ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຟຣິກາໃຕ້ ຈັບຄົນໄທ ໃນຂໍ້ຫາຄ້ານໍແຮດ


ແຮດ
ແຮດ

ຕຳຫຼວດອາຟຣິກາໃຕ້ໄດ້ຈັບຜູ້ຊາຍໄທຄົນນຶ່ງທີ່ຈັດໃຫ້ມີການລ່າແຮດອັນເປັນພາກສ່ວນນຶ່ງ
ຂອງແຜນການ ເພື່ອຂາຍນໍແຮດເຫຼົ່ານີ້ໃຫ້ແກ່ຕະຫຼາດມືດ.

ຜູ້ຕ້ອງສົງໄສນາຍ Chamlong Lemtongthai ມີກຳນົດຈະໄປປາກົດໂຕຢູ່ສານ ໃນສັບ
ປະດານີ້.

ລາວໄດ້ຖືກຈັບຢູ່ທີ່ເຮືອນຂອງລາວໃນເຂດນະຄອນ Johannesburg ໃນມື້ວັນເສົາແລ້ວ
ລຸນຫຼັງທີ່ໄດ້ມີການສືບສວນເປັນເວລານຶ່ງປີໂດຍພະແນກເກັບລາຍໄດ້ຂອງອາຟຣິກາໃຕ້.

ເຈົ້າໜ້າທີ່ໄດ້ກ່າວຫາວ່າ ລາວໄດ້ຮັບໃບອະນຸຍາດລ່າແຮດເພື່ອນຳໃຊ້ໃນການລ່າແຮດເອົາ
ຂັນທີ່ຖືກຕ້ອງຕາມກົດໝາຍ. ແຕ່ເຈົ້າໜ້າທີ່ເວົ້າວ່າ ຫຼັງຈາກນັ້ນລາວໄດ້ຈັດໃຫ້ມີການເດີນ
ທາງໄປລ່າແຮດໂດຍຕັ້ງໃຈທີ່ຈະເກັບຮວບຮວມນໍແຮດ.

ເຈົ້າໜ້າທີ່ເວົ້າວ່າ ນາຍ Lemtongthai ໄດ້ຊື້ນໍແຮດຈາກພວກໄປລ່າ ໃນລາຄາປະມານ
9,500 ໂດລາຕໍ່ກິໂລ. ໃນປັດຈຸບັນນີ້ນໍແຮດແມ່ນມີລາຄາແພງກວ່າຄຳອີກ.

ນໍແຮດໄດ້ນຳມາບົດຫຼືຝົນສຳລັບໃຊ້ປະສົມຢາພື້ນເມືອງຫຼືຢາຊູກຳລັງ ໂດຍສະເພາະແລ້ວ
ແມ່ນຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້.

XS
SM
MD
LG