ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

FBI ສືບສວນ ເລື່ອງລະບົບການໃຊ້ ຄອມພີວເຕີ ຖືກຢຸດສະງັກລົງ (ເບິ່ງສະໄລດ໌)


ເວັບໄຊທ໌​ Megaupload
ເວັບໄຊທ໌​ Megaupload

ເຈົ້າ​ໜ້າ​ທີສັນຕິ​ບານ​ກາງ FBI ກໍາລັງ​ທໍາ​ການ​ສືບສວນ​ວ່າ ​ເປັນ​ຫຍັ​ງເວັບ​ໄຊ​ທ໌ຂອງ​
ອົງການ FBI ຂອງກະຊວງ​ຍຸຕິ​ທໍາສະຫະລັດແລະຂອງອຸສາ​ຫະກຳ​ໃຫ້​ຄວາມ​ບັນ​ເທີ​ງ
ຫລາຍ​ບ່ອນ​ ​ໃຊ້​ການ​ບໍ່​ໄດ້​ຫຼືຢຸດ​ສະ​ງັກລົງ ໃນ​ວັນ​ພະຫັດ​ວານນີ້ຫລັງ​ຈາກ​ລັດຖະບານ​
ໄດ້​ປິດ​ເວັບ​ໄຊ​ທ໌ຂອງ​ບໍລິສັດ ​ນຶ່ງທີ່​ມີ​ການ​ຊົມ​ໃຊ້​ຟາຍ​ລ໌ຮ່ວມ​ກັນໃຫ່ຍທີ​ສຸດ​ຂອງ​ໂລກນັ້ນ.

ກູ່​ມ​ໂຈມ​ຕີ​ລ​ະບົບຄອ​ມພີ​ວ​ເຕີທີ່​ຮ້ອງ​ຕົນເອງ​ວ່າ “ລຶກລັບ” ນັ້ນ​ໄດ້ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ​ໃນ​ການ​ໂຈມ​ຕີຊຶ່ງ​ເຮັດ​ໃຫ້​ເວັບ​ໄຊ​ທ໌​ເ​ຫຼົ່າ​ໃຊ້​ການ ບໍ່​ໄດ້​ເປັນ​ເວລາ​ຫຼາຍໆ​ຊົ່ວ​
ໂມງ​ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້. ຕົກ​ມາ​ເຖິງ​ວັນ​ສຸກມື້ນີ້ ການ​ບໍລິການ​ທັງ​
ໝົດໄດ້ກັບ​ຄືນ​ມາ​ແລ້ວຮວມ​ທັງເວັບ​ໄຊ​ທ໌ຂອງ​ພະ​ແນ​ກການຕ່າງໆ​ຂ​ອງ​ລັດຖະບານ​
ກາງສະຫະລັດ.

ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດວານ​ນີ້​ເຈົ້າ​ໜ້າ​ທີ​ລັດຖະບານກາງສະຫະລັດ​ໄດ້​ປິດ​ເວັບ​ໄຊ​ທ໌
ທີ​ຜູ້​ຄົນ​ເຂົ້າ​ໄປ​ໃຊ້ຟາຍ​ລ໌ຮ່ວ​ມກັນ​ນັ້ນ​ ທີ​ຮູ້​ກັນໃນ​ນາມ Megaupload ​ແລະໄດ້​ກ່າວ​ຫາ
ຜູ້​ກໍ​ຕັ້ງ​ເວັບ​ໄຊ​ທ໌ ພ້ອມດ້ວຍ​ອີກ​ຫົກ​ຄົນວ່າ ​ເປັນ​ຜູ້​ຝ່າຝືນ​ກົດໝາຍ​ລັກຂະ​ໂມ​ຍຊັບສິນ
ປັນຍາ.

ຜູ້​ກໍ່ຕັ້ງ​ເວັບ​ໄຊ​ທ໌ Megauplaod ນາຍ Kim Dotcom (​ຫລື​ວ່າ Kim Schmitz) ໄດ້
ຖືກ​ຈັບ​ຢູ່ນີວຊີ​ແລນ ໃນ​ວັນພະຫັດວານ​ນີ້ ພ້ອມກັບ​ຫົວ​ຄະນະ​ບໍລິຫານ​ຊັ້ນນຳ​ອີກ
3 ຄົນ ຕາມກາ​ນຂໍ​ຮ້ອງ​ຂອງ​ເຈົ້າ​ໜ້າ​ທີ​ລັດຖະບານສະຫະລັດ. ສ່ວນອີກ​ສາ​ມຄົນທີ່ຖືກ
ຂໍ້​ຫານັ້ນ​ ຍັງ​ຈັບ​ໂຕ​ບໍ່​ໄດ້​ເທື່ອ.

XS
SM
MD
LG