ພວກປະທ້ວງຫລາຍສິບພັນຄົນ ໄດ້ເຕົ້າໂຮມກັນຢູ່ທີ່ເມືອງຫລວງບາງກອກ ເພື່ອເປັນຂີດ
ໝາຍວັນຄົບຮອບປີທີ່ສອງຂອງເຫດການປະທະກັນເຖິງຂັ້ນເສຍຊີວິດ ລະຫວ່າງຝ່າຍ
ທະຫານ ແລະພວກປະທ້ວງທີ່ເອີ້ນວ່າ ກຸ່ມເສື້ອແດງນັ້ນ.
ໃນປີ 2010 ມີຫລາຍກວ່າ 90 ຄົນ ເສຍຊີວິດແລະບາດເຈັບອີກ 2,000 ຄົນ ເວລາພວກ
ທະຫານໄດ້ເຄຶ່ອນໄຫວເພື່ອທັບມ້າງ ການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານເປັນ
ເວລາຫລາຍອາທິດນັ້ນ ຊຶ່ງພວກປະທ້ວງສ່ວນໃຫຍ່ແມ່ນຄົນຈົນ ຈາກຊົນນະບົດທີ່ໃສ່
ເສື້ອແດງ.
ນຶ່ງໃນຈໍານວນພວກປະທ້ວງໃນວັນເສົາວານນີ້ ຄື ນ້ອງສາວຂອງນັກຂ່າວອິຕາລີ Fabio Polenghi ທີ່ຖືກຍິງຕາຍ ໃນລະຫວ່າງການກວາດລ້າງການປະທ້ວງນັ້ນ.
ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ໄດ້ມີຄວາມເຫັນຕໍ່ພວກປະທ້ວງທາງວິດີໂອ ໃນວັນເສົານັ້ນ. ທ່ານທັກສິນໄດ້ໜີອອກໄປອາໄສພັດຖິ່ນຢູ່ນອກປະເທດ ຫຼັງຈາກຖືກໂຄ່ນລົ້ມໃນປີ 2006 ໂດຍການກໍ່ລັດຖະປະ ຫານຂອງທະຫານ ແລະຖືກສານຕັດສິນລັບຫລັງວ່າມີຄວາມຜິດ ໃນຂໍ້ຫາສໍ້ລາດບັງຫຼວງ.
ພວກປະທ້ວງ ປີ 2010 ຫລາຍໆຄົນເປັນຜູ້ສະໜັບສະໜຸນທ່ານທັກສິນ.
ພວກເສື້ອແດງໄດ້ທວງໃຫ້ລັດຖະບານຊຸດໃໝ່ທີ່ນໍາໂດຍນ້ອງສາວຂອງທັກ ສິນ ຄືທ່ານນາງ ຢິ່ງລັກ ດໍາເນີນຄະດີພວກທະຫານ ແລະເຈົ້າໜ້າທີ່ ທີ່ພວກເຂົາກ່າວວ່າ ເປັນຜູ້ຮັບຜິດຊອບຕໍ່ການເສຍຊີວິດແລະບາດເຈັບຂອງພວກປະທ້ວງນັ້ນ.