ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ສະຖານທູດລາວ ທີ່ວໍຊິງຕັນ ສະຫຼອງວັນຊາດ 36 ປີ


ຄນະເຈົ້າໜ້າທີ່ທູດໃນງານສະເຫລີມສະຫລອງ ວັນຊາດລາວ ຄົບຮອບ 36 ປີ ທີ່ສະຖານທູດລາວ ປະຈໍານະຄອນຫລວງ ວໍຊິງຕັນ ດີຊີ ໃນວັນທີ 3 ທັນວາ 2011. ເອກອັກຄະລັດຖະທູດ ທ່ານແສງ ສຸຂະທິວົງ ແລະພັນລະຍາ (ຄູ່ຂວາ), ທີ່ປຶກສາທູດ ທ່ານໄມ ໄຊຍະວົງ ແລະພັນລະຍາ (ຄູ່ກາງ), ທູດທະຫານ ທ່ານແກ່ນແກ້ວ ພົນເ
ຄນະເຈົ້າໜ້າທີ່ທູດໃນງານສະເຫລີມສະຫລອງ ວັນຊາດລາວ ຄົບຮອບ 36 ປີ ທີ່ສະຖານທູດລາວ ປະຈໍານະຄອນຫລວງ ວໍຊິງຕັນ ດີຊີ ໃນວັນທີ 3 ທັນວາ 2011. ເອກອັກຄະລັດຖະທູດ ທ່ານແສງ ສຸຂະທິວົງ ແລະພັນລະຍາ (ຄູ່ຂວາ), ທີ່ປຶກສາທູດ ທ່ານໄມ ໄຊຍະວົງ ແລະພັນລະຍາ (ຄູ່ກາງ), ທູດທະຫານ ທ່ານແກ່ນແກ້ວ ພົນເ

ໃນຄໍ່າຄືນວັນເສົາ ທີ 3 ທັນວາຜ່ານມານີ້ ທາງສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳກຸງວໍຊິງຕັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 36 ປີ. ກິ່ງສະຫວັນ ມີລາຍງານກ່ຽວກັບເລື່ອງນີ້ ມາສະເໜີທ່ານ.

ໃນ​ຕອນ​ແລງ​ວັນ​ເສົາ ທີ 3 ​ເດືອນ​ທັນວາ ທີ​ຜ່ານ​ມາ​ນີ້ ຢູ່​ທີ່ສະຖານ​ເອກ​ອັກຄະລັດ​ຖະ​ທູດ
ສປປ ລາວ ທີ່ນະຄອນຫລວງ ​ວໍ​ຊິງ​ຕັນ ດີ​.ຊີ ​ໄດ້​ທີ​ພິທີ​ສະ​ເຫຼີ​ມສ​ະຫຼອງ ຄົບຮອບວັນຊາດ
36 ປີ. ການ​ສະຫຼ​ອງປີ​ນີ້ ​ໄດ້​ຈັດ​ຂື້ນ​ແບບ​ໃກ້​ຊິດ ​ແລະ ຢູ່ໃນ​ວົງ​ແຄບ​ຊຶ່ງ​ມີ​ພຽງ​ແຕ່ຊາວ​ລາວ​
ອາ​ເມຣິກັນ ຢູ່​ໃນ​ຂົງ​ເຂດ​ມະຫາ​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ​ເທົ່າ​ນັ້ນ​ ​ເນຶ່ອງຈາກ​ວ່າມັນ​ເປັນ
ລະດູ​ໜາວ ດີ​ນຟ້າ​ອາກາດ​ບໍ່​ອໍານວຍ ​ແລະບໍ່​ສາມາດ​ທີ່ຈະຈັດຢູ່ທາງນອກ ຕ້ອນຮັບບັນດາ​
ແຂກ​ຕ່າງ​ໆ​ໄດ້ຢ່າງຫລວງຫລາຍ ​ເໝືອນດັ່ງລະດູ​ຮ້ອນ.

ທາງໜ້າສະຖານທູດລາວ ໃນຕອນແລງ ວັນເສົາ ທີ 3 ທັນວາ 2011, ຄໍ່າຄືນສະຫລອງ ຄົບຮອບວັນຊາດ 36 ປີ ແຫ່ງ ສປປ ລາວ.
ທາງໜ້າສະຖານທູດລາວ ໃນຕອນແລງ ວັນເສົາ ທີ 3 ທັນວາ 2011, ຄໍ່າຄືນສະຫລອງ ຄົບຮອບວັນຊາດ 36 ປີ ແຫ່ງ ສປປ ລາວ.

ຢູ່ທາງໜ້າ​ສະຖານທູດ ມີ​ການ
ປະດັບ​ປະດາ​ດ້ວຍ​ແສງ​ສີ​ຢ່າງ​ງົດ
ງາມ. ພໍ​ແຕ່​ວາງ​ບາດກ້າວ​ເຂົ້າ​
ສູ່​ປະຕູ​ເຂົ້າ ກໍ​ໄດ້​ຖືກ​ຮັບ​ຕ້ອນ​
ຈາກ​ເຈົ້າ​ໜ້າ​ທີ​ການ​ທູດ ພ້ອມ
ດ້ວຍ​ທູດ​ທະຫານ ​ຢ່າງ​ເປັນ
ກຽດ​ແລະອົບ​ອູ່​ນ. ພາຍ​ໃນ​
ຫ້ອງ​ຮັບ​ແຂກຫລາຍ​ຫ້ອງ ​
ໜາ​ແໜ້ນ​ໄປ​ດ້ວຍ​ຊາວ​ລາວ,
ເວົ້າ​ພາສາ​ລາວ, ​ໂດຍ​ສະ​ເພາະ
ຢ່າງ​ຍິ່ງ ບັນດາ​ສຸພາ​ບສະຕຣີ
ທີ່​ພາກັນນູ່ງສີ້​ນໄໝ ບ່ຽງ​ແພ,
ອັນ​ເປັນ​ສັນຍາ​ລັກ ທີ່ບ​ອກ​ເຖິງປະຫວັດສາດແຫ່ງ​ຄວາ​ມສີວິໄລແລະມັ່ງຄັ່ງ​ສົ​ມບູນຂອງ​ລາວ.
ສັງ​ເກດ​ເຫັນ​ບັນຍາກາດ​ແລ້ວ ມີ​ຄວາ​ມຮູ້​ສື​ກໝືອນດັ່ງ​ຢູ່​ຄຸ້​ມ​ໃດ​ຄຸ້ມ​ນຶ່ງ​ໃນເມືອງ​ລາວ.

ນອກ​ຈາກ​ນັ້ນ​ ກໍ​ມີ​ການ​ສາຍ​ວີ​ດີ​ໂອ ກ່ຽວ​ກັບ​ປະຫວັດສາດ​ຄວາມ​ເປັນ​ມາ​ຂອງ​ລາວ ​ໃນ​ທຸກໆ
ບັ້ນ​ຕອນ ຊຶ່ງທ່ານ​ໄມ ​ໄຊ​ຍະ​ວົງ ທີ່ປິກສາທູດ ກໍ​ໄດ້​ໃຫ້ການ​ອະພິ​ບາຍ​ເພິ່ມຕື່ມ.

ເຄົາລົບທຸງຊາດ ອາເມຣິກາແລະລາວ ກ່ອນເປີດງານສະເຫຼີມສະຫຼອງ
ເຄົາລົບທຸງຊາດ ອາເມຣິກາແລະລາວ ກ່ອນເປີດງານສະເຫຼີມສະຫຼອງ

ຢູ່ໃນ​ຫ້ອງ​ພິທີ ມີ​ປ້າຍ​ຄໍາ​ຂວັນ
ສີແດງ​ຕິດ​ຢູ່​ເທິງຝາ ​ບອກ​ວ່າ
“ນໍ້າ​ໃຈ​ວັນຊາດ ທັນວາໝັ້ນ​ຍືນ.”
ພໍ​ເຖີງ​ເວລາ 7:30 ທ່ານ​ທອງ​ມູນ
ພົງ​ໄພ​ລາດ ​ເລຂາທີສອງ ​ແລະ
ໂຄ​ສົກ​ໃນ​ພິທີ ​ໄດ້​ເລີ້ມເປີດລາຍ
ການ ​ໂດຍ​ມີ​ການ​ຢືນ​ເຄົາລົບທຸ​ງ
ຊາດ ອາ​ເມຣິກາ​ແລະລາວ ປະ
ກອບ​ດ້ວຍ​ສຽງ​ເພງຊາດ​ຂອງ
ທັງ​ສອງ​ປະເທດ. ຫລັງ​ຈາກ​ນັ້ນ
ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ແສງ
ສຸກຂະ​ທິວົງ ​ກໍໄດ້​ກ່າວ​ຄໍາ​ປາ​ໄສ​ຕ້ອນຮັບ​ບັນດາ​ແຂກຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມ ​ແລະ ​ໄດ້ລາຍ
ງານ​ຜົນງານ​ຄວາມກ້າວໜ້າ​ໃນ​ຫລາຍໆ​ດ້ານ​ຂອງ ສ​ປປ ລາວ.

ຫລັງ​ຈາກ​ນັ້ນ ທ່ານເອກ​ອັກ​ຄະ​ລັດຖະທູດ ​ໄດ້​ເຊີນ​ບັນດາ​ແຂກ​ຜູ່​ມີ​ກຽດ ​ເຂົ້າ​ຮັບ​ປະທານ
ອາຫານພື້ນ​ເມືອງ​ລາວ​ອັນ​ແຊບ​ຊ້ອຍ​ເຊັ່ນ​ວ່າ: ​ເຂົ້າໜຽວ, ​ເຂົ້າ​ຈ້າວ, ຂຽບ​ໝູ, ຕໍາ​ໝາກ​ຫຸ່​ງ,
ຍໍາ​ຜັກ, ໝູ​ປີ່​ນ, ຈືນ​ປາ, ລາບ​ຊີ້ນ, ​ພິເສດກໍແມ່ນ​ເຂົ້າປຸ້​ນນໍ້າ​ແຈ່ວ ຊຶ່ງ​ເປັນ​ອາຫານ​ລາວ ທີ່
ຫາກີ​ນ​ໄດ້​ຍາກ. ນອນ​ນັ້ນ​ກໍ​ມີ​ນໍ້າຫວານ, ໝາກ​ໄມ້​ສົດ ​ແລະ ​ເຄື່ອງ​ດື່ມ​ຕ່າ​ງໆ​ຢ່າງ​ອຸດົມ
ສົມ​ບູນ.

ແຂກ​ທີ​ເຂົ້າ​ຮ່ວມ​ໃນ​ວັນ​ນີ້ ມີ​ຫລາຍ​ເຍົາໄວ ​ແລະ ມີ​ພື້ນຖານ​ຄວາມ​ເປັນ​ມາ​ແຕກ​ຕ່າງ​ກັນ
ຊຶ່ງຫລາຍຄົນໄດ້ສະແດງຄວາ​ມຄິດ​ເຫັນ​ກ່ຽວ​ກັບ​ການ​ມາ​ຮ່ວ​ມສັງ​ສັນ​ໃນຄໍາ​ຄືນວັນ​ນີ້.
(ກະລຸນາຟັງສຽງໃນບົດລາຍງານໂດຍເຕັມ)

ທ່ານທູດ ແສງ ສຸກຂະທິວົງ ແລະ ແຂກຜູ້ມີກຽດ ກໍາລັງລ່າຍລໍາໄປກັບ ຈັງວະລໍາວົງ ໃນໂອກາດສະຫລອງຄົບຮອບ ວັນຊາດ 36 ປີ, ວັນທີ 3 ທັນວາ 2011.
ທ່ານທູດ ແສງ ສຸກຂະທິວົງ ແລະ ແຂກຜູ້ມີກຽດ ກໍາລັງລ່າຍລໍາໄປກັບ ຈັງວະລໍາວົງ ໃນໂອກາດສະຫລອງຄົບຮອບ ວັນຊາດ 36 ປີ, ວັນທີ 3 ທັນວາ 2011.

ເພື່ອ​ສ້າງ​ບັນຍາກາດໃຫ້​ແຂ​ກຜູ້​
ມີ​ກຽດ​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ​ນັ້ນ ​
ກໍ​ມີການ​ຟ້ອນ​ລໍາ​ວົງ ​ແລະສາກົນ​
ໃນ​ຈັງ​ວະ​ເພງ​ຕ່າງໆ, ​ໂດຍ​ການ
ເສ​ບຂອງ​ຄະນະວົງ​ດົນ​ຕຣີ ​ເພັດ
ຣາຕຣີ ທີ​ເດີນ​ທາງ​ມາຈາກ​ເມືອງ
ຣິດຈະມັນ (Richmond) ລັດ​ເວີ​ຈີ​ເນຍ.

ພິທີ​ສະ​ເຫຼີມສະຫຼອງ​ຄົບຮອບວັນ​ຊາດ 36 ປີຂອງ ສປປ ລາວ ​ໄດ້​ສີ້​ນສຸດ​ລົງ​ດ້ວຍຄວາມ​ມ່ວນຊື່ນ
ເບີກບານ​ສໍາລານ ໂດຍທັງ​ເຈົ້າ
ພາບ ​ແລະ ​ແຂກ​ທີ່​ເຂົ້າ​ຮ່ວມ​ທຸກຖ້ວນ​ໜ້າ ຢ່າງ​ເປັນລະບຽບຮຽບຮ້ອຍ​ດີ​ທຸ​ກປະການ.

XS
SM
MD
LG