ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໜຸ່ມເຄັນຢາ ຊ່ວຍນໍາແສງສະຫວ່າງ ມາສູ່ ເຮືອນຄົນທຸກທີ່ບໍ່ມີໄຟຟ້າໃຊ້ ດ້ວຍວິທີງ່າຍໆ ​(ເບິ່ງວີດີໂອລາວ-ອັງກີດ)


ຊາວໜຸ່ມເຄັນຢາ ຊ່ວຍນໍາແສງສະຫວ່າງ ມາສູ່ ເຮືອນຄົນທຸກທີ່ບໍ່ມີໄຟຟ້າໃຊ້ ດ້ວຍວິທີງ່າຍໆ ​(ເບິ່ງວີດີໂອລາວ-ອັງກີດ)
ຊາວໜຸ່ມເຄັນຢາ ຊ່ວຍນໍາແສງສະຫວ່າງ ມາສູ່ ເຮືອນຄົນທຸກທີ່ບໍ່ມີໄຟຟ້າໃຊ້ ດ້ວຍວິທີງ່າຍໆ ​(ເບິ່ງວີດີໂອລາວ-ອັງກີດ)

ພວກເຍົາວະຊົນກຸ່ມນຶ່ງຢູ່ໃນຄຸ້ມສະລໍາທີ່ແອອັດດ້ວຍຜູ້ຄົນ ໃນຫລາຍໆຄຸ້ມຂອງນະຄອນ ຫລວງໄນໂຣບີ ປະເທດເຄັນຢາ ໄດ້ຄົ້ນພົບວິທີທີ່ສະຫຼຽວສະຫຼາດວິທີນຶ່ງ ເພື່ອນໍາແສງ ສະຫວ່າງມາສູ່ບ້ານເຮືອນຄົນທຸກທີ່ບໍ່ມີໄຟຟ້າໃຊ້. ໂດຍອາໃສນະວັດຕະກໍາຈາກປະເທດ ບຣາຊິລນັ້ນ ພວກຊາວໜຸ່ມກຸ່ມນີ້ໄດ້ຕິດຕັ້ງສິ່ງທີ່ເອີ້ນວ່າ ຫຼອດໄຟນໍ້າ ຢູ່ຕາມບ້ານເຮືອນ ແລະໂຮງຮຽນ. ຫຼອດໄຟຊະນິດດັ່ງກ່າວນີ້ເຮັດມາຈາກພວກວັດຖຸທີ່ໃຊ້ປະຈໍາວັນ ແລະສາ ມາດໃຫ້ແສງສະຫວ່າງ ແຮງຂະໜາດ 60 ວັດຈາກຫຼອດໄຟຟ້າທີ່ໃຊ້ກັນທົ່ວໄປນັ້ນ. ຜູ້ສື່ ຂ່າວວີໂອເອ ສົ່ງລາຍງານກ່ຽວກັບນະວັດຕະກໍາພິເສດລາຄາຖືກດັ່ງກ່າວນີ້ມາຈາກໄນໂຣບີ ດັ່ງດາຣາຈະນໍາມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ:

ຟັງລາຍງານພາສາລາວ:

ທ້າວ Abbass, ອາຍຸ 11 ປີ ອ່ານ​ປື້​ມຮຽນ​ຂອງ​ລາວ​ເກືອບ​ວ່າ​ບໍ່​ໄດ້​ເລີຍ.​ ເຖິງ​ແມ່ນ​ມັນ
ຈະ​ເປັນ​ເວລາກາງ​ເວັນ​ ​ເຮືອນຂອງຄອບຄົວ​ລາວ​ທີ່​ເຮັດ​ດ້ວຍ​ສັງກະສີ​ເກົ່າໆ​ບໍ່​ມີ​ປ້ອງ​ຢ້ຽມ
ກໍ​ຄື​ກັນກັບເປັນ​ເວລາ​ກາງຄືນ.

ແຕ່​ບໍ່​ໄກ​ຈາກ​ບ້ານຂອງ​ທ້າວ Abbass ປານ​ໃດນັ້ນ ມີພວກ​ສະມາຊິກ​ຊາວ​ໜຸ່ມ​ກຸ່ມ​ນຶ່ງທີ່
ເອີ້ນ​ວ່າ ກຸ່ມ Koch Hope ກໍາລັງ​ພາກັນກຽມທີ່​ຈະ​ປ່ຽນແປງ​ສະພາບນີ້​. ທໍາ​ອິດ ພວກ
ເຂົາ​ເຈົ້າຮ່າຍ​ນໍ້າ​ໃສ່​ໃນ​ຂວດ​ພລາສຕິກ​ຂະໜາດສອງ​ລິດ ​ແລ້ວ​ຖອກນໍ້າ​ຢາ​ຊັກ​ເຄື່ອງ​ໃຫ້​ຂາວ​
ຫລື bleach ນັ້ນ ລົງ​ໄປ​ໜ້ອຍ​ນຶ່ງ ​ແລະພ້ອມ​ກັບ​ ຂວດນໍ້ານັ້ນ ​ແລະຫຼອດຢາ​ສີດກັນ​ຮົ່ວ ​
ພ້ອມ​ກັບ​ເຄຶ່ອງມື​ບາງ​ຢ່າງ​ ພວກ​ເຂົາ​ເຈົ້າກໍພາກັນ​ມຸ້ງ​ໜ້າໄປ​ຍັງ​ບ້ານ​ຂອງ​ທ້າວ Abbas.

ຂັ້ນ​ຕໍ່​ໄປ ພວກ​ເຂົາ​ເຈົ້າເຈາະຮູ​ຢູ່​ຫຼັງຄາ​ສັງກະສີ ​ໃນ​ຂະນະ​ທີ່​ທ້າວ ອັບ​ບາສ ຈ້ອງ​ຕາ​ເບິ່ງ
ດ້ວຍ​ຄວາມ​ງົງ.

ເຂົາ​ເຈົ້າ​ເອົາຂວດ​ນໍ້າ​ ບລີຈ ​ສອດ​ຜ່ານຮູເຂົ້າໄປໃນເຮືອນ​ ແລ້ວ​ກໍ​ສີດ​ຢາ​ກັນ​ຮົ່ວ​ອ້ອມ​ຮູ​
ຂວດ ​ແລະ​ທົດ​ສອບເບິ່ງ​ວ່າ​ມັນ​ຮົ່ວ​ບໍ່? ​ພຽງ​ເທົ່າ​ນັ້ນ​ແຫລະ ບັດ​ນີ້ ທ້າວ​ອັບ​ບາສ​ແລະ
ຄອບຄົວກໍ​ສາມາດ​ອ່ານໜັງສື​ໄດ້ ຮຽນ​ໜັງສື ແລະ​ເຮັດ​ສິ່ງ​ອື່ນໆໄດ້ຢ່າງເຫັນແຈ້ງ​ດີ
ບໍ່​ໄດ້​ງົມ​ມື​ດຄື​ແຕ່​ກ່ອນ​ແລ້ວ.

ນາງ Madina Muhsin ​ແມ່​ຂອງ​ທ້າວ​ອັບ​ບາສ ກ່າວ​ວ່າ ນາງ​ຈະ​ປະຢັດຄ່າ​ໃຊ້​ຈ່າຍ​
ປະ​ຈໍາ​ອາທິດ ສໍາລັບ​ຊື້​ນໍາ​ມັນ​ກ໊າດ​ໄວ້ໄດ້​ເກືອບ​ເຄິ່ງນຶ່ງ ​ເພາະ​ບ້ານ​ຂອງລາວ​ບັດ​ນີ້​
ມີ​ແສງ​ສະຫວ່າງ​ທີ່ຮຸ່ງຂະໜາດ​ເທົ່າ​ກັບ 50 ຫາ 60 ວັດຫຼອດ​ໄຟຟ້າ​ແລ້ວ, ນາງ ມູຊິນ
ກ່າວວ່າ:

ຂ້ອຍ​ດີ​ໃຈ​ຫລາຍ ຂ້ອຍ​ເຫັນ​ແສງ​ໄຟ​ແລ້ວ ​ແຕ່​ກ່ອນ ມັນ​ມືດ​ຢູ່​ຕະຫລອດ ​
ຈັ່ງ​ແມ່ນ​ຂ້ອຍ​ດີ​ໃຈ​ຫລາຍ.

ແສງສະຫວ່າງຈາກຫລອດໄຟນໍ້າ ໃນເຮືອນສັງກະສີແຫ່ງນຶ່ງ ໃນຄຸ້ມສະລໍາຫລືຄຸ້ມຄົນທຸກ ຢູ່ນະຄອນຫລວງໄນໂຣບີ ຂອງເຄັນຢາ.
ແສງສະຫວ່າງຈາກຫລອດໄຟນໍ້າ ໃນເຮືອນສັງກະສີແຫ່ງນຶ່ງ ໃນຄຸ້ມສະລໍາຫລືຄຸ້ມຄົນທຸກ ຢູ່ນະຄອນຫລວງໄນໂຣບີ ຂອງເຄັນຢາ.

ຄອບຄົວ​ນາງ​ມູຊິນ​ເປັນ​ຄອບ
ຄົວຫລ້າ​ສຸດ​ ໃນ​ຄຸ້ມສະ​ລໍາ
Korogocho ​ທີ່ ໄດ້​ຮັບ​ຫຼອດ
ໄຟ​ນໍ້າ ຊຶ່ງ​ນໍ້າ​ປະສົມ​ນໍ້າ​ຢາ
ບລີຈໃນ​ຂວດ​ ກອງ​ເອົາ​ແສງ
ຕາເວັນ ເຂົ້າ​ມາ​ໃນ​ເຮືອນ. ​
ຫຼອດ​ໄຟ​ນໍ້າ​ດັ່ງກ່າວ​ຍັງ​ໃຊ້
ໄດ້ໃນຍາມ​ເດືອນຫງາຍ​ເຕັມ​
ດວງ ​ນໍາ.

ພວກ​ຄົນ​ສ່ວນ​ຫລາຍ​ທີ່​ອາ​ໃສ​
ຢູ່​ໃນ​ຄຸ້ມ Korogocho ຫລື​ຄຸ້ມ
ສະ​ລໍາ​ອື່ນໆ​ທີ່ ບໍ່​ເປັນທາງ​ການ
ຂອງ​ໄນ​ໂຣບີ ບໍ່​ມີ​ໄຟຟ້າ​ໃຊ້
ແລະ​ມີ​ລາຍ​ໄດ້​ພຽງ 1 ຫາ 2 ​
ໂດ​ລາ​ຕໍ່​ມື້​ເທົ່າ​ນັ້ນ.

ນາຍ ມາເທໂອ ມາ​ກາ​ລາ​ເຊຍ ພະນັກງານ​ຊ່ວຍ​ເຫລືອປະຊາ​ຄົມ ກໍເຕີບ​ໃຫຍ່​ຂຶ້ນມາ​ ​ໃນ
ບ້ານ​ທີ່​ມືດ​ມົວ​ຕະຫລອດເວລາ ​ໃນ​ຄຸ້ມ Korogocho ນີ້.​ ​ຄອບຄົວ​ຂອງ​ລາວທຸກຍາກ
ຫລາຍ​ ບໍ່​ມີ​ເງິນ​ຊື້​ນໍ້າມັນ​ກ໊າດ.

ຕອນເປັນ​ໜຸ່ມ​ນ້ອຍ​ນັ້ນ ນາຍ ມາ​ກາ​ລາ​ເຊຍ ໄດ້​ພົບ​ເຫັນ​ພາບສະ​ແດງ​ເທັ​ກ​ໂນໂລ​ຈີທີ່​ວ່ານີ້
ທີ່​ມີ​ການຄົ້ນ​ພົບເປັນ​ຄັ້ງ​ແລກ​ໃນ​ປະ​ເທດ​ບຣາຊິ​ລນັ້ນ ຢູ່ໃນ​ໜ້າຢູທູບ​ໂດຍ​ບັງ​ເອີນ. ລາວ​ເວົ້າ​ວ່າ:

“ຂ້ອຍເລິ່ມຄິດ​ໃນ​ໃຈແລະ​ຖາມ​ຕົນ​ເອງ​ວ່າ ສິ​ໄປ​ເອົາ​ຂວດເປົ່າສອງ​ລິດ​ມາ​ແຕ່​
ໃສ? ​ເອີ້ ​ມີ​ບ່ອນ​ເອົາ​ຢູ່ ​ເພາະ​ມີ​ບ່ອນ​ຖິ້ມຂີ້​ເຫຍື້ອ Dandora ຢູ່​ກໍ້າ​ນຶ່ງຂອງ
ຄຸ້ມ​
ສະ​ລໍາ
. ສິເອົາ​ນໍ້າ​ຢູ່​ໃສ? ​ເອີ້ ນໍ້າ​ກໍ​ມີ​ບ່ອນ​ເອົາ​ຢູ່. ສ່ວນນໍ້າ​ດັ່ງ​ເດ​ສິ​ເອົາ​ຢູ່​ໃສ
ສິ່ງ​ນີ້​ຂ້ອຍ​ພໍ​ຊື້​ໄດ້. ຊິ​ລິ​ໂຄນ​ກັນ​ຮົ່ວ
ເດ້ ເອົາ​ຢູ່​ໃສ? ​ເອີ້ ອັນ​ນີ້​ຂ້ອຍ​ກໍຊອກ​ຊື້​
ໄດ້
ຄື​ກັນ.

ຄວາ​ທຸກ​ຍາກ​ໃນ​ຍາມ​ຍັງ​ນ້ອຍ​ຂອງ​ທ່ານ ມາ​ກາ​ລາ​ເຊຍ ​ໄດ້​ດົນ​ໃຈ​ໃຫ້​ລາວ​ຫັນ​ໜ້າ​ໄປຫາ
ກຸ່ມ Koch Hope ພ້ອມ​ກັບ​ແຜນການ​ທີ່ຈະ​ຂະຫຍາຍ​ນະ​ວັດຕະ​ກໍາ​ນີ້ ໄປ​ທົ່ວ​ຄຸ້ມສະ​ລໍາ.

ກຸ່ມ Koch Hope ​ໄດ້​ຮັບ​ເອົາແຜນການ​ທີ່​ທ້າ​ທາຍ​ນີ້ ​ແລະ​ໄດ້​ຕິດ​ຕັ້ງ​ຫລອດ​ໄຟ​ນໍ້າ​ຢູ່ໃນ
ບ້ານ​ເຮືອນ​ໃນຄຸ້ມ Korogocho ປະມານ 100 ຫລັງ ​ໃນ​ລະຫວ່າງ​ປີ 2011 ນັ້ນ.

ນຶ່ງ​ໃນ​ນັ້ນເປັນ​ບ້ານ​ຂອງ ນາງ Veronica Wanjiru ​ແລະ​ລູກ​ສອງ​ຄົນ​ຂອງ​ລາວ. ​ນາງ​ເວົ້າ
ວ່າ ລູກ​ຊາຍ​ກົກ​ຂອງນາງຕ້ອງ​ໄດ້​ຮຽນ​ຊໍ້າ​ຫ້ອງ ​ຍ້ອນ​ເຮັດ​ການບ້ານ​ບໍ່ທັນ ​ເພາະ​ຕ້ອງ​ໄດ້
ງົມ​ມືດ​ເຮັດ. ນາງ Wanjiru ກ່າວ​ວ່າ:

ຂ້ອຍໄດ້ເຫັນ​ຄວາ​ມ​ແຕກ​ຕ່າງ ຢ່າງ​ໃຫຍ່​ຫລວງ ໂດຍສະ​ເພາະ​ແມ່ນ​ກ່ຽວ​
ກັບ​ການ​ສຶກສາ​ຂອງ​ພວກ​ລູກ​ຂ້ອຍ ຄື​ຖ້າ​ຫາກ​ລູກຂ້ອຍ​ມີ​ການບ້ານ
ເຂົາ​ເຈົ້າ
ກໍ​ສາມາດ​ເຮັດ​ແລ້ວ​ທັນ​ໄດ້ ​ໂດຍ​ທີ່​ພວກ​ເຂົາ​ເຈົ້າບໍ່​ຕ້ອງ​ນັ່ງ​ຖ້າ​ຈົນ​ກວ່າ​ຂ້ອຍ
ມາ​ໃຕ້​ທຽນ​ໃຫ້ ຫລື​ອອກ​ໄປເຮັດ​ການບ້ານຢູ່​ນອກ​ບ້າ
.

ກຸ່ມ Koch Hope ຕ້ອງການ​ຈະ​ຂະຫຍາຍ​ໂຄງການ​ນີ້​ໄປ​ຍັງ​ຂົງ​ເຂດ​ອື່ນໆ ນໍາ ​ແຕ່​ວ່າ​
ຕົນ​ຕ້ອງການ​ການ​ຊ່ວຍ​ເຫລືອ​ດ້ານເງິນຄໍາ ​ເພື່ອ​ເອົາມາ​ຊື້​ຫຼອດ ຊິ​ລິ​ໂຄນ​ສີດ​ກັນ​ຮົ່ວ
ທີ່​ມີ​ລາຄາ​ແພງນັ້ນ.

ທ່ານ​ຜູ້​ຟັງ​ທາງ​ປະ​ເທດ​ລາວ ທີ່​ບໍ່​ມີ​ໄຟຟ້າ​ໃຊ້ ຖ້າ​ຫາກ​ວ່າ​ສາມາດ​ຫາ​ວັດຖຸ​ທີ່​ກ່າວ​ມາ​ຂ້າງ
ເທິງ​ນັ້ນ​ໄດ້ ກໍ​ລອງ​ທົດ​ລອງ​ເຮັດ​ເບິ່ງ ​ເພື່ອ​ຈະ​ໄດ້​ມີແສງ​ສະຫວ່າງ​ໃນ​ບ້ານ​ເຮືອນ ​ບໍ່​ຕ້ອງ
ງົມ​ມືດ​ອື​ກຕໍ່​ໄປ.

ເບິ່ງລາຍງານພາສາອັງກິດ:

XS
SM
MD
LG