ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງຄຳອວຍພອນ ເນື່ອງໃນໂອກາດ ວັນຊາດຂອງລາວ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton

ສະຫະລັດສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຄົບຮອບ 36 ປີຂອງ ສປປ ລາວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ສົ່ງສານສະບັບ
ນຶ່ງ ອວຍພອນເນື່ອງໃນໂອກາດວັນຊາດ ຂອງ ສປປ ລາວຄືວັນທີ 2 ທັນວາ. ໃນສານ
ສະບັບນີ້ ທ່ານນາງ Clinton ກ່າວວ່າ ໃນນາມປະທານາທິບໍດີໂອບາມາແລະປະຊາຊົນ
ຊາວອະເມຣິກັນ ຂ້າພະເຈົ້າມີຄວາມປິຕິຍິນດີຂໍອວຍພອນມາຍັງປະຊາຊົນໃນສປປ ລາວ ຂະນະທີ່ພວກທ່ານສະເຫຼີມສະຫຼອງ ວັນຊາດໃນວັນທີ 2 ທັນວານີ້.

ທ່ານນາງ Clinton ກ່າວຕໍ່ໄປວ່າ ປີນີ້ ແມ່ນຂີດໝາຍຄົບຮອບ 56 ປີໃນການສ້າງຕັ້ງ
ຄວາມສຳພັນລະຫວ່າງສະຫະລັດແລະລາວ. ປັດຈຸບັນນີ້ ພວກເຮົາກຳລັງສືບຕໍ່ເສີມຂະ ຫຍາຍສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມສຳພັນຂອງພວກເຮົາໂດຍຜ່ານໂຄງການລິເລີ່ມ
ໃນເຂດລຸ່ມແມ່ນໍ້າຂອງ ແລະໃນຫຼາຍໆບັນຫາ ທີ່ພວກເຮົາກຳລັງດຳເນີນງານຮ່ວມກັນ
ນັບແຕ່ການຫຼຸດຜ່ອນ ຜົນກະທົບຈາກລະເບີດທີ່ບໍ່ທັນແຕກ ການປັບປຸງໃນດ້ານສາທາ
ລະນະສຸກ ຕະຫຼອດທັງການຂະຫຍາຍຄວາມໝັ້ນຄົງທາງດ້ານອາຫານການກິນໃຫ້ແກ່
ປະຊາຊົນລາວ. ນອກນັ້ນພວກ ເຮົາຍັງສືບຕໍ່ໃຫ້ການສະໜັບສະໜຸນ ແກ່ລັດຖະບານ
ລາວໃນການດຳເນີນຄວາມພະຍາຍາມ ເພື່ອຈັດຕັ້ງປະຕິບັດໃຫ້ຄົບຖ້ວນຂໍ້ຕົກລົງການ
ຄ້າສອງຝ່າຍຂອງພວກເຮົາ ແລະເຂົ້າຮ່ວມເປັນສະມາຊິກຂອງອົງການໆຄ້າໂລກ.

ທ່ານນາງ Clinton ກ່າວມ້ວນທ້າຍວ່າ ສະຫະລັດມີຄວາມໝາຍໝັ້ນກ່ຽວກັບອະນາ
ຄົດຂອງລາວ. ໃນຂະນະທີ່ພວກທ່ານ ສະເຫຼີມສະຫຼອງວັນພິເສດດັ່ງກ່າວຢູ່ນີ້ ຂໍແຈ້ງ
ໃຫ້ຮູ້ວ່າ ສະຫະລັດຂໍອວຍພອນໃຫ້ມີແຕ່ສັນຕິພາບແລະຄວາມສຸກຄວາມຈະເລີນຕະ
ຫຼອດປີຈະມານີ້.

XS
SM
MD
LG