ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂມຣົກໂກ ຈັດການເລືອກຕັ້ງ ສະພາແຫ່ງຊາດ


ຜູ້ມີສິດປ່ອນບັດຊາວມາຣົກຄົນນຶ່ງ ພວມລົງຄະແນນສຽງທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງຣາບັດ (25 ພະຈິກ 2011)
ຜູ້ມີສິດປ່ອນບັດຊາວມາຣົກຄົນນຶ່ງ ພວມລົງຄະແນນສຽງທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງຣາບັດ (25 ພະຈິກ 2011)

ຊາວໂມຣົກໂກຫຼືມາຣົກກຳລັງພາກັນໄປປ່ອນບັດໃນວັນສຸກມື້ນີ້ໃນການເລືອກຕັ້ງສະພາແຫ່ງ
ຊາດຊຸດໃໝ່ຂະນະທີ່ກະສັດຂອງມາຣົກສືບຕໍ່ການປະຕິຮູບປະຊາທິປະໄຕທີ່ແນໃສ່ປ້ອງກັນບໍ່
ໃຫ້ເກີດການປະທ້ວງແບບລະດູບານໃໝ່ຂອງຊາວອາຣັບນັ້ນ.

ການເລືອກຕັ້ງຊຶ່ງເບິ່ງກັນວ່າເປັນການທົດສອບການປະຕິຮູບນັ້ນ ຄາດວ່າຈະຈັດຂຶ້ນໃນທ້າຍ
ປີ 2012 ແຕ່ກະສັດ Mohammed ແຫ່ງມາຣົກຊົງຮຽກໃຫ້ມີການເລືອກຕັ້ງຂຶ້ນຢ່າງໄວວາ ເພື່ອວ່າປະເທດດັ່ງກ່າວຈະສາມາດຈັດຕັ້ງລັດຖະບານຊຸດໃໝ່ຂຶ້ນມາ.

ພັກການເມືອງບາງພັກຂອງມາຣົກໂຕ້ແຍ້ງວ່າ ຕົນຕ້ອງການເວລາເພີ່ມຕື່ມເພື່ອກະກຽມສຳ
ລັບການປ່ອນບັດເລືອກຕັ້ງ.

ໃນຕົ້ນປີນີ້ ຊາວມາຣົກໄດ້ພາກັນໄປລົງຄະແນນສຽງຢ່າງຖ້ວມລົ້ນ ໃນການປະຕິຮູບລັດຖະ
ທຳມະນູນທີ່ຈະຕັດອຳນາດຂອງກະສັດລົງ. ກະສັດມາຣົກຊົງໄດ້ສະເໜີໃຫ້ມີການປ່ຽນແປງ
ລັດຖະທຳມະນູນເພື່ອສະໜອງຕອບຕໍ່ອັນທີ່ປະເທດດັ່ງກ່າວເອີ້ນວ່າຂະບວນການວັນທີ 20 ກຸມພາຊຶ່ງໄດ້ຈັດໃຫ້ມີການປະທ້ວງຂຶ້ນເປັນປະຈຳເພື່ອຮຽກຮ້ອງໃຫ້ມີການສ້າງຕັ້ງສະພາພະ ມາຫາກະສັດຂຶ້ນຢູ່ໃນລາດ ຊະອານາຈັກມາຣົກ.

ແຕ່ພວກຕຳໜິຕິຕຽນເວົ້າວ່າ ລັດຖະທຳມະນູນສະບັບໃໝ່ຂອງປະເທດແມ່ນຍັງສືບຕໍ່ຮັກສາ
ອຳນາດຂອງກະສັດ Mohammed ໄວ້ຢ່າງເຂັ້ມແຂງ ໂດຍອະນຸຍາດໃຫ້ພະອົງຊົງເລືອກ
ເອົາຜູ້ທີ່ຈະມາເປັນນາຍົກຈາກພັກທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະໂດຍອະນຸຍາດ
ໃຫ້ພະອົງຊົງເປັນຜູ້ກຳກັບເບິ່ງແຍງນຳເລື່ອງສາສະໜາ ການຮັກສາຄວາມສະຫງົບ ແລະລະ
ບົບຕຸລາການຂອງປະເທດ.

XS
SM
MD
LG