ ພວກມະຫາ​ອໍານາດ​ ເພື່ອ​ສ້າງ​ຄວາມ​ສົມ​ດຸນ​ຊຶ່ງ​ກັນ​ແລະ​ກັນ ​ແລະ
ດັ່ງນັ້ນ ຂ້າພະ​ເຈົ້າ ຢາກ​ຈະເວົ້າວ່າ ການ​ມີໜ້າ​ຂອງ​ສະຫະລັດ ​ແມ່ນ​ເປັນ​ການ
ສະໜອງ ອອ໊ກຊີ​ເຈັນໃຫ້​ພວກ​ເຂົາ​ເຈົ້າ ໄດ້​ຫາຍໃຈ​ໂລ່ງ​ຂຶ້ນ ແລະ​ຫລີ້ນບົດບາດ
ໃນ​ສາຍ​ກາງ ເພາະຮູ້ຢູ່​ວ່າ​ຈີນ ຈະ​ຕ້ອງຄໍານຶງເຖິງ​ຂໍ້ທີ່​ວ່າ ສະຫະລັດ​ໄດ້​ເຂົ້າ​ໄປ​
ພົວພັນຢູ່ໃນ​ຂົງ​ເຂດ​ແລ້ວ​.”

ຈີນ​ເປັນ​ປະ​ເທດ​ນຶ່ງ​ໃນ​ຫົກ​ປະ​ເທດເອ​ເຊຍ ທີ່​ອ້າງ​ເອົາ​ກໍາມະສິດ​ທີ່​ຂັດ​ແຍ້​ງໃນດິນ​ແດນ
ໃນເຂດ​ທະ​ເລ​ຈີນ​ໃຕ້​ ຊຶ່ງ​ເປັນເຂດທີ່​ມີ​ຄວາມສໍາຄັນ​ທາງ​ດ້ານ​ຍຸ​ທະສາດ​ຕໍ່​ການ​ເດີນ​ເຮືອ
ຂອງໂລກ ​ແລະ​ກໍ​ເຊື່ອກັນ​ວ່າ ​ອຸດົມສົມບູນ​ໄປ​ດ້ວຍ​ນໍ້າມັນ​ແລະແກ​ທໍາ​ມະ​ຊາດ​ນັ້ນ.

ທີ່​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນອອກ​ເມື່ອ​ບໍ່​ນານ​ມາ​ນີ້ ຈີນ​ໄດ້​ເນັ້ນ​ຍໍ້າ​ເຖິງ​ທ່າ​ທີ​ຂອງ
ຕົນ​ທີ່​ວ່າ​ ຂໍ້​ຂັດ​ແຍ້​ງກັນ​ນັ້ນຄວນ​ຈະແກ້​ໄຂ​ກັນ​ແບບ​ສອງ​ຝ່າຍ ​ໃນ​ຂະນະ​ທີ່​ປະທານາທິບໍ
ດີໂອ​ບາ​ມາ ອອກສຽງ​ສະໜັບສະໜຸນ​ຄວາມ​ພະ ຍາຍາມ​ແບບ​ຫລາຍ​ຝ່າຍ​ຂອງສະມາຄົມ​
ອາ​ຊ່ຽນ ​ເພື່ອ​ພັດທະນາກົດ​ຫລື​ຫລັກການປະພຶດປະຕິບັດ ກ່ຽວ​ກັບ​ບັນຫາ​ດັ່ງກ່າວນັ້ນ.
ທ່ານເທ​ເອີ​ກ່າວ​ວ່າ ພວກ​ຜູ້​ນໍາ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ເກືອບ​ວ່າ​ໝົດ​ທຸກ​ຄົນ​
ແມ່ນ ສະໜັບສະໜຸນ​ທ່າ​ທີ​ຂອງ​ປະທານາທິບໍດີໂອ​ບາ​ມາ. ທ່ານອະທິບາຍ​ຕໍ່​ໄປ​ວ່າ:

“ການ​ທີ່ທໍາ​ນຽບຂາວ ເອົາ​ທ່າ​ທີ​ແບບນີ້ ໂດຍ​ພື້ນຖານ​ແລ້ວກໍ​ແມ່ນ​ວ່າ ພວກ​ປະ​ເທດ​
ສ່ວນໃຫຍ່​ແມ່ນຢືນຢັນຄືນ​ໃໝ່ ໃນອັນ​ທີ່​ເປັນຫລັກການ​ແກນ​ກາງຂອງ​ທ່ານໂອ​ບາ​ມາ
ເຊັ່ນ ກົດໝາຍ​ສາກົນ ການບໍ່​ໃຊ້​ກໍາລັງ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍກົດ
ໝາຍກ່ຽວ​ກັບທະ​ເລ ເສລີພາບ​ແລະຄວາມ​ປອດ​ໄພ​ຂອງ​ການເດີນ​ເຮືອ ເປັນ​ຕົ້ນ.”

ແຕ່​ແນວ​ໃດ​ກໍ​ຕາມ ເຖິງ​ແມ່ນ​ວ່າ ທ່ານ​ເທເອີ ຈະ​ມອງເຫັນ​ການ​ກ່ຽວ​ພັນ​ກັນ​ລະຫວ່າງ​ການ
ມີໜ້າ​ເພີ່ມ​ຂຶ້ນຂອງທະຫານ​ສະຫະລັດ ​ແລະ​ທ່າ​ທີແບບເປັນ ອັນ​ນຶ່ງ​ອັນ​ດຽວ​ກັນ​ຂອງສະມາ
ຄົມ​ອາ​ຊ່ຽນ ​ໃນ​ເລື່ອງ​ການ​ແກ້​ໄຂ​ບັນຫາຂັດ​ແຍ້​ງຂອງ​ພວກ​ເຂົາ​ເຈົ້າກັບ​ຈີນນັ້ນ​ກໍ​ຕາມ ​ແຕ່​
ພວກ​ຜູ້​ນໍາສະຫະລັດ​ແລະຂົງ​ເຂດ​ເວົ້າວ່າ​ ບັນຫາສອງ​ຢ່າງ​ນີ້​ມັນ​ຄົນ​ລະ​ເລຶ່ອງກັນ.

ເບິ່ງວີດິໂອລາຍງານຂ່າວກ່ຽວຂ້ອງກັນເປັນພາສາອັງກິດ

XS
SM
MD
LG