ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ທໍາຄວາມຄືບໜ້າເລັກນ້ອຍ ກ່ຽວກັບເລື້ອງຊີເຣຍ (ເບິ່ງວີດີໂອ)


ທ່ານ Vitaly Churkin, ເອກອັກຄະລັດຖະທູດຣັດເຊຍປະຈໍາສະຫະປະຊາຊາດ
ທີ່ເຂົ້າຮ່ວມໃນການພົບປະຫາລື ກ່ຽວກັບສະຖານະການໃນຊີເຣຍ.
ວັນທີ 2 ກຸມພາ 2012.
ທ່ານ Vitaly Churkin, ເອກອັກຄະລັດຖະທູດຣັດເຊຍປະຈໍາສະຫະປະຊາຊາດ ທີ່ເຂົ້າຮ່ວມໃນການພົບປະຫາລື ກ່ຽວກັບສະຖານະການໃນຊີເຣຍ. ວັນທີ 2 ກຸມພາ 2012.

ບັນດາ​ນັກ​ການ​ທູດ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ພາກັນສືບ​ຕໍ່​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ມີ​ວັດ​ຖຸປະສົງ​ເພື່ອ ເກ້​ຍກ່ອມ​ໃຫ້ຣັດ​ເຊຍ ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ທີ່​ໃຫ້ການ​ໜຸນ​ຫລັງ​ແຜນການ​ຂອງ​ສັນນິບາດ​ຊາດ​ອາຫຣັບ ​ເພື່ອ​ຍຸດຕິຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດ​ກັນ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ຢູ່​ໃນ​ຊີ​ເຣຍ ນັ້ນ.

ບັນດາ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກ​ກ່າວ​ວ່າ ​ໄດ້​ມີ​ຄວາມ​ຄືບ​ໜ້າແດ່ເລັກ​ນ້ອຍ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ລະຫວ່າງ​ການ​ເຈລະຈາ​ກັນ​ເປັນ​ທາງ​ລັບ​ເປັນ ເວລາ 3 ຊົ່ວ​ໂມງ​ທີ່​ນະຄອນ​ນີວຢອກ​ນັ້ນ.

ແຕ່ຣັດ​ເຊຍ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ອອກ​ມາ​ ກ່ຽວ​ກັບ​ຮ່າງ​ຍັດຕິ​ໃນ​ປັດຈຸບັນ ຊຶ່ງ​ສະໜັບສະໜຸນ​ແຜນການ​ນຶ່ງ ທີ່​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Bashar al-Assad ​ໂອນ​ອໍານາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ ​ແລະໃຫ້​ປະກອບ​ຄະນະ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ​ເພື່ອ​ກະກຽມ​ການ​ເລືອກຕັ້ງນັ້ນ.

ຣັດ​ເຊຍ ຊຶ່ງ​ເປັນ​ພັນທະ​ມິດ​ສໍາຄັນ​ຂອງ​ຊີ​ເຣຍ ​ແລະ​ເປັນ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ທີ່​ສາມາດໃຊ້​ສິດ​ຍັບ​ຍັ້ງ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່ ຈະ​ປະຕິ​ເສດຍັດຕິໃດໆ​ກໍ​ຕາມທີ່​ເວົ້າ​ເຖິງ​ການ​ປ່ຽນ​ແປງ​ອໍານາດ​ປົກຄອງ ຫລື​ວ່າບໍ່​ໄດ້​ປະຕິ​ເສດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ເຂົ້າ​ແຊກ​ແຊງຂອງ​ທະຫານ​ຕ່າງປະ​ເທດ​ໃນ​ຊີ​ເຣຍນັ້ນ.

ບັນດາ​ນັກ​ການ​ທູດ​ກ່າວ​ວ່າ ​ເນື້ອ​ໄນ​ຂອງ​ຮ່າງ​ຍັດຕິ​ສະບັບ​ໃໝ່​ ທີ່​ມີ​ວັດຖຸປະສົງ​ເພື່ອ​ແກ້​ໄຂ​
ຄວາມ​ເປັນ​ຫ່ວງ​ຂອງຣັດ​ເຊຍ ກໍານົດ​ຈະ​ຍື່ນ​ຕໍ່​ພວກສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​
ວັນ​ພະຫັດ​ມື້​ນີ້ ຊຶ່ງ​ຄາດ​ກັນ​ວ່າ ຈະ​ມີ​ການ​ລົງມະຕິ​ກັນ​ພາຍ​ໃນ​ທ້າຍ​ສັບປະດາ​ນີ້.

ທ່ານ Vitaly Churkin ທູດ​ພິ​ເສດຣັດ​ເຊຍ​ປະ​ຈໍາ​ສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ພຸດ​ວານ
ນີ້ວ່າ ການ​ປ່ຽນ​ແປງ​ຂໍ້ຄວາມ​ໃນ​ຍັດຕິ​ສະບັບປັດຈຸບັນ​ທີ່​ຮຽກຮ້ອງ​ໃຫ້​ປະທານາທິບໍດີ
Assad ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ​ ກໍ​ຈະ​ເປັນ​ການ​ງ່າຍ​ຂຶ້ນ​ສໍາລັບ​ພວກ​ເຮົາ​ທີ່​ຈະໃຫ້ການ​
ອະນຸມັດ​.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ກ່າວ​ເນ້ນ​ອີກ​ໃນ​ວັນ
ພຸດ​ວານ​ນີ້​ວ່າ ສະພາ​ຄວາມ​ໜັ້ນຄົງ​ ຈະ​ຕ້ອງ​ທໍາການ​ເຄື່ອນ​ໄຫວ​ຢ່າງ​ໄວ ​ແລະ​ກ່າວ​ຕໍ່​ໄປ
ວ່າພວກ​ສະມາຊິກ​ຂອງ​ສະພາ​ຄວາມ​ໜັ້ນຄົງ​ຈະ​ຕ້ອງ​ຕັດສິນ​ໃຈ​ວ່າ ຕົນ​ຈະ​ເຂົ້າ​ກັບ​ຝ່າຍປະ
ຊາຊົນ​ຊີ​ເຣຍ ຫລື​ວ່າ​ເຂົ້າກັບຝ່າຍທີ່​ທ່ານ​ນາງເອີ້ນວ່າ​ ລະບອບ​ຜະ​ເດັດ​ການ​ທີ່​ໂຫດ​ຫ້ຽມ
ຂອງ​ປະທານາທິບໍດີ Bashar al-Assad ນັ້ນ.

ທ່ານພັນ ກີ ມູນ ຫົວໜ້າສະຫະປະຊາຊາດຮຽກຮ້ອງໃຫ້ຍຸດຕິຄວາມຮຸນແຮງໃນຊີເຣຍ:

XS
SM
MD
LG