ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂະ​ບວນລົດ​ສໍາ​ພາລະ​ ຂອງ NATO ຖືກໂຈມ​ຕີ ທີ່ປາກິສຖານ (ວີດີໂອກ່ຽວຂ້ອງ)


ຂະ​ບວນລົດ​ທີ່​ບັນ​ທຸກສໍາ​ພາລະ​ໄປ​ໃຫ້ກອງ​ກໍ​າລັງ​ຂອງອົງການ NATO ຖືກ​​ໂຈມຕີ
ຂະ​ບວນລົດ​ທີ່​ບັນ​ທຸກສໍາ​ພາລະ​ໄປ​ໃຫ້ກອງ​ກໍ​າລັງ​ຂອງອົງການ NATO ຖືກ​​ໂຈມຕີ

ເຈົ້າ​ໜ້າ​ທີ່ Pakistan ກ່າວ​ວ່າ ພວກມື​ປືນໄດ້​ໂຈມ​ຕີ ຂະ​ບວນລົດ​ທີ່​ບັນ​ທຸກສໍາ​ພາລະ​ໄປ​ໃຫ້
ກອງ​ກໍ​າລັງ​ຂອງອົງການ NATO ​ໃນ Afghanistan ​ແລະ ​ໄດ້​ສັງຫານຄົນ​ຂັບ ​ແລະ​ເຮັດ​ໃຫ້
​ອີກ​ຄົນ​ນຶ່ງ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າທີ່ເວົ້າ​ວ່າ ການ​ໂຈມ​ຕີດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ຢູ່ທີ່​ເມືອງ Jamrud ​
ເມືອງ​ເອກ​ຂອງ​ເຂດຊົນ​ເຜົ່າ Khyber ຂອງ Pakistan​.

ຄັ້ງ​ນີ້​ແມ່ນ​ເປັນ​ການ​ໂຈມ​ຕີຄັ້ງທໍາ​ອິດ ​ຕໍ່ຂະ​ບວນລົດ​ລໍາລຽງ​ສໍາ​ພາລະຂອງ​ກອງ​ກໍ​າລັງ​ຂອງ
ອົງການ NATO ນັບ​ຕັ້ງ​ແຕ່ Pakistan ​ໄດ້​ເປີດເສັ້ນທາງ​ລໍາລຽງ​ຄືນ​ໃໝ່ ​ໃນ​ຕົ້ນ​ເດືອນ​ນີ້​
ຫຼັງຈາກ​ທີ່​ໄດ້​ອັດເສັ້ນທາງນີ້ໄວ້ ເປັນ​ເວລາ 7 ​ເດືອນ​.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບ​ການ​ໂຈມ​ຕີ​ຄັ້ງ​ນີ້ເທື່ອ.

ແຕ່​ຜ່ານ​ມາ ກຸ່ມ​ຕາ​ລີ​ບານ ​ໃນ Pakistan ​ໄດ້​ຂູ່​ວ່າ​ ຈະທໍາ​ການ​ໂຈມ​ຕີ​ຂະ​ບວນລົດບັນທຸກ
ສໍາ​ພາລະຂອງ​ NATO.

ລາຍງານກ່ຽວກັບຂະບວນລົດລໍາລຽງສໍາພາລະຂອງເນໂຕ້ ທີ່ຍັງຈອດຢູ່ເຖິງແມ່ນມີ
ການເປີດເສ້ນທາງແລ້ວກໍຕາມ. ພວກເຈົ້າຂອງລົດຮຽກຮ້ອງເອົາຄ່າຊົດເຊີຍ15 ລ້ານ
ໂດລາ ທີ່ລົດຂອງເຂົາເຈົ້າບໍ່ໄດ້ໃຊ້ວຽກເປັນເວລາ 7 ເດືອນ ທີ່ເສ້ນທາງາລຽງຖືກອັດ:


XS
SM
MD
LG