ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ບັນດາຜູ້ນໍາຢູໂຣບ ປະຊຸມກັນ ກ່ຽວກັບ ການຄວບຄຸມ ການຂາດດຸນງົບປະມານ ແລະໜີ້ສິນ (ເບິ່ງວີດີໂອ)


ຜູ້ປະທ້ວງຄົນນຶ່ງ ທີ່ກໍາເງິນປອມ ທີ່ມີຮູບຂອງນາຍົກລັດຖະມົນຕີອີຕາລີ ທ່ານ Mario Monti ລີ້ຢູ່ລະຫວ່າງກາງຮູບ ຂອງທ່ານ Monti ກັບຮູບຂອງປະທານາທິບໍດີຝຣັ່ງ ທ່ານ Nicholas Sarkozy(ຊ້າຍ) ໃນລະຫວ່າງການປະທ້ວງ ຕໍ່ຕ້ານການປະຕິຮູບທາງດ້ານເສດຖະກິດ ຢູ່ສະຖານີລົດໄຟ Termini ໃນກຸງ Rome
ຜູ້ປະທ້ວງຄົນນຶ່ງ ທີ່ກໍາເງິນປອມ ທີ່ມີຮູບຂອງນາຍົກລັດຖະມົນຕີອີຕາລີ ທ່ານ Mario Monti ລີ້ຢູ່ລະຫວ່າງກາງຮູບ ຂອງທ່ານ Monti ກັບຮູບຂອງປະທານາທິບໍດີຝຣັ່ງ ທ່ານ Nicholas Sarkozy(ຊ້າຍ) ໃນລະຫວ່າງການປະທ້ວງ ຕໍ່ຕ້ານການປະຕິຮູບທາງດ້ານເສດຖະກິດ ຢູ່ສະຖານີລົດໄຟ Termini ໃນກຸງ Rome

ບັນດາ​ຜູ້​ນໍາຢູ​ໂຣບ ປະຊຸມ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຫາລື​ກັນກ່ຽວ​ກັບ​ກົດ​ລະ​ບຽບ​ໃໝ່​
ສໍາລັບ​ຄວບ​ຄຸມການ​ຂາດ​ດຸນ​ງົບປະມານ ​ແລະກອງ​ທຶນຊ່ວຍ​ເຫລືອ​ໃນ​ການ​ກອບ​ກູ້​
ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ທີ່​ໄດ້​ມີ​ການສະ​ເໜີຂຶ້ນ​ມາ​ນັ້ນ​ ​ໃນ​ຂະນະ​ທີ່
ເຂົາ​ເຈົ້າ​ພາກັນ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ວິ​ກິດ​ການ​ໜີ້ສີນ​ຂອງ​ປະ​ເທດ​ຕ່າງໆໃນ​ຂົງ​ເຂດ.

ສະຫະ​ພາບ​ຢູ​ໂຣບ ກ່າ​ວວ່າ ຕົນຄາດ​ວ່າບັນດາຜູ້​ນໍາ​ທີ່​ປະຊຸມສຸດ​ຍອດກັນຢູ່​ທີ່ບຣຸກ​ແຊລ ​
ໃນ​ວັນ​ຈັນ​ນີ້ ຈະລົງ​ນາ​ມຮັບຮອງ​ເອົາ​ກອງທຶນຊ່ວຍ​ເຫລືອ​ຖາວອນ ສໍາລັບບັນດາປະ​ເທດ​
ທີ່ໃຊ້​ເງິນ​ຢູ​ໂຣ.

ກອງ​ທຶນ​ດັ່ງກ່າວ​ທີ່ມີ​ຈໍານວນ 661 ລ້ານ​ໂດ​ລາ ​ເອີ້ນວ່າ​ກົນ​ໄກຄວາມຄວາມ​ທຸ່ນ​ທ່ຽງຂອງ
ຢູ​ໂຣບ​ ​ແລະ​ຈະ​ຖືກນໍາ​ມາ​ໃຊ້​ໃນ​ເດືອນກໍລະກົດປີນີ້.

ສະຫະພາບ​ຢູ​ໂຣບ ກ່າວ​ອີກ​ວ່າ ການ​ສົນທະນາກັນ​ຈະ​ສຸມ​ໃສ່​ເລື່ອງການ​ສ້າງ​ວຽກ​ການ​ ​
ໂດຍ​ສະ​ເພາະໃຫ້​ແກ່​ຊາ​ວໜຸ່​ມນັ້ນ​ນໍາ.

ການ​ປະ​ຊູ່​ມສຸດ​ຍອດນີ້​ມີຂື້ນ​ໃນ​ຂະນະ​ທີ່​ ປະ​ເທດກຣີສ ພະຍາຍາ​ມ​ໃຫ້​ໄດ້​ຮັບເງິນກູ້ຢືມ​ ​
ຈໍານວນ 169 ພັນ​ລ້ານ ​ເພື່ອ​ເອົາ​ໄປ​ຊໍາລະ​ໜີ້ສິນ​ທີ່ຍັງ​ຄ້າງຄາຢູ່​ນັ້ນ.

ນາ​ຍົກ​ລັດຖະມົນຕີ ກຣິກ ທ່ານ Lucas Papodemos ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ​
ໄດ້ມີ​ການຕົກລົງ​ເຫັນ​ດີ​ນໍາ​ກັນຢ່າງ​ສິ້ນ​ເຊີງ​ແລ້ວ ກ່ຽວ​ກັບ​ມາດຕາການປະ​ຫຍັດມັດທະຍັດ​
ທີ່​ຈໍ​າ​ເປັນຕ່າງໆຫລັງ​ຈາກການ​ພົບ​ປະກັນ​ກັບ​ ບັນດາ​ຜູ້​ນໍາພັກ​ການ​ເມືອງ​ຕ່າງໆ
ຂອງ​ປະ​ເທດ.

ການ​ຕັດ​ງົບປະມານ ​ແລະ ຂໍ້​ຕົກລົງ​ແລກປ່ຽນ​ກັນ​ເລື່ອງ​ໜີ້​ສິນ ກັບເຈົ້າ​ໜີ້​ຂ​ອງກຣີສ ຈະ​ອໍາ
ນວຍ​ໃຫ້ກຣີສສາມ​າດ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຄັ້ງ​ໃໝ່ຈາກ ສະຫະ​ພາບ​ຢູ​ໂຣບ ​ແລະ ​ກອງ​ທຶນ
ສາກົນ ຫລື IMF.

ການ​ປະ​ທ້ວງຂອງ​ພວກ​ຕໍ່ຕ້ານທີ່​ບຣຸກ​ແຊລ ໄດ້​ເຮັດ​ໃຫ້ການ​ຂົນ​ສົ່ງ​ມວນ​ຊົນ ​ແລະ​ການ​ບໍລິ
ການ​ອຶ່ນໆ ຕ້ອງ​ອັດ​ລົງ​ໃນ​ວັນ​ຈັນ​ມື້​ນີ້ ກ່ອນ​ໜ້າການ​ປະຊຸ​ມສຸດຍອດ​ຂອງ EU ​ຈະໄຂ​ຂື້ນ.

ບັນດາສະຫະພັນ​ກໍາມະບານ​ໃຫຍ່ໆ​ຂອງແບລຢຽ​ມ ພາກັນ​ປະ​ທ້ວງຕໍ່​ມາດຕາ​ການ​ປະ​ຫຍັດ​
ຮັດ​ເຂັມ​ຄັດ ທີ່​ສະຫະພາບຢູໂຣບກົດ​ດັນ​ໃຫ້​ພວກ​ປະ​ເທດ​ທີ່​ຢາກ​ໄດ້​ການຊ່ວຍ​ເຫລືອ ຕ້ອງຈັດ​ຕັ້ງ​ປະຕິບັດ​ນັ້ນ.

XS
SM
MD
LG