ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາລັງທະຫານຊີເຣຍ ສັງຫານ 63 ຄົນ ໃນພາກເໜືອປະເທດ (ເບິ່ງສະໄລດ໌ກັບວີດີໂອ)


ຊາກສະຫຼັກຫັກພັງຕາມຖະນົນຫົນທາງຄຸ້ມ al-Kalidya ເມືອງ Homs
ຊາກສະຫຼັກຫັກພັງຕາມຖະນົນຫົນທາງຄຸ້ມ al-Kalidya ເມືອງ Homs

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຊີ​ເຣຍ​ໄດ້​ສັງຫານ 63 ຄົນ​ເມື່ອວັນ​ອັງຄານວານ​ນີ້​ໃນ​ການ​ບຸກ
ກວດ​ລ້າງ​ທີ່​ໝູ່​ບ້ານ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ແລະ ລະດົມຍິງ​ປືນ​ໃຫຍ່ໂຈມ​ຕີຢ່າງ​ໜັກ
ໃສ່ເມືອງ Homs ​ໃນ​ຂະນະ​ທີ່​ສະພາກາແດງ​ຮຽກຮ້ອງ​ໃຫ້​ຢຸດ​ຍິງ​ໃນ​ແຕ່ລະ​ມື້ ເພື່ອອຳ
ນວຍ​ໃຫ້​ສາມາດຈັດສົ່ງ​ເຄື່ອງ​ຊ່ວຍເຫຼືອສຸກ​ເສີນທີ່​ຈຳ​ເປັນ​ຕ່າງໆ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ໄດ້.

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ຢ່າງ​ໜ້ອຍ​ມີຜູ້​ເສຍ​ຊີວິດ 30 ຄົນ ​ແລະ​ບາດ​ເຈັບ​ອີກຫລາຍ
ກວ່າ 200 ຄົນ ​ເວລາ​ກໍາລັງ​ທະຫານ​ຂອງ​ລັດຖະບານ ໄດ້​ລະດົມ​ຍິງ​ໃສ່​ຄຸ້ມ Baba Amr
ທີ່ພວກ​ກະບົດຄວບ​ຄຸມ ໃນ​ເມືອງ Homs ບ່ອນ​ທີ່​ເດັກນ້ອຍ​ສອງ​ຄົນ​ຖືກ​ຂ້າ​ຕາຍ​ນັ້ນ.
ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ອີກ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ບຸກ​ໂຈມ​ຕີຫຼັງຈາກ​ພວກ
ນັກ​ລົບ​ຝ່າຍ​ຄ້ານ​ໄດ້​ຍຶດ​ຄຸ້ມມຸສລິ​ມນິກາຍ​ຊຸນ​ນີຂັດຂວາງບໍ່​ໃຫ້ພວກກໍາລັງ​ທະຫານ​ເຂົ້າ​ໄປ​.

ກໍາລັງທະຫານຊີເຣຍ ສັງຫານ 63 ຄົນ ໃນພາກເໜືອປະເທດ (ເບິ່ງສະໄລດ໌ກັບວີດີໂອ)
ກໍາລັງທະຫານຊີເຣຍ ສັງຫານ 63 ຄົນ ໃນພາກເໜືອປະເທດ (ເບິ່ງສະໄລດ໌ກັບວີດີໂອ)

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະນຸດ​ຊີ​ເຣຍ
ທີ່​ມີ​ຖານ​ປະຕິບັດ​ການ​ຢູ່​ອັງກິດ
ກ່າວ​ວ່າ ມີ​ພວກ​ພົນລະເຮືອນ
ເພີ່ມ​ອີກ​ຢ່າງ​ໜ້ອຍ 33 ຄົນ​ຖືກ
ຂ້າ​ຕາຍ ​ເວລາ​ກໍາລັງ​ຂອງ​ຝ່າຍ
ລັດຖະບານ​ພະຍາຍາມ​ບຸກ​ໂຈມ
ຕີ​ພວກ​ຄັດຄ້ານ​ຕໍ່​ປະທານາທິບໍ
ດີ Bashar al-Assad ທີ່​ໄດ້​
ບຸກ​ເຂົ້າ​ໄປ​ໃນພວກ​ໝູ່​ບ້ານຂອງ
ແຂວງ Idlib ທາງພາກ​ເໜືອ
ຂອງ​ປະ​ເທດ. ກຸ່ມ​ສິ້ງ​ຊອມ​ສິດ
ທິ​ມະນຸດ​ຊີເຣຍກ່າວ​ອີກ​ວ່າການ
ບຸກ​ໂຈມ​ຕີ​ທີ່​ແນ​ໃສ່​ບ້ານ Abdita
ແລະ​ໄດ້​ລາມ​ໄປ​ຂົງ​ເ​ຂດ​ໄກ້​ຄຽງ.

ຈໍານວນ​ຜູ້​ບາດ​ເຈັບ​ລົ້ມຕາຍ ຍັງ​ບໍ່​ສາມາດ​ຢືນຢັນ​ໄດ້​ເທື່ອ​ ໃນ​ເວລາ​ນີ້ ​ເນຶ່ອງຈາກ​ວ່າ​ສາຍ
ໂທລະສັບ​ຖືກ​ຕັດ ​ແລະ​ລັດຖະບານ​ຊີ​ເຣຍວາງ​ຂໍ້​ຈໍາກັດ ຮັດ​ແຄບຕໍ່​ການເຂົ້າ​ໄປ​ເອົາ​ຂ່າວ
ຂອງ​ສື່​ມວນ​ຊົນ​ຕ່າງປະ​ເທດ​.

XS
SM
MD
LG