ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນ ພະຍາຍາມ ເອົາໄຟເຜົາໂຕຕາຍ ທີ່ເມືອງຫລວງລາຊ່າ ຂອງທິເບດ


ພວກທະຫານຈີນເປ້ເຄື່ອງມອດໄຟຢູທາງຫລັງ ຍ່າງຢູ່ທາງໜ້າວັດ Jokhang ທີ່ນະຄອນ Lhasa, ບ່ອນທີ່ຊາຍສອງຄົນພະຍາຍາມ ໂຜໂຕເອງຕາຍ,
ວັນທີ 28 ພຶດສະພາ 2012.
ພວກທະຫານຈີນເປ້ເຄື່ອງມອດໄຟຢູທາງຫລັງ ຍ່າງຢູ່ທາງໜ້າວັດ Jokhang ທີ່ນະຄອນ Lhasa, ບ່ອນທີ່ຊາຍສອງຄົນພະຍາຍາມ ໂຜໂຕເອງຕາຍ, ວັນທີ 28 ພຶດສະພາ 2012.

ທີ່ແຄ້ວ​ນທິ​ເບ​ດ ຊາຍ​ໜຸ່ມ 2 ຄົນ​ໄດ້​ພະຍາຍາມເອົາ​ໄຟ​ຈູດ​ເຜົາ​ຕົວ​ເອງ​ຕາຍ​ໃນເມືອງຫຼວງ​ລາຊາ​ ​ໃນ​ຕອນ​ບ່າຍ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ການ​ປະ​ທ້ວງ​ເອົາ​ໄຟ​ເຜົາ​ຕົວ​ເອງ​ຕາຍ​ເປັນ​ເທື່ອ​ທໍາ​ອິດ​ຢູ່ໃນ​ເມືອງຫຼວງ ທີ່​ມີ​ການ​ເຝົ້າ​ຍາມ​ຢ່າງໜາແໜ້ນ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ຕໍ່ວີ​ໂອ​ເອ​ຜະ​ແໜກພາສາ​ທິ​ເບ​ດວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ທີ່​ມີອຸບປະກອນ​ມອດ​ໄຟ ໄດ້​ໄປຮອດ​ວັດ Joklang ບ່ອນ​ເກີດ​ເຫດຢ່າງ​ໄວ ​ແລ້ວກໍ​ພາກັນ​ມອດໄຟ​ແລະເອົາໂຕຜູ້​ຊາຍ 2 ຄົນນັ້ນ​ໄປ. ອົງການ​ຂ່າວ​ຊິນ​ຫົວ​ຂອງ​ຈີນກ່າວ​ວ່າ ຊາຍ​ຄົນ​ນຶ່ງ​ເສຍ​ຊີວິດ​ຢູ່​ກັບ​ບ່ອນ ​ແລະ​ອີກ​ຜູ້​ນຶ່ງ​ນັ້ນມີ​ອາການ​ສາຫັດ.

ນັບ​ວ່າ​ເປັນ​ເຫດການພະຍາຍາມ​ເອົາ​ໄຟ​ເຜົາ​ຕົວຕາຍ​ຄັ້ງ​ທີ​ສອງ ທີ່​ເກີດຂຶ້ນ​ໃນ​ເຂດ​ທິ​ເບ​ດທີ່​ປົກຄອງ​ຕົນ​ເອງ. ການ​ພະຍາຍາມ​ເອົາໄຟ​ເຜົາຕົວຕາຍຄັ້ງ​ກ່ອນ​ໆມາ​ນັ້ນ​ ສ່ວນ​ຫຼາຍ​ເກີດ​ຂຶ້ນ​ໃນບັນດາ​ເຂດ​ທີ່​ມີປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ມາ​ຮອດ​ປັດຈຸບັນ ມີ​ຊາວ​ທິ​ເບ​ດຫຼາຍ​ສິບ​ຄົນ​ແລ້ວ​ໄດ້​ພະຍາຍາມເອົາ​ໄຟ​ເຜົາຕົວ​ຕາຍ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ ​ເພື່ອ​ທໍາ​ການ​ປະ​ທ້ວງຕໍ່​ນະ​ໂຍບາຍ​ຂອງ​ຈີນ​ໃນ​ທິ​ເບ​ດ. ​ເຫດການ​ເອົາ​ໄຟ​ເຜົາໂຕ​ຕາຍ​ສ່ວນ ​ໃຫຍ່​ແມ່ນໄດ້ເກີດ​ຂຶ້ນ ​ນັບ​ແຕ່​ເດືອນ​ມີນາ​ປີ​ແລ້ວ​ນີ້​ເປັນ​ຕົ້ນມາ ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ອັນ​ທີ່​ຊາວ​ທິ​ເບ​ດ​ເວົ້າ​ວ່າ ການ​ກົດ​ຂີ່​ປາບ​ປາມຂອງ​ຈີນ ຊຶ່ງ​ທາງ​ຝ່າ​ຍຈີນ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ດັ່ງກ່າວ.

ພວກ​ທີ່​ເອົາ​ໄຟ​ເຜົາ​ໂຕ​ເອງພາກັນ​ຮຽກຮ້ອງ​ເອົາ​ເສລີພາບ​ມາສູ່​ທິ​ເບ​ດ ​ແລະ​ໃຫ້​ອົງ​ດາລ​ໄລາ​ມະ ຊຶ່ງ​ເວລາ​ນີ້​ລີ້​ໄພ​ຢູ່​ໃນ​ອິນ​ເດຍນັ້ນ ​ກັບ​ຄືນ​ມາ.

ການ​ປະ​ທ້ວງ​ຄັ້ງ​ຫຼ້າ​ສຸດ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຈີນ​ໄດ້​ວາງ​ຂໍ້​ຫ້າມ​ຊາວ​ທິ​ເບ​ດອີກ​ຄັ້ງໃໝ່ ບໍ່​ໃຫ້​ໄປ​ພົວພັນ​ນໍາ​ກິດຈະ​ກໍາ​ທາງ​ສາສະໜາຕ່າງໆ ​ໂດຍ​ສະ​ເພາະ​ໃນ​ລະຫວ່າງ​ເດືອນ​ສັກສິດ​ຂອງ​ຊາວ​ພຸດທິ​ເບ​ດ ທີ່​ເອີ້ນ​ວ່າ Saka Dawa ຊຶ່ງ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 21 ພຶດສະພາ​ນີ້. ​ເດືອນ Saka Dawa ​ຫລື ວິ​ສາຄະ​ບູຊາ ແມ່ນເປັນເດືອນສະຫຼອງ​ຫຼື​ລະ​ລຶກ​ເຖິງ​ວັນ​ປະສູດ ວັນ​ຕັດສະຮູ້​ແລະ​ວັນ​ປະນິພານ​ຂອງ​ພະພຸດທະ​ເຈົ້າ.

XS
SM
MD
LG