ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ພວກປະທ້ວງອີຈິບ ບໍ່ຍອມຮັບເອົາ ຂໍ້ສະເໜີຂອງ ສະພາປົກຄອງທະຫານ (ເບິ່ງວີດີໂອ)


ພວກປະທ້ວງແລະຕໍາຫລວດແກວ່ງກ້ອນຫິນໃສາກັນ ໃນລະຫວ່າງການ ປະທະກັນທີ່ຈຸຕຸລັດ Tahrir ໃນໃຈກາງກຸງໄຄໂຣ, ອີຈິບ. ວັນທີ 23 ພະຈິກ 2011.

ວິ​ກິດ​ການ​ດ້ານ​ການ​ເມືອງ​ໃນ​ອີ​ຈິບຍິ່ງ​ໜັກຂຶ້ນ​ອີກ ຫລັງ​ຈາກ​ພວກ​ປະ​ທ້ວງ​ຫລາຍ​ໝື່ນ​ຄົນ​
ທີ່​ຈະຕຸ​ລັດ Tahrir ທວງ​ໃຫ້​ນາຍ​ພົນທະຫານ​ສູງ​ສຸດ​ຂອງ​ປະ​ເທດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​
ແລະ​ບໍ່​ຍອມຮັບ​ເອົາ​ຂໍ້​ສະ​ເໜີ​ຂອງສະພາ​ປົກຄອງ​ທະຫານ​ເພື່ອ​ເລັ່ງລັດການ​ໂອນ​ອໍານາດ​
ໃຫ້​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ພວກ​ພົນລະ​ເຮືອນ​ນັ້ນ.

ການເດີນ​ຂະ​ບວນປະ​ທ້ວງ​ແລະ​ການ​ປະ​ທະ​ກັນ ​ຍັງດຳເນີນຢູ່ຕໍ່ມາໃນ​ຫລາຍ​ຫົວ​ເມືອງ​ໃນ
ວັນ​ພຸດ​ມື້​ນີ້ ຊຶ່ງ​ພວກ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ໄດ້​ຍິງ​ຜູ້​ຊາຍ​ຄົນ​ນຶ່ງ​ຕາຍ​ໃນ​ເມືອງ​ທ່າ
Alexandria ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ. ພວກ​ຕໍາຫລວດ​ໄດ້​ປະຕິ​ເສດ​ວ່າ​ ພວກ​ຕົນ​ບໍ່​
ໄດ້ໃຊ້​ລູກ​ກະ​ສູນແທ້​ແຕ່ພວກ​ທີ່​ເສຍ​ຊີວິດ​ໄປ 30 ຄົນ​ສ່ວນ​ຫລາຍ​ໃນ​ທົ່ວ​ປະ​ເທດ​ໃນລະ
ຫວ່າງ​ເກີດ​ຄວາມ​ວຸ້ນວາຍບັ້ນ​ຫລ້າ​ສຸດ​ໄດ້​ຮັບ​ບາດ​ແຜ​ຍ້ອນ​ລູກປືນ.

ຫົວໜ້າ​ສະພາ​ປົກຄອງ​ທະຫານ ຄື​ນາຍ​ພົນ Mohamed Tantawi ໃຫ້​ຄໍາ​ໜັ້ນສັນຍາ
ຕໍ່​ປະຊາຊົນ​ຊຶ່ງ​ບໍ່​ສູ້​ມີ​ຂຶ້ນໃນ​ວັນ​ອັງຄານ​ມື້ວານ​ນີ້​ວ່າຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ປະທານາ
ທິບໍດີ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ 2012.

ນາຍ​ພົນ Tantawi ສະ​ເໜີ​ແນະ​ວ່າ​ທ່ານ​ເຕັມ​ໃຈ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ລົງປະຊາ​ມະຕິ​ວ່າຈະ
ຄວນ​ໃຫ້ການ​ປົກຄອງ​ຂອງ​ພວກ​ທະຫານຢຸດ​ເຊົາ​ກ່ອນ​ກໍານົດ​ຫລື​ບໍ?.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດທີ່ກ່ຽວຂ້ອງກັນ

ຜູ້​ຄົນ​ຫລາຍ​ຄົນ​ມອງ​ເຫັນຂໍ້​ສະ​ເໜີ​ທີ່​ວ່າ​ນີ້ ​ເປັນ​ລູກ​ໄມ້ຫລື​ວິທີ​ການ​ອັນ​ນຶ່ງ​ທີ່​ມີ​ວັດຖຸ​ປະສົງ
ເພື່ອ​ຂໍ​ຮ້ອງ​ໄປ​ຍັງ​ປະຊາຊົນ​ອີ​ຈິບ​ຫລາຍ​ຄົນ​ທີ່​ພາກັນຢ້ານຈະ​ເກີດ​ການ​ລຸກ​ຮື​ຂຶ້ນ​ອີກ ​ແລະ
ເພື່ອ​ຈະ​ແຍກ​ພວກ​ເຂົາ​ເຈົ້າ​ອອກ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຍັງ​ໝຸ່ມ​ແໜ້ນ​ນັ້ນ.

ການ​ເລືອກ​ຕັ້ງ​ລັດຖະສະພາ​ອີ​ຈິບ​ໄດ້​ກະກຽມກັນ​ຢ່າງ​ຟ້າວ​ຟັ່ງ​ໂດຍ​ພວກ​ທະຫານ. ​ໃນ​ຂະ
ນະ​ທີ່​ນາຍ​ພົນ Tantawi ​ໃຫ້​ຄໍາ​ໜັ້ນສັນຍາ​ໃນວັນ​ອັງ ຄານ​ວານ​ນີ້​ວ່າ ການ​ເລືອກ​ຕັ້ງ​ນີ້​ຈະ
ດໍາ​ເນີນ​ໄປ​ຕາມ​ທີ່​ໄດ້​ວາງແຜນ​ເອົາ​ໄວ້ ຊຶ່ງ​ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ຫລາຍ​ຄົນ​ເຊື່ອ​ວ່າ ການ​
ເລືອກ​ຕັ້ງທີ່​ວ່າ​ນີ້ເຮັດ​ໃຫ້​ມີຄວາ​ມສົງ​ໄສ​ເພີ່ມ​ຂຶ້ນ​ນັບ​ມື້.

ນອກ​ນີ້​ນາຍ​ພົນ Tantawi ຍັງ​ກ່າວ​ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ອັງຄານ​ວານນີ້​ວ່າ ທ່ານ​ໄດ້​ຮັບ
ເອົາ​ການ​ລາ​ອອກ​ຂອງ​ນາຍົກລັດຖະມົນຕີ Essam Sharaf ລັດຖະບານ​ພົນລະເຮືອນ
ນັ້ນແຕ່ທ່ານຍັງຄົງຈະດໍາລົງຕໍາແໜ່ງໄປຈົນຮອດເວລາໃດມີການປະກອບຄະນະລັດຖະ
ບານໃໝ່ຂຶ້ນ.

ພວກປະທ້ວງປະກາດວ່າຈະບໍ່ພາກັນໜີອອກຈາກຈະຕຸລັດ Tahrir ໃນໃຈກາງກຸງໄຄໂຣ
ຈົນກວ່າຄະນະສະພາປົກຄອງທະຫານລາອອກຈາກຕໍາແໜ່ງ.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດທີ່ກ່ຽວຂ້ອງກັນ

XS
SM
MD
LG