ມື້ວານນີ້ ຄະນະນກໍາມະການກິລາໂອລິມປິກສາກົນຫຼື IOC ປະກາດວ່າຕົນຈະອອກອາກາດລາຍການຖ່າຍທອດສົດທາງອິນເຕີແນັດກີລາໂອລິມ ປິກ ປີ 2012 ທີ່ກຸງລອນດອນ ປະເທດອັງກິດ ໄປຍັງ 64 ອານາເຂດ ຫຼືປະເທດໂດຍຜ່ານທາງຊ່ອງຢູທູບຂອງຄະນະກຳມະການກິລາໂອລິມປິກສາກົນ ຕາມເວັບໄຊ້ນີ້ http://youtube.com/olympic.
ໃນລະຫວ່າງການແຂ່ງຂັນກີລາໂອລິມປິກປີນີ້ຄືແຕ່ວັນທີ 27 ກໍລະກົດເຖິງ ວັນທີ 12 ສິງຫາ ພວກແຟນກີລາໂອ ລິມປິກໃນ 64 ອານາເຂດເຫຼົ່ານີ້ທົ່ວຂົງເຂດເອເຊຍ ແລະອາຟຣິກາ ຈະມີໂອກາດສະໜຸກສະໜານມ່ວນຊື່ນກັບການຖ່າຍທອດສົດຂອງເຫດການກີລາທຸກໆປະເພດ ພ້ອມດ້ວຍຮູບພາບທີ່ໂດດເດັ່ນຕ່າງໆໂດຍບໍ່ຕ້ອງເສຍເງິນ. ພວກເບິ່ງລາຍການກີລາທາງທີວີທັງ ຫຼາຍຈະສາມາດເບິ່ງລາຍການຢູ່ຊ່ອງຢູທູບຂອງ IOC ນໍາ ທີ່ສາມາດເຂົ້າໄປເບິ່ງຊົມໄດ້ທາງອິນເທີແນັດຫຼືອຸບປະກອນໃດໆທີ່ສາມາດໃຊ້ອິນເທີແນັດໄດ້ ເຊັ່ນໂທະສັບມືຖື ແລະອຸບປະກອນອື່ນໆ ທີ່ເບິ່ງຢູທູບໄດ້.
ລາຍການຖ່າຍທອດສົດຜ່ານຊ່ອງຢູທູບຂອງ ໄອໂອຊີ ຈະສະໜອງການ ເຂົ້າໄປເບິ່ງຊົມໃນລະບົບດິຈິທອລພິເສດ ກີລາໂອລິມປິກປີ 2012 ທີ່ກຸງລອນດອນ ຢູ່ໃນອານາເຂດຫຼືປະເທດຕ່າງໆ ບ່ອນທີ່ສິດໃນການອອກອາກາດແບບດີີຈີທອລຍັງບໍ່ໄດ້ຮັບໂດຍບັນດາພາຄີອອກອາກາດຂອງໄອໂອຊີ: ເຊັ່ນ
Afghanistan, Bangladesh, Brunei, Bhutan, Cambodia, Timor ຕາເວັນອອກ, India, Indonesia, Iran, ສປປ ລາວ, Malaysia, Maldives, Mauritius, Mongolia, Myanmar, Nepal, Pakistan, Papua New Guinea, Singapore, Sri Lanka, ໄທ ແລະ ຫວຽດນາມ.
ເບິ່ງລາຍງານວີດີໂອທີ່ກ່ຽວຂ້ອງກັນ ເລື້ອງຊາວເມືອງລອນດອນບໍ່ຄ່ອຍຕື່ນເຕ້ນປານໃດ
ກັບການແຂ່ງຂັນກິລາໂອລິມປິກ ມີແຕ່ນັກທ່ອງທ່ຽວຕ່າງປະເທດເທົ່ານັ້ນ: