ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້ຊາວອະເມຣິກັນຈົ່ງເກ້ຍ
ກ່ອມໃຫ້ສະມາຊິກສະພາຄອງແກຣສ ຕໍ່ອາຍຸການ ຕັດພາສີເງິນເດືອນ ທີ່ຊ່ວຍປະຢັດເງິນ
ສໍາລັບພວກຄອບຄົວທີ່ມີລາຍໄດ້ປານກາງ ປະມານ 1,000 ໂດລາ ເມື່ອປີຜ່ານມານັ້ນ.
ການຕັດພາສີດັ່ງກ່າວນີ້ ມີກໍານົດຈະໝົດອາຍຸລົງໃນວັນທີ່ 31 ເດືອນທັນວານີ້.
ຄໍາຮຽກຮ້ອງຂອງທ່ານໂອບາມາ ຢູ່ໃນຄໍາປາໄສປະຈໍາສັບປະດາເມື່ອວັນເສົາວານນີ້ ມີຂຶ້ນ
ມື້ນຶ່ງຫລັງຈາກໄດ້ຂ່າວກ່ຽວກັບອັດຕາການຫວ່າງງານຕົກຕໍ່າລົງ ແລະການສ້າງໜ້າວຽກ
ໃນພາກສ່ວນເອກະຊົນ 120,000 ວຽກ ເມື່ອເດືອນຜ່ານມານັ້ນ. ປະທານາທິບໍດີໂອບາ
ມາກ່າວວ່າ ການຕໍ່ອາຍຸຂອງການຕັດພາສີອອກໄປອີກນັ້ນ ແມ່ນຈະຊ່ວຍເສີມສ້າງຄວາມ
ກ້າວໜ້າ ຕໍ່ຈາກທ່າອຽງໃນທາງບວກເຫລົ່ານັ້ນ.
ເບິ່ງລາຍງານພາສາອັງກິດ ກ່ຽວກັບການຫວ່າງງານໃນສະຫະລັດ:
ທ່ານໂອບາມາ ກ່າວອີກວ່າ ພວກສະມາຊິກສະພາຄອງແກຣສ ບໍ່ຄວນຈະ ກັບເມືອບ້ານ
ໃນຊ່ວງເທດສະການຄຣິສມັສນີີ້ ຈົນກວ່າຈະໃຫ້ການອະນຸມັດຕໍ່ອາຍຸການຕັດພາສີເງິນ
ເດືອນເສຍກ່ອນ.
ໃນຄໍາປາໄສຕອບຂອງຝ່າຍຣີພັບບລິກັນນັ້ນ ສະມາຊິກສະພາສູງ Olympia Snowe
ຈາກລັດເມນ ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດ ໄດ້ຮຽກຮ້ອງໃຫ້ເພື່ອນ
ສະມາຊິກຂອງທ່ານນາງ ຊ່ວຍກັນຄວບ ຄຸມການໃຊ້ຈ່າຍ ຊຶ່ງທ່ານນາງກ່າວວ່າ ກໍາລັງ
ເຮັດໃຫ້ຈໍານວນການຂາດດຸນງົບປະມານ ສູງຂຶ້ນໄປອີກ ແລະເຮັດໃຫ້ການເຕີບໂຕດ້ານ
ໜ້າວຽກຊັກ ຊ້າລົງໄປ.
ທ່ານນາງ ສະມາຊິກສະພາສູງ Snow ກໍາລັງຊຸກຍູ້ໃຫ້ມີການຮັບຜ່ານຂໍ້ແກ້ໄຂລັດຖະທໍາ
ມະນູນຂໍ້ນຶ່ງ ທີ່ບັງຄັບໃຫ້ລັດຖະບານສ້າງຄວາມສົມດຸນໃນງົບປະມານນັ້ນ.
ທ່ານນາງກ່າວອີກວ່າ ຖ້າຫາກລັດຖະບານບໍ່ຖືກບັງຄັບໃຫ້ສ້າງຄວາມສົນດຸນແກ່ງົບປະ
ມານ ເສດຖະກິດກໍຍັງຈະລົ້ມລຸກຄຸກຄານສືບຕໍ່ໄປ ພາຍໃຕ້ສະພາວະໜີ້ສິນຂອງລັດຖະ
ບານທີ່ຂະຫຍາຍຕົວອອກໄປນັບມື້ ຊຶ່ງໃນເວລານີ້ແມ່ນມີຈໍານວນຮອດ 15 ພັນຕື້ໂດລາ
ແລ້ວນັ້ນ ແລະຊຶ່ງທ່ານນາງກ່າວວ່າ ມັນໄດ້ເຮັດໃຫ້ການເຕີບໂຕທາງເສດຖະກິດຢຸດຊະ
ງັກບໍ່ໄປ ບໍ່ມາ ແລະສູນເສຍວຽກງານຂອງຊາວອາເມລິກັນໄປຫລາຍລ້ານວຽກນັ້ນ.