ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາໃໝ່ຂອງເກົາຫຼີເໜືອ ໄດ້ຮັບຕໍາແໜ່ງສູງສຸດ ອີກຕໍາແໜ່ງນຶ່ງ


ທ່ານກິມຈອງອຸນ ຜູ້ນໍາໃໝ່ເກົາຫລີເໜືອ.
ວັນທີ 26 ທັນວາ 2011
ທ່ານກິມຈອງອຸນ ຜູ້ນໍາໃໝ່ເກົາຫລີເໜືອ. ວັນທີ 26 ທັນວາ 2011

















ໜັງສືພິມ​ຊັ້ນ​ນໍາຂອງ​ເກົາຫລີ​ເໜືອ​ສະບັບ​ນຶ່ງ​ທີ່​ລັດເປັນ​ຜູ້​ຄວມຄຸມ ​ສະ​ແດງ​ໃຫ້​ຮູ້​ໃນ​ວັນ​ຈັນ
​ມື້​ນີ້​ວ່າ ລູກ​ຊາຍ​ຂອງ​ມື້​ລາງ​ທ່ານກິມຈົງ​ອີລ ໄດ້ຮັບ​ຕໍາ​ແໜ່​ງສູງ​ສຸດ​ອີກ​ຕໍາ​ແໜ່​ງນຶ່ງ.

ໜັງສືພິມ Rodong Sinmun ຂອງ​ພັກ​ຄອມ​ມີ​ວນິດ​ໄດ້​ເອີ້ນ​ທ່ານກິມຈົງ​ອຸນ ​ວ່າຜູ້​ນໍາ​ຄະນະ
​ກໍາມະການ​ສູນ​ກາງ​ພັກ​ກໍາມະກອນ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ຊຶ່ງ​ເປັນ​ຕໍາ​ແໜ່​ງທີ່​ອໍາ
​ນວຍ​ໃຫ້ທ່ານ​ກິມຈົງ​ອຸນ ມີ​ອໍານາດ​ເໜືອ​ນຶ່ງ​ໃນ​ບັນດາ​ອົງກອນ ທີ່​ເປັນ​ຜູ້​ຕັດສິນ​ໃຈ​ໃນ​ລະດັບ
​ສູງ​ສຸດ​ຂອງ​ປະ​ເທດ.

ໃນ​ການ​ອອກ​ຂ່າວ​ໃນ​ແລງ​ວັນ​ເສົາ​ຜ່ານ​ມາ​ນີ້ ອົງ​ການ​ຂ່າວ​ທາງ​ການ​ຂອງ​ເກົາຫລີ​ເໜືອ​ເອີ້ນ
​ນາຍ​ພົນ​ກິມ ຜູ້​ນໍາ​ສູງ​ສຸດ​ຂອງ​ກໍາລັງ​ປະຕິວັດ. ​ໃນ​ຕອນ​ເຊົ້າ​ວັນ​ເສົາ ອົງການ​ຂ່າວ KCNA
ກ່າວ​ຊົມ​ເຊີຍ​ທ່ານ​ກິ​ມວ່າຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ຊຶ່ງ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ໃຊ້​ຕໍາ​ແໜ່​ງດັ່ງ
ກ່າວ ຊຶ່ງ​ເປັນ​ຄໍາດຽວ​ກັນ​ກັບ​ທີ່​ມື້​ລາງ​ບິດາ​ຂອງ​ທ່ານ​ເຄີຍ​ໃຊ້​ມາ​ນັ້ນ.

ທ່ານ​ກິມຈົງ​ອຸນ ມີ​ຕໍາ​ແໜ່​ງ​ເປັນ​ນາຍ​ພົນ 4 ດາວ​ໃນ​ກອງທັບ ​ເຖິງ​ແມ່ນທ່ານ​ມີ​ປະສົບປະ
​ການ​ທາງ​ທະຫານ​ພຽງ​ນ້ອຍ​ດຽວ​ກໍ​ຕາມ ​ແລະ​ເວລາ​ນີ້​ທ່ານ​ກໍ​ຢູ່​ໃນ​ໄວ 20 ກວ່າ​ປີ​ເທົ່າ​ນັ້ນ.

XS
SM
MD
LG