ເກົາຫລີເໜືອກ່າວວ່າ ຕົນກໍາລັງສ້າງຄວາມກ້າວໜ້າ ໃນການເສີມສະມັດຖະພາບທາດ
ຢູເຣນຽມ ສໍາຫລັບໃຊ້ໃນເຕົາແຍກນິວເຄລຍທີ່ໃຊ້ນໍ້າທຳມະດາລະບາຍຄວາມເຢັນ ຊຶ່ງກໍ່
ໃຫ້ເກີດມີຄວາມເປັນຫ່ວງລ່າສຸດວ່າ ໂຄງການທີ່ເປັນບັນຫາໂຕ້ແຍ້ງກັນນີ້ ອາດສາມາດ
ໃຊ້ສ້າງອາວຸດນີວເຄລຍໄດ້.
ໂຄສົກກະຊວງຕ່າງປະເທດເກົາຫລີເໜືອ ກ່າວເມື່ອວັນພຸດມື້ນີ້ວ່າ ໂຄງການທົດລອງການ
ເສີມສະມັດຖະພາບທາດຢູເຣນຽມຂອງຕົນ ກໍາລັງກ້າວໜ້າໄປຢ່າງວ່ອງໄວ.
ເກົາຫລີເໜືອໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບໂຮງງານເສີມສະມັດຖະພາບທາດຢູເຣນຽມ
ເກຣດຕໍ່າຂອງຕົນ ເມື່ອນຶ່ງປີຜ່ານມາ ທີ່ບໍລິເວນອາຄານປະລະມານູຂອງຕົນທີ່ເມືອງ Yong
byong ໂດຍກ່າວວ່າຢູເຣນຽມເກຣດ ຕໍ່າດັ່ງກ່າວນີ້ ຈະໃຊ້ຜະລິດກະແສໄຟຟ້າ.
ແຕ່ພວກນັກສັງເກດການຝ່າຍຕາເວັນຕົກບາງຄົນຢ້ານວ່າ ໂຮງງານດັ່ງກ່າວອາດປັບປ່ຽນ
ໄດ້ຢ່າງງ່າຍໆເພື່ອຜະລິດທາດຢູເຣນຽມຄຸນນະພາບສູງ ທີ່ສາມາດໃຊ້ຜະລິດອາວຸດນີວ
ເຄລຍໄດ້.
ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກ່າວຢູ່ທີ່ກອງປະຊຸມວ່າ
ດ້ວຍການໃຫ້ຄວາມຊ່ວຍເຫລືອທີ່ເມືອງບູຊານ ເກົາຫລີໃຕ້ເມື່ອວັນພຸດມື້ນີ້ວ່າ ພຽງຢາງ
ຄວນຈະສືບຕໍ່ຄວາມພະຍາຍາມ ເພື່ອປະຖິ້ມໂຄງການນີວເຄລຍຂອງຕົນນັ້ນເສຍ ແລະປັບ
ປຸງຄວາມສຳພັນຂອງຕົນໃຫ້ດີຂຶ້ນກັບເກົາຫລີໃຕ້.