ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບເຫັນ ສົບແມ່ຍິງ ແລະ​ເດັກນ້ອຍ​​ ຢ່າງ​ນ້ອຍ 45 ຄົນ​ ​ໃນ​ເມືອງໂຮມສ໌ ຊີເຣຍ (ເບິ່ງວີດີໂອ)


ສົບຂອງພົນລະເຮືອນໃນຊິເຣຍ
ສົບຂອງພົນລະເຮືອນໃນຊິເຣຍ

ພວກ​ນັກ​ເຄື່ອນ​ໄຫວຊາວຊີ​ເຣຍ ​ກ່າວວ່າ ໄດ້ມີ​ການ​ພົບ​ເຫັນຊາກ​ສົບຂອງ​ ແມ່ຍິງແລະ​ເດັກນ້ອຍ ຢ່າງ​ນ້ອຍ 45 ຄົນ​ ​ໃນ​ເມືອງ Homs.

ພວກ​ນັກ​ເຄື່ອນ​ໄຫວ​ຍັງ​ກ່າວ​ອີກ​ວ່າ ສົບເຫລົ່າ​ນັ້ນ​ບາງ​ສົບ​ໄດ້​ຖືກ​ທໍາລາຍຢ່າງ​ຮ້າຍ​ກາດ ແລະວ່າ​ແມ່ຍິງ​ບາງ​ຄົນໄດ້​ຖືກ​ຂົ່ມ​ຂືນ​ຊໍາ​ເລົາ​. ພວກ​ເຂົາເຈົ້າ​ຖີ້ມ​ໂທດ​ໃສ່ພວກ​ກໍາລັງທີ່​ສະໜັບສະ​ໜູນ​ລັດຖະບານ ວ່າ​ເປັນ​ໂຕ​ການ.

ທາງ​ການ​ຊິ​ເຣຍ​ໄດ້​ຢືນຢັນ​ເຖິງ​ການ​ຕາຍ​ດັ່ງກ່າວ ​ແຕ່​ຖີ້ມ​ໂທດ​ໃສ່ ພວກ​ທີ່ເຂົາ​ເຈົ້າເອີ້ນວ່າ ພວກ​ກໍ່​ການ​ຮ້າຍທີ່​ຖືອາວຸດ.

ຍັງ​ບໍ່​ມີ​ການ​ຢືນຢັນ​ຈາກ​ສື່ຂ່າວອິດ​ສະລະ​ໃດໆ ກ່ຽວ​ກັບ​ການສັງ​ຫານ​ໝູ່​ດັ່ງກ່າວ​ນີ້.

ທ່ານ Kofi Annan ທູດພິເສດຂອງສະຫະປະຊາ ຊາດກັບສັນນິບາດອາຫຣັບ (ກາງຊ້າຍ) ພົບປະ ສົນທະນາກັບປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ກາງ ຂວາ) ຢູ່ນະຄອນຫລວງດາມັສ ກັສ ແຕ່ບໍ່ບັນລຸຜົນໃດໆ, ວັນທີ 10 ມີນາ 2012.
ທ່ານ Kofi Annan ທູດພິເສດຂອງສະຫະປະຊາ ຊາດກັບສັນນິບາດອາຫຣັບ (ກາງຊ້າຍ) ພົບປະ ສົນທະນາກັບປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ກາງ ຂວາ) ຢູ່ນະຄອນຫລວງດາມັສ ກັສ ແຕ່ບໍ່ບັນລຸຜົນໃດໆ, ວັນທີ 10 ມີນາ 2012.

ລາຍ​ງານ​ກ່ຽວ​ກັບຄວາມ​ໂຫດ​ຮ້າຍປ່າ​ເຖື່ອນ​
ດັ່ງກ່າວ​ນີ້​ ມີ​ຂຶ້ນ​ໃນ​ຂະນະ​ທີ່ບັນດາ​ລັດຖະ
ມົນຕີການ​ຕ່າງປະ​ເທດຂອງ​ສະພາ​ຄວາມ​
ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ກຽມ​ຈະປະຊຸມ
ກັນ ຢູ່ນະ​ຄອນ​ນິວຢອກ ຫຼັງຈາກ​ທີ່ການ
ເດີນທາງ​ໄປ​ໄກ່ເກ່ຍສັນຕິພາບ ຂອງ​ທູດ
ພິ​ເສດ​ສະຫະ​ປະຊາ​ຊາດ ທີ່​ຊິ​ເຣຍ ​ໄດ້​ລົ້ມ
ແຫຼວກັບມາ​.

ອັງກິດໄດ້ຮຽກ​ໃຫ້​ມີການ​ພົບ​ປະກັນ​ນີ້ ​ເພື່ອ
ສົນທະນາ​ກ່ຽວ​ກັບ​ບັນ​ຫາຂອງ​ພາກ​ຕາ​ເວັນ​
ອອກ​ກາງ​ ນຶ່ງ​ປີ​ຫຼັງ​ຈາກ​ການ​ລຸກ​ຮື​ຂຶ້ນ​ຂອງ
ຊາວ​ອາຫຣັບ ​ແຕ່​ພວກ​ນັກ​ການ​ທູດຄາດ​
ວ່າ​ ​ເລື່ອງຄວາມ​ຮຸນ​ແຮງ​ໃນ​ຊິ​ເຣຍນັ້ນຈະ​
ເປັນ​ບັນຫາຫຼັກຂອງ​ການປຶກສາ​ຫາລື​ກັນ.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ
Hillary Clinton ຈະ​ແມ່ນ​ນຶ່ງ​ໃນ​ບັນດາຜູ້ນໍາສູງ​ສຸດ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.

ຣັດ​ເຊຍ​ແລະ​ຈີນ ​ໄດ້​ຍັບ​ຍັ້ງ​ມະຕິຂອງ​ອົງການ​ສະຫະປະຊາ​ຊາດ​ທີ່​ປະນາມການ​ກວດ​ລ້າງ​ປາບ​ປາມ​ຢ່າງ​ຮຸນ​ແຮງຂອງ​ລັດຖະບານຊີ​ເຣຍ ຕໍ່​ຝ່າຍຄ້ານ​ນັ້ນ. ທັງ​ສອງ​ປະ​ເທດກ່າວວ່າ ມະຕິດັ່ງກ່າວຮຽກຮ້ອງ​ໃຫ້​ເຂົ້າ​ໄປກ້າວ​ກ່າຍ​ແຊກ​ແຊງບັນ​ຫາ​ພາຍ​ໃນ​ຂອງ​ຊີ​ເຣຍ. ການ
ເຄື່ອນ​ໄຫວ​ດັງກ່າວຂອງ​ຈີນ​ກັບ​ຮັດ​ເຊຍ​ໄດ້​ສ້າງ​ຄວາມ​ຂຸ່ນ​ເຄືອງ​ໃຈໃຫ້​ທາງ​ກຸງ​ວໍ​ຊິງ​ຕັນ
ທີ່​ຢາກ​ໃຫ້ບັນດາພະນັກງານ​ເຊື່ອ​ເຫຼືອ​ ​ໄດ້​ເຂົ້າ​ໄປ​ຊ່ອຍ​ພວກ​ພົນລະ​ເມືອງ​ໃນ​ຊິ​ເຣຍ.

ທາງ​ການ​ຂອງອົງການ​ສະຫະປະຊາ​ຊາດ ຄາດ​ຄະ​ເນ​ວ່າ ​ໄດ້​ມີປະມານ 7,500 ຄົນ​ຖືກ​ຂ້າ
ຕາຍ ​ໃນຄວາມ​ຮຸນ​ແຮງ​ທີ່​ມີ​ມາ​ເປັນ​ເວລານຶ່ງ​ປີ​ແລ້ວ​ນັ້ນ.

ທູດ​ພິ​ເສດ​ຂອງອົງການ​ສະຫະປະຊາ​ຊາດ​ແລະ​ສັນນິບາດອາຫຣັບ ທ່ານ Kofi Annan ​
ໄດ້​ເດີນທາງ​ອອກ​ຈາກຊີ​ເຣຍໄປໃນ​ວັນ​ອາທິດ​ວານ​ນີ້ ​ໂດຍບໍ່​ໄດ້ບັນລຸຂໍ້​ຕົກກລົງໃດໆໃນ
ການຢຸດ​ເຊົາ​ການ​ນອງ​ເລື​ອດນັ້ນ.

XS
SM
MD
LG