ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເອີ້ນຜູ້ນໍາຄົນໃໝ່ ວ່າ ຜູ້ບັນຊາການທະຫານ ສູງສຸດ (ເບິ່ງວີດີໂອ)


ທ່ານກິມຈົງອຸນ ຜູ້ນຳຄົນໃໝ່ຂອງເກົາຫຼີເໜືອ (24 ທັນວາ 2011)
ທ່ານກິມຈົງອຸນ ຜູ້ນຳຄົນໃໝ່ຂອງເກົາຫຼີເໜືອ (24 ທັນວາ 2011)

ໃນ​ວັນ​ເສົາ​ມື້ນີ້ ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫຼີ​ເໜືອ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ​ກິມຈົງອຸນ​ໃນ​ຖານະ​
ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດຊຶ່ງ​ເປັນ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນວ່າ ການ​ໂອນ​ອຳນາດຕາມ
ສາຍ​ເລືອດ​ຢູ່​ໃນ​ປະ​ເທດ​ຜະ​ເດັດ​ການ​ຄອມ​ມູນິສ​ເກົາຫຼີ​ເໜືອຈາກ​ຜູ້ນຳ​ຮຸ້ນ​ທີ​ສອງໄດ້​ດຳ​ເນີນ​ໄປ​
ດ້ວຍ​ຄວາມ​ລາບ​ລື່ນ​ບໍ່​ມີ​ບັນຫາ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ ທີ່​ນຶ່ງ​ໃນ​ບັນດາ​ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫຼີ​ເໜືອ​ໄດ້​ໃຊ້​ຄຳວ່າຜູ້​ບັນຊາ​
ການ​ສູງ​ສຸດຊຶ່ງ​ເປັນ​ຕຳ​ແໜ່​ງທີ່​ມື້ລາງ​ທ່ານ​ກິມຈົງ​ອິລກຳນັ້ນສຳລັບຜູ້ນຳ​ຄົນ​ໃໝ່ຊຶ່ງ​ເປັນ​ນາຍ​ພົນ​
ສີ່​ດາວທັງໆ​ທີ່​ມີ​ປະສົບ​ພະກາ​ນທາງ​ດ້ານ​ທະຫານ​ແຕ່​ພຽງ​ເລັກ​ນ້ອຍແລະ​ມີ​ອາຍຸ 20 ກວ່າ​ປີ​ທໍ່​
ນັ້ນ.

ເກົາຫຼີ​ເໜືອ​ໄດ້​ປະກາດກ່ຽວ​ກັບການ​ເລີ່​ມຕົ້ນຂອງ​ຍຸກ​ທ່ານ​ກິມຈົງ​ອຸນ​ໃນ​ມື້ວັນ​ພະຫັດ​ຜ່ານ​ມາ
ໂດຍ​ກ່າວ​ເຖິງ​ທ່ານ​ວ່າ​ເປັນ​ຜູ້​ສືບ​ທອດ​ພາລະກິດ​ໃນ​ການ​ປະຕິວັດ​ຂອງ​ປະ​ເທດ​ແລະ​ຜູ້ນຳ​ຂອງ​
ປະຊາຊົນ​ຊາວ​ເກົາຫຼີ​ເໜືອ.

ບົດ​ບັນນາທິການ​ໃນ​ໜ້າ​ໜັງສືພິມ Rodong Sinmun ຊຶ່ງ​ເປັນ​ປາກ​ກະບອກ​ສຽງ​ຂອງ​ທາງ​
ການ​ເກົາຫຼີ​ເໜືອ​ ກ່າ​ວວ່າ ທ່ານ​ກິມຈົງ​ອຸນຄວນ​ດຳ​ເນີນ​ການ​ກ້າວໄປ​ຂ້າງ​ໜ້າ ​ຕາມ​ເສັ້ນທາງ
ແບບ​ກຸ້ມ​ຕົນ​ເອງ ​ໃນ​ຂະນະ​ທີ່​ສືບ​ຕໍ່​ຄຳ​ສັ່ງສອນ​ຂອງທ່ານ​ກິມຈົງ​ອິລ ຊຶ່ງ​ການເຖິງ​ແກ່​ມໍລະນະ
ກຳຂອງ​ທ່ານ​ໄດ້​ມີ​ການ​ປະກາດ​ໃຫ້​ຊາບ​ໃນ​ອາທິດນີ້. ໜັງສືພິມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ເກົາ
ຫຼີ​ເໜືອ​ປຸ້ມລຸມ​ສາມັກຄີ​ຢູ່​ເບື້ອງຫຼັງຜູ້ນຳໜຸ່ມ​ນ້ອຍ​ຄົນ​ນີ້​ແລະ​ຍຶດໝັ້ນຈົງ​ຮັກ​ພັກດີ​ຕໍ່​ການ​ນຳພາ
ຂອງ​ທ່ານ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບການສືບທອດອໍານາດ ໃນເກົາຫລີເໜືອ:

XS
SM
MD
LG