ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ນໍາ ຜະເດັດການ ປານາມາ ກັບຄືນປະເທດແລ້ວ


ທ່ານ Manuel Noriega ອະດີດ​ຜູ້​ນໍາ​ຜະ​ເດັດ​ການ​ ໄດ້ກ່າວຕໍ່ນັກຂ່າວ ໃນເດືອນ ພຶດສະພາ ປີ 1989 file photo.
ທ່ານ Manuel Noriega ອະດີດ​ຜູ້​ນໍາ​ຜະ​ເດັດ​ການ​ ໄດ້ກ່າວຕໍ່ນັກຂ່າວ ໃນເດືອນ ພຶດສະພາ ປີ 1989 file photo.

ທ່ານ Manuel Noriega ອະດີດ​ຜູ້​ນໍາ​ຜະ​ເດັດ​ການ​ ​ໄດ້​ກັບ​ຕ່າວ​ຄື​ນບ້ານແລ້ວ​ຫລັງ​
ຈາກ​ໄດ້​ໃຊ້​ໂທດ​ຈໍາ​ຄຸກ​ຫລາຍກວ່າ 20 ປີ ຢູ່​ໃນ​ສະຫະລັດ ​ແລະຝຣັ່ງ.

ທ່ານ ນໍຣິເອກາ ​ໄດ້​ເດີນທາງໄປ​ເຖິງບ້ານ​ໃນວັນ​ອາທິດ​ຕອນ​ແລງ ຫລັງ​ຈາກຖືກ​ສົ່ງ​ຂ້າມ
ແດນ​ຈາກ​ຝຣັ່ງ ບ່ອນ​ທີ່​ທ່ານ​ໄດ້​ຮັບ​ໃຊ້​ໂທດ​ທີ່​ນັ້ນ ​ໃນ​ຂໍ້​ຫາຟອກ​ເງິນ.

ບັດ​ນີ້ອະດີດ​ຜູ້​ນໍາ​ທີ່​ເຂັ້ມ​ແຂງ ປະເຊີນກັບຄວາມຜິດສາມ​ກະທົງ​ຢູ່​ປາ​ນາມາ ​ຍ້ອນຄວາມ
ຜິດທີ່​ໄດ້​ສັງຫານ​ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ນັ້ນ ​ໂຮມ​ທັງ​ໂທດການ​ຕັດ​ຫົວ​ຂອງ​ນາຍ
Hugo Spadafora ນັ້ນ​ນໍາ.

ທ່ານ​ນໍຣິ​ເອກາ ​ໄດ້​ປົກຄອງ​ປະ​ເທດເຂດອາ​ເມຣິກາ​ກາງ ​ແບບ​ຜະ​ເດັດ​ການ​ໃນລະຫວ່າ​ງ
ຊຸມ​ປີ 1980 ຊຶ່ງ​ໃນ​ເວລາ​ນັ້ນທ່ານ​ໄດ້​ຮັບ​ເງິນ​ເດືອນ ຈາກ​ອົງການ​ສືບ​ລັບ​ຂອງ​ສະຫະລັດ
ຫລື​ຊີ​ໄອ​ເອ. ​ ທ່ານ​ກໍ​ໄດ້​ຖືກໂຄ່ນ​ລົ້ມ​ໂດຍ​ການ​ບຸກລຸກ​ຂອງ​ສະຫະລັດ​ໃນ​ປີ 1989.

ຫລັງ​ຈາກ​ຕິດ​ຄຸກ​ຢູ່​ໃນ​ສະຫະລັດ ​ໃນ​ຂໍ້​ຫາ​ລັກ​ລອບຂົນ​ສົ່ງ​ຢາ​ເສ​ບຕິດ​ແລ້ວ ທ່ານ​ນໍຣິ​ເອກາ
ກໍ​ໄດ້​ຖືກ​ສົ່ງໃນ​ຖານະ​ຜູ້​ຮ້າຍ​ຂ້າມ​ແດນ​ໄປ​ຍັງປະ​ເທດ​ຝຣັ່ງ.

ທ່ານ​ນໍຣິ​ເອກາ ​ອາຍຸ 77 ທ່ານນີ້ມີ​ສິດຖືກກັກ​ບໍລິ​ເວນໃຫ້ຢູ່ແຕ່ໃນ​ບ້ານ​ເຮືອນ ແທນ​ທີ່​ຈະ​
ຢູ່​ໃນ​ຄຸກຍ້ອນອາຍຸ​ຊະລາ​ຂອງ​ຜູ້ກ່ຽວ.

XS
SM
MD
LG