ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດວ່າ ບໍ່ມີຫຍັງປ່ຽນແປງ ໃນແຜນການ ກ່ຽວກັບ ອັຟການິສຖານ (ເບິ່ງວີດີໂອ)


ທ່ານ Leon Panetta, (ຂວາ) ລັດຖະມົນຕີປ້ອງກັນປະເທດ
ສະຫະລັດ ລົມກັນກັບ ນາຍພົນ John Allen, ຜູ້ບັນຊາການກໍາລັງ
ນາໆຊາດ ທີ່ອັຟການີສຖານ.
ວັນທີ 5 ກຸມພາ 2012.
ທ່ານ Leon Panetta, (ຂວາ) ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ລົມກັນກັບ ນາຍພົນ John Allen, ຜູ້ບັນຊາການກໍາລັງ ນາໆຊາດ ທີ່ອັຟການີສຖານ. ວັນທີ 5 ກຸມພາ 2012.


















ຜູ້​ບັນຊາ​ການ​ກໍາລັງ​ນາໆ​ຊາດ​ໃນ​ອັຟກາ​ນິສຖານ ນາຍ​ພົນ John Allen ​ແຫ່ງກອງທັບ
ມາຣິນສະຫະ​ລັດ ກ່າວ​ວ່າ ຕາຕະລາງ​ເວລາ​ສໍາລັບການ​ໂອນ​ການ​ຄວບ​ຄຸມ​ດ້ານ​ຄວາມ​
ປອດ​ໄພ​ໂດຍ​ເຕັມ​ຈາກ​ຝ່າຍ​ກໍາລັງປະສົມ​ນາໆ​ຊາດ ໄປ​ໃຫ້​ອັຟກາ​ນິສຖາ​ນັ້ນ​ ຍັງ​ບໍ່​ທັນ
ໄດ້​ປ່ຽນ​ແປງ​ເທື່ອ.

ນາຍ​ພົນ Allen ກ່າວ​ເຊ່ນ​ນີ້ໃນ​ການ​ຕອບ​ຕໍ່​ຄໍາ​ປະກາດ​ຂອງ​ທ່ານ Leon Panetta ລັດ
ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ ​ເມື່ອ​ຕົ້ນ​ສັບປະດາ​ຜ່ານ​ມາ​ທີ່​ວ່າ ​ທະຫານ​ອາ​ເມຣິກ​າ
ສ່ວນ​ໃຫຍ່​ຈະ​ຍຸດຕິ​ການການ​ປະຕິບັດ​ງານສູ້​ລົບ​ຂອງ​ຕົນໃນ​ອັຟກາ​ນິສຖານພາຍ​ໃນ​ທ້າຍ
ປີ 2013 ຊຶ່ງເປັນ​ເວລາ​ນຶ່ງ​ປີ​ ກ່ອນກໍານົດ​ທີ່ໄດ້ວາງ​ໄວ້​ທໍາ​ອິດ​ນັ້ນ.

ນາຍ​ພົນ Allen ກ່າວ​ຕໍ່​ວິທະຍຸ​ວີ​ໂອ​ເອ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ອັນ​ນີ້ແມ່ນ​ແຜນການ​ທີ່​ວາງ​
ໄວ້ຕັ້ງ​ແຕ່​ໃດ​ມາ ແລະ​ບໍ່​ໄດ້ເລັ່ງລັດຕາລາງເວລາ Lisbon ໃຫ້​ໄວ​ຂຶ້ນ​ແຕ່​ຢ່າງ​ໃດ ​ແລະ​ທ່ານ​
ກ່າວ​ຕໍ່​ໄປ​ວ່າ ກໍາລັງ​ຝ່າຍ​ປະສົມ​ຈະ​ສືບ​ຕໍ່​ປະຕິບັດ​ງານ​ຄຽງ​ບ່າ​ຄຽງ​ໄຫລ່ ກັບ​ກອງທັບອັຟ
ກາ​ນິສຖານ ໄປຕະຫລອດ​ປີ 2013 ຈົນ​ຮອດ​ທ້າຍ​ປີ 2014 ຊຶ່ງເປັນ​ແຜນການ​ທີ່​ໄດ້ວາງ​
ໄວ້ທີ່​ກຸງ Lisbon ນັ້ນ.

ນາຍ​ພົນ Allen ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຖິງ​ແມ່ນ​ວ່າພວກ​ກໍາລັງ​ຂອງອັຟກາ​ນິສຖານ​ ​ຈະ​ເປັນ
ຜູ້​ນໍາພາ​ໃນ​ທົ່ວ​ປະ​ເທດ​ເລີ່​ມ​ແຕ່​ກາງ​ປີ 2013 ​ເປັນ​ຕົ້ນ​ໄປ​ກໍ​ຕາມ ​ແຕ່​ພວກ​ກໍາລັງ​ປະສົມ​
ກໍ​ຄວນ​ຈະຄາດໝາຍ​ວ່າ ຕົນກໍຈະ​ຕ້ອງ​ໄດ້ທໍາ​ການ​ສູ້ລົບເຊ່ນກັນ ​ແລະ​ທ່ານກ່າວຕື່ມ​ວ່າ
ທ່ານ​ບໍ່​ຄາດ​ວ່າ​ກຸ່ມ​ຕາ​ລີ​ບັນຈະ​ຍິນ​ຍອມ​ຫລື​ວາງ​ອາວຸດ​ລົງຢ່າງ​ງ່າຍໆ ​ແຕ່ທ່ານ​ປະຕິ​ເສດ​
ເຊ່ນ​ກັນຕໍ່​ການ​ລົງຄວາມເຫັນ​ຢູ່​ໃນ​ລາຍ​ງານ​ລັບ​ຂອງ​ກອງທັບ​ສະຫະລັດ​ ທີ່​ຮົ່ວ​ໄຫລ​ອອກ​
ມາ ​ທີ່​ເວົ້າ​ວ່າ ພວກ​ສະມາຊິກ​ຂອງກຸ່ມຕາ​ລີ​ບັນ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ອອກ​ມາ​ວ່າ​ ພວກ​
ຕົນ​ຈະສາມາດ​ຍຶດອໍານາດ​ຄືນ​ອີກ​ໄດ້​ໃນ​ອັຟກາ​ນິສຖານ ​ເມື່ອ​ໃດ​ພວກ​ກໍາລັງ​ປະສົມ​ຖອນ
ອອກ​ຈາກ​ປະ​ເທດ​ໄປແລ້ວ​ນັ້ນ.

ການ​ຊ່ອຍ​ເຫລືອ​ຂອງ​ຕ່າງປະ​ເທດ​ສໍາລັບ​ຊາວ​ອັຟກາ​ນິສຖານ​ຫລັງ​ຈາກ ປີ 2014 ​ແລ້ວ
ນັ້ນ ສ່ວນ​ໃຫຍ່​ກໍ​ຈະ​ພົວພັນ​ກັບ​ການ​ຊ່ອຍ​ເຫລືອ​ດ້ານ​ການເງິນ ​ແລະ​ການ​ເຝິກ​ແອບ
ສໍາລັບລັດຖະບານ​ພົນລະ​ເຮືອນ​ແລະ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານ​.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG