ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Obama ອາດຈະ​​ໄປ​ຢ້ຽມຢາມ ເຂດປອດທະຫານ ຂອງເກົາຫຼີ


ເຂດປອດທະຫານທີ່​ເຄັ່ງ​ຕຶງ ທີ່​ແບ່ງແຍກ​ ເກົາຫຼີ​​ເໜືອ​ແລະເກົາຫຼີ​ໃຕ້ ອອກ​ຈາກ​ກັນ​
ເຂດປອດທະຫານທີ່​ເຄັ່ງ​ຕຶງ ທີ່​ແບ່ງແຍກ​ ເກົາຫຼີ​​ເໜືອ​ແລະເກົາຫຼີ​ໃຕ້ ອອກ​ຈາກ​ກັນ​

ສື່​ຂ່າວເກົາຫຼີ​ໃຕ້​ກ່າວ​ວ່າ ປະທານາທິບໍດີສະຫະລັດ ທ່ານ Barack Obama ກໍາ​ລັງ​ພິ​ຈາ
ລະ​ນາ​ວ່າ ຈະໄປ​ຢ້ຽມຢາມເຂດປອດທະຫານທີ່​ເຄັ່ງ​ຕຶງ ທີ່​ແບ່ງແຍກ​ ເກົາຫຼີເໜືອ​ແລະເກົາຫຼີ​
ໃຕ້ອອກ​ຈາກ​ກັນ​ນັ້ນ ​ໃນ​ລະຫວ່າງ​ການຢ້ຽມຢາມ​ກຸງໂຊ​ລ ນະຄອນຫລວງ​ຂອງ​ເກົາຫລີ​ໃຕ້
ໃນ​ທ້າ​ຍ​ເດືອນ​ນີ້​.


ໜັງສືພິມ Chosun Ilbo ​ລາຍ​ງານໃນ​ວັນ​ຈັນ​ມື້​ນີ້​ວ່າ ລາຍລະອຽດກ່ຽວ​ກັບ​ການ​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະຫານ​ ຫລື DMZ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ສົນທະນາກັນ ​ໃນ​ລະຫວ່າງການ​ຢ້ຽມຢາມ​ວໍ​ຊິງ​ຕັນ ຂອງ​ທ່ານ Kim Sung-hwan ລັດຖະມົນຕີ​ ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ​ເມື່ອ​ໄວໆ​ມາ​ນີ້. ທາງອົງການ​ຂ່າວ Yonhap ຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ການ​ຢ້ຽມຢາມ​ດັ່ງກ່າວ​ນີ້ ​ໜ້າ​ຈະ​ມີ​ຂຶ້ນ​ໃນວັນ​ທີ 27 ​ເດືອນ​ນີ້ ​ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ໄດ້​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງການ​ຈາກ​ສະຫະລັດ​ເທື່ອກໍ​ຕາມ.


ສະຫະ​ລັດມີ​ກໍາລັງ​ທະຫານປະ​ຈໍາ​ຢູ່​ທີ່​ຄ້າຍ Bonitas ຖານ​ທັບ​ຂອງ​ສະຫະ​ປະ​ຊາ​ຊາດທີ່​ຕັ້ງ​ຢູ່ຊາຍ​ແດນ​ເກົາຫລີ​ໃຕ້ ນອກເຂດປອດ​ທະຫານທີ່​ກວມ​ເຂດ​ຊາຍ​ແດນ​ທີ່​ມີ​ກອງ​ກໍາລັງ​ທະຫານ​ປະ​ຈໍາ​ການ​ຢູ່​ຢ່າງ​ແໜ້ນໜາທີ່​ສຸດ​ເຂດ​ນຶ່ງ​ຂອງ​ໂລກ​.


ໃນ​ຕົ້ນ​ເດືອນນີ້ ຂະນະ​ທີ່​ທະຫ​ານສະຫະລັດ​ແລະ​ເກົາ​ຫຼີໃຕ້ ​ທໍາ​ການ​ຊ້ອມ​ລົບ​ປະ​ຈໍາປີຮ່ວມ​ກັນ​ຢູ່​ນັ້ນ ນາຍ​ພົນເກົາຫຼີ​ເໜືອທ່ານ​ນຶ່ງ​ ກ່າວວ່າ ກອງ​ກໍາ​ລັງ​ຂອງ​ຕົນ​ພ້ອມ​ທຸກ​ເມື່ອ ທີ່​ຈະ​ຍິງຖະຫລົ່ມແກ້​ແຄ້ນ​ ໃສ່​ກອງ​ກໍາລັງ​ຂອງ​ສະຫະລັດ.

XS
SM
MD
LG