ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ​​ເກົາຫຼີ​ເໝືອ Kim Jong Un ແຕ່ງງານ​ແລ້ວ (ວີດີໂອ)


ທ່ານ Kim Jong Un ກັບພັນລະຍາ
ທ່ານ Kim Jong Un ກັບພັນລະຍາ

ເກົາຫຼີ​ເໝືອ​ໄດ້​ຢືນຢັນ​ວ່າ ຜູ້​ນໍາ​ຂອງ​ຕົນ ທ່ານ Kim Jong Un ນັ້ນ​ໄດ້​ແຕ່ງງານ​ແລ້ວ ຊຶ່ງ
ເຮັດ​ໃຫ້ການ​ສັນນິຖານ​ກັນ​ມາ​ເປັນ​ເວລາ​ຫລາຍ​ອາທິດ ສິ້ນ​ສຸດລົງ ກ່ຽວ​ກັບ​ວ່າແມ່ຍິງ​ຄົນ​ນຶ່ງ ​
ທີ່​ໄດ້​ຕິດຕາມ​ເພິ່ນໃນ​ຫລາຍໆງານ​ ໃນ​ທີ່​ສາທາລະນະເມື່ອ​ໄວໆ​ມາ​ນີ້ ແມ່ນ​ຜູ້ໃດກັນ​ແທ້.

ສື່​ທາງ​ການ​ຂອງເກົາຫຼີ​ເໝືອ​ລາຍ​ງານ​ວ່າ ທ່ານ Kim ​ແລະ​ສະຫາຍ Ri Sol Ju ​ໄດ້​ໄປ
​ທ່ຽວ​ຊົມ​ສວນ​ສະນຸກ ທີ່​ຫາ​ກໍ​ສ້າງ​ໃໝ່​ແຫ່ງ​ນຶ່ງ ທີ່​ກຸງ Pyongyang ​ໃນ​ວັນ​ພຸດ​ວານ​ນີ້
ຊຶ່ງ​ເປັນ​ຄັ້ງ​ທໍາ​ອິດ​ທີ່ສື່​ຂອງເກົາຫຼີ​ເໝືອ​ ​ໄດ້​ກ່າວ​ເຖິງພັນ​ລະ​ຍາ​ຂອງ​ຜູ້​ນໍາ​ແລະ​ກໍ​ແຈ້ງ​ຊື່​
ຂອງ​ເພິ່ນ​ນໍາ​, ​ແຕ່​ລາຍ​ງານ​ບໍ່​ໄດ້​ກ່າວ​ເຖິງວ່າ ​ທັງ​ສອງ​ແຕ່ງງານ​ກັນ​ເມື່ອ​ໃດ ​ແລະ​ບໍ່​ໃຫ້​
ລາຍ​ລະອຽດ​ໃດ​ໆອີກ.


ທ່ານ Kim ​ໄດ້​ຂຶ້ນກໍາ​ຕໍາ​ແໜ່​ງ​ເປັນ​ຜູ້​ນໍາປະ​ເທດ​ທີ່ຢູ່​ຢ່າງ​ໂດດດ່ຽວ​ແຫ່ງ​ນັ້ນ ​ແທນບິດາ ທ່ານ
Kim Jong Il ທີ່​ໄດ້ເສຍ​ຊີວິດ​ລົງ​ໃນ​ເດືອນ​ທັນວາຜ່ານ​ມາ​ນີ້. ການ​ເປີດ​ຕົວ​ຂອງ​ສະຕີ​ໝາຍເລກ​
ນຶ່ງຂອງເກົາຫຼີ​ເໝືອນີ້​ ແມ່ນ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ທີ່​ແຍກ​ອອກມາ​ຈາກ ລັກສະນະ​ການ​ນໍາພາ​
ແບບລຶກລັບ ​ເກັບ​ໂຕ ແລະໜ້າ​ຕາ​ເຄ່ງ​ຂຶມຂອງ​ທ່ານ Kim ຜູ້​ພໍ່. ສ່ວນທ່ານ Kim Jong Un
ນັ້ນ ແມ່ນ​ໄດ້​ກ່າວປາໄສ​ໃນ​ທີ່ສາທາລະນະແລະ​ໂອ້​ລົມ​ສົນທະນາ​ແບບ​ເປັນ​ກັນ​ເອງ ​ກັບ​ບັນດາ​
ທະຫານ ​ແລະປະຊາຊົນ​ຄົນອື່ນໆ​ນໍາອີກ.

ວີດີໂອພາສາເກົາຫລີ:

XS
SM
MD
LG