ທ່ານ ທອງມີ ພົມມີໄຊ ລັດຖະມົນຕີຊາວວ່າການກະຊວງແຜນການ ແລະການລົງທຶນ
ຖະແຫຼງຢືນຢັນວ່າ ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍສະຫັດສະຫວັດການພັດທະ
ນາເພື່ອລົບລ້າງບັນຫາຄວາມທຸກຍາກທີ່ລັດຖະບານລາວ ໄດ້ວາງໄວ້ພາຍໃນປີ 2015
ແລະການທີ່ຈະນໍາພາປະເທດລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຢ່າງແທ້
ຈິງພາຍໃນປີ 2020 ນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງລະດົມການລົງທຶນຈາກ
ຕ່າງປະເທດ ເຂົ້າມາໃນລາວໃຫ້ໄດ້ປີລະບໍ່ໜ້ອຍກວ່າ13,600 ຕື້ກີບ ຫຼືປະມານ 1,700
ລ້ານໂດລາ.
ຫາກແຕ່ວ່າ ການທີ່ຈະສາມາດລະດົມການລົງທຶນຈາກຕ່າງປະເທດໃຫ້ໄດ້ຕາມເປົ້າໝາຍ
ດັ່ງກ່າວນັ້ນ ກໍບໍ່ແມ່ນເລື່ອງງ່າຍໆ ເພາະວ່າລັດຖະບານລາວ ຈະຕ້ອງສ້າງການຍອມຮັບ
ຈາກບັນດານັກລົງທຶນຕ່າງຊາດ ໃຫ້ໄດ້ໃນທຸກໆດ້ານ ໂດຍສະເພາະແມ່ນການພັດທະນາ
ລະບຽບກົດໝາຍດ້ານການລົງທຶນ ແລະພາສີອາກອນ ທີ່ໄດ້ມາດຕະຖານສາກົນ. ການ
ພັດທະນາພຶ້ນຖານໂຄງຫລ່າງ ແລະການອໍານວຍຄວາມສະດວກດ້ານການລົງທຶນຢ່າງຄົບ
ວົງຈອນ ເຊັ່ນການສ້າງຕັ້ງລະບົບໃຫ້ບໍລິການແບບປະຕູດຽວຫຼື One stop service ນັ້ນຖືເປັນປັດໃຈທີ່ສໍາຄັນປະການໜຶ່ງ.
ນອກຈາກນີ້, ການສົ່ງເສີມບັນດາ
ວິສະຫະກິດຕ່າງໆຈາກມິດປະ
ເທດ ກໍຄືຫວຽດນາມທີ່ມີການ
ພົວພັນຮ່ວມມືແບບພິເສດກັບ
ລາວຫຼາຍຂຶ້ນຢ່າງບໍ່ຫຍຸດຢັ້ງນັ້ນ
ກໍນັບເປັນອີກປັດໃຈນຶ່ງ ທີ່ມີ
ຄວາມສໍາຄັນຕໍ່ການພັດທະນາ
ລາວໃຫ້ຫຼຸດພົ້ນຈາກບັນຫາ
ທຸກຍາກ ແລະສະພາບດ້ອຍ
ພັດທະນາ ໄດ້ຕາມເປົ້າໝາຍ
ທີ່ວາງໄວ້ດັ່ງກ່າວ ດັ່ງທີ່ທ່ານ ທອງມີ ໄດ້ຖະແຫຼງເນັ້ນຢໍ້າວ່າ:
“ເພື່ອຍາດແຍ່ງກໍາລັງແຮງຈາກຕ່າງປະເທດໃຫ້ໄດ້ດີນັ້ນ ພວກຂ້າພະເຈົ້າ
ໄດ້ສຸມໃສ່ຊຸກຍູ້ບັນດາວິສະຫະກິດຫວຽດນາມໄດ້ຮັບອະນຸຍາດລົງທຶນ ຫຼື ເຊັນສັນຍາເພື່ອພັດທະນາໂຄງການຕ່າງໆຢູ່ລາວນັ້ນໃຫ້ມີການຈັດຕັ້ງປະ
ຕິບັດການລົງທຶນຕົວຈິງໃຫ້ເປັນຮູບປະທໍາ”
ທາງການ ກະຊວງແຜນການ ແລະການລົງທຶນໄດ້ສະເໜີລາຍງານເມື່ອບໍ່ນານມານີ້ ວ່າການລົງທຶນຂອງຫວຽດນາມໃນລາວມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໃນປັດຈຸ
ບັນ ມີບັນດາວິສະກີດຈາກຫວຽດນາມໄດ້ມີການລົງທຶນໃນລາວແລ້ວເຖິງ 422 ໂຄງ
ການຄິດເປັນມູນຄ່າລວມຫຼາຍກວ່າ 3,500 ລ້ານໂດລາ.
ສໍາລັບເຂດທີ່ພາກທຸລະກິດຂອງຫວຽດນາມ
ໄດ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ກໍຄືເຂດ
ນະຫຼວງວຽງຈັນ ທີ່ມີມູນຄ່າການລົງທຶນຖິງ
1,888 ລ້ານໂດລາ ຫຼື ຄິດເປັນ 53%
ຂອງມູນຄ່າການລົງທຶນທັງໝົດຂອງຫວຽດ
ນາມໃນລາວ. ສ່ວນເຂດຊາຍແດນທີ່ພາກ
ທຸລະກິດຂອງຫວຽດນາມໄດ້ເຂົ້າມາລົງທຶນ
ຫລາຍທີ່ສຸດນັ້ນກໍຄືແຂວງ ເຊກອງ, ຕິດ
ຕາມດ້ວຍແຂວງຈໍາປາສັກ ແລະອັດຕະປື
ຕາມລໍາດັບ. ແຕ່ເຂດທີ່ບໍ່ມີການລົງທຶນ
ຂອງຫວຽດນາມເລີຍນັ້ນ ກໍມີພຽງແຕ່
ແຂວງບໍ່ແກ້ວເທົ່ານັ້ນ ແຕ່ກໍ່ເຊື່ອໝັ້ນວ່າ
ພາກທຸລະກິດຂອງຫວຽດນາມຈະພາກັນ
ຂະຫຍາຍການລົງທຶນໃນທຸກທີ່ເຂດ ແລະ
ທັງໜີ້ກໍເນື່ອງຈາກວ່າ, ທັງສອງປະເທດ
ໄດ້ເປີດກວ້າງການຮ່ວມມືທາງເສດຖະກິດ
ລະຫວ່າງກັນນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມແລະ
ປົກປ້ອງການລົງທຶນລະຫວ່າງກັນນັບ ຕັ້ງແຕ່ປີ1996 ເປັນຕົ້ນມາແລ້ວ ໂດຍໃນປັດຈຸບັນ
ທາງການທັງສອງຝ່າຍກໍກໍາລັງຮ່ວມກັນພິຈາລະນາປັບປຸງສັນຍາວ່າດ້ວຍການສົ່ງເສີມ
ແລະປົກປ້ອງການລົງທຶນດັ່ງ ໃຫ້ມີຄວາມທັນສະໄໝ.
ພາຍໃຕ້ສັນຍາວ່າດ້ວຍ ການສົ່ງເສີມແລະປົກປ້ອງ ກາຍລົງທຶນດັ່ງກ່າວນີ້ ທັງສອງຝ່າຍໄດ້
ຕົກລົງຮ່ວມກັນ ວ່າຈະສົ່ງເສີມໃຫ້ມີການພົວພັນທາງເສດຖະກິດຫຼາຍຮູບແບບ ທີ່ມີການ ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ ການຄ້າ, ການລົງທຶນ, ລວມເຖິງການພັດ
ທະນາເພື່ອການເຊື່ອມໂຍງກັນຕັ້ງແຕ່ພາກເໜືອເຖິງພາກໃຕ້ ຢ່າງເປັນຮູບປະທໍາ.