ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ປະນາມການໂຈມຕີດ້ວຍລະເບີດ
ສະຫຼະຊີບສອງຄັ້ງຢູ່ທີ່ປະເທດຊີເຣຍ ໃນມື້ວັນສຸກວານນີ້ ແຕ່ຍັງສືບຕໍ່ ມີຄວາມເຫັນບໍ່ລົງ
ຮອຍກັນກ່ຽວກັບຮ່າງຍັດຕິໂດຍເຕັມໃນການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar al-
Assad ທີ່ດຳເນີນມາເປັນເວລາ 9 ເດືອນແລ້ວນັ້ນ.
ສະພາຄວາມໝັ້ນຄົງທີ່ມີສະມາຊິກ 15 ປະເທດ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ພວກ
ເຄາະຮ້າຍ ຄອບຄົວຂອງເຂົາເຈົ້າແລະປະຊາຊົນຊາວຊີເຣຍຢູ່ໃນຖະແຫຼງການສະບັບນຶ່ງ
ທີີ່ນຳອອກເຜີຍແຜ່ໃນມື້ວັນສຸກວານນີ້.
ລາຍງານຂ່າວຂອງໂທລະພາບທາງການຊີເຣຍ ແຈ້ງວ່າ ຜູ້ໂຈມຕີສະຫຼະຊີບສອງຄົນໄດ້
ໃຊ້ລົດທີ່ບັນຈຸລະເບີດໂຈມຕີໂຮງການຮັກສາຄວາມສະຫງົບສອງແຫ່ງ ໃນນະຄອນຫຼວງ
ດາມັສກັສ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 44 ຄົນ ແລະໄດ້ຮັບບາດເຈັບອີກເກືອບ
150 ຄົນ.
ເບິ່ງວີດີໂອ ກ່ຽວກັບການໂຈມຕີສະຫຼະຊີບ ທີ່ຊີເຣຍ:
ໃນຖະແຫຼງການສະບັບນີ້ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban
Ki-moon ໄດ້ສະແດງຄວາມວິຕົກກັງວົນເພີ່ມຂຶ້ນ ກ່ຽວກັບວິກິດການໃນຊີເຣຍ. ຜູ້ນຳ
ຂອງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ຍຸຕິການກໍ່ຄວາມຮຸນແຮງໃນທັນທີແລະ
ໃຫ້ລັດຖະບານຂອງທ່ານ Assad ເລັ່ງລັດໃນການຈັດຕັ້ງປະຕິບັດແຜນການສັນຕິພາບ
ຂອງສັນນິບາດອາຣັບ.
ໃນຂະນະທີ່ຄວາມຮຸນແຮງເພີ່ມທະວີຂຶ້ນນັ້ນ ຣັດເຊຍໄດ້ນຳສະເໜີຮ່າງຍັດຕິທີ່ມີການດັດ
ແປງແກ້ໄຂໃໝ່ ຕໍ່ສະພາຄວາມໝັ້ນຄົງ ຊຶ່ງເປັນການດຳເນີນຄວາມພະຍາຍາມອີກຄັ້ງນຶ່ງ
ເພື່ອໃຫ້ສະພາຄວາມໝັ້ນຄົງກຳນົດແຜນການຍຸຕິຄວາມຮຸນແຮງຢູ່ໃນຊີເຣຍ.
ເອກອັກຄະລັດຖະທູດຂອງຣັດເຊຍປະຈຳອົງການສະຫະປະຊາຊາດທ່ານ Vitaly Chur-
kin ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງດຳເນີນການຢ່າງໄວເທົ່າທີ່ຈະໄວໄດ້ແຕ່ອີກຄັ້ງ
ນຶ່ງທ່ານໄດ້ປະຕິເສດ ບໍ່ຍອມໃຫ້ການສະໜັບສະໜຸນ ຕໍ່ການຮຽກຮ້ອງຂອງປະເທດຕາ
ເວັນຕົກຫຼາຍໆປະເທດທີ່ເປັນສະມາຊິກຂອງສະພາຄວາມໝັ້ນຄົງເພື່ອໃຫ້ລົງໂທດຊີເຣຍ.