ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

3 ຄົນເສຍຊີວິດ ຍ້ອນອຸບປະຕິເຫດ ເຮືອທ່ອງທ່ຽວຫຼົ້ມ ຢູ່ອີຕາລີ (ເບິ່ງສະໄລດ໌ ກັບວີດີໂອ)


ຜູ້ໂດຍສານທີໄດ້ຮັບການຊ່ອຍຊີວິດຈາກ ອຸບປະຕິເຫດ ເຮຶອທ່ອງທ່ຽວ ອີຕາລີ ຫລົ້ມ (14 ມັງກອນ 2012)
ຜູ້ໂດຍສານທີໄດ້ຮັບການຊ່ອຍຊີວິດຈາກ ອຸບປະຕິເຫດ ເຮຶອທ່ອງທ່ຽວ ອີຕາລີ ຫລົ້ມ (14 ມັງກອນ 2012)

ເຈົ້າ​ໜ້າ​ທີ ອີ​ຕາ​ລີ ກ່າວ​ວ່າ ຢ່າງ​ໜ້ອຍ​ສາມ​ຄົນ​ໄດ້​ເສຍ​ຊີວິດ ​ແລະອີກ​ຫລາຍ​ຄົນໄດ້​ຮັບ​
ບາດເຈັບ​ ​ເວລາ​ເຮືອນໍາ​ທ່ຽວ​ຊັ້ນ​ນຶ່ງ ​ໄດ້​ຕໍາ​ກັບ​ພື້ນ​ດີ​ນ ນອກ​ແຄມຝັ່ງ​ທະ​ເລ​ທັດ​ສະກາ​ນີ
ໃນມື້​ວັນ​ສຸກວານ​ນີ້. ຊຶ່ງເປັນ​ລາຍ​ງານ​ຂ່າວ ​ທີ​ມີ​ການເສຍ​ຊີ ວິດໜ້ອຍ​ກວ່າ​ໃນ​ຂັ້ນຕົ້ນ.

ເຈົ້າ​ໜ້າ​ທີກ່າວວ່າ ມີຜູ້ໂດຍສານ ພ້ອມ​ທັງ​ພະນັກ​ງານ​ເຮືອ​ຈໍານວນຫຼາຍກວ່າ 4000 ຄົນ
ຢູ່ໃນ​ເຮືອ​ໂຄສະຕ່າ ກົງ​ກອກ​ເດ່​ຍເວລາເຮືອລຳ​ດັ່ງກ່າວ ປະສົບ​ບັນຫາ​ຢູ່​ໄກ້​ກັບ​ເກາະກິກລີ່
ໂອ ​ໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ທັດ​ສະກາ​ນີ. ​ໃນ​ເວລາ​ທີ​ເກີດ​ເຫດ​ນັ້ນ ບັນດາ​ຜູ້ໂດຍສານ​ກໍາລັງ
ພາກັນ​ນັ່ງ​ຮັບ​ປະທານ​ອາຫານ​ແລງ​ຢູ່.

ຜູ້​ໂດຍສານ​ຄົນ​ນຶ່ງ​ກ່າວ​ຕໍ່​ສື່​ມວນ​ຊົນ​ອີ​ຕາ​ລີວ່າ ​ເກີ​ດການ​ອົນ​ລະ​ວົນ​ຂຶ້ນຢູ່ເທີ​ງ​ເຮືອ “ຄ້າຍຄື
ກັບສະພາບ​ທີ່​ເກີດ​ຂຶ້ນຢູ່​ເທິງ​ເຮືອ​ໄທ​ທາ​ນິກ” ມີ​ລາຍ​ງານ​ວ່າ ຜູ້​ໂດຍສານ​ຈໍານວນ​ນຶ່ງໄດ້ພາ
ກັນ​ໂຕນເຮືອລົງ​ໄປໃນ​ນໍ້າ​ທີ່​ເປັນ​ນໍ້າກ້ອນ ​ເພື່ອ​ຫລົບ​ໜີ​ຈາກ​ເຮືອທີໄດ້​ຮັບ​ຄວາມ​ເສຍ​ຫາຍ
ແລະ ​ເລີ້ມ​ມີ​ນໍ້າຊື​ມເຂົ້າ.

ເຈົ້າ​ໜ້າ​ທີ​ກ່າວ​ວ່າ ການ​ປະຕິບັດ​ງານຊ່ວຍ​ກູ້​ໄພ ທີ່​ໃຊ້​ເຮືອ​ຊູຊີບ ​ແລະ​ເຮ​ລີ​ຄອບ​ເຕີຂົນ​ເອົາ​
ຜູ້ໂດຍສານ ​ແລະພະນັກ​ງານ​ເຮືອໄປ​ຍັງເກາະ​ກິກລິ​ໂອ ​ແລະເມືອງປ້ອກ​ໂຕ​ແຊ່ນ​ໂຕສະ​ເຕ່
ຟ່າ​ໂນ ຢູ່​ເທິງແຜ່ນ​ດີ​ນ​ໃຫ່ຍຂອງ​ອີ​ຕາ​ລີນັ້ນ.

ເຮືອໂຄສະ​ຕ່າກົງ​ກ້ອກ​ເດ່​ຍ ມີຄວາມ​ຍາວ​ເຖິງ 290 ​ແມດ ມີ 13 ຊັ້ນ ຮວມທັງບາ 13
ບ່ອນ ຮ້ານ​ອາຫານ 5 ຫ້ອງ ​ສະ​ອາບນໍ້າ 4 ​ແຫ່ງ ​ແລະ ມີ​ຫ້ອງພິ​ເສດ​ສ່ວນ​ຕົວ 500
ຫ້ອງ.

ສາ​ເຫດ​ຂອງ​ອຸບປະ​ຕິ​ເຫດ​ໃນ​ເທື່ອ​ນີ້ ກໍາລັງ​ຢູ່ໃນ​ການສືບ​ສວນ.

XS
SM
MD
LG