ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເປີດກວ້າງຕໍ່ການທີ່ ມຽນມາຊອກຫາທາງ ສ້າງຄວາມສໍາພັນ ກັບຕາເວັນຕົກຫລາຍຂຶ້ນ


Digitalni sat, koji otkucava vreme do 7. februara 2014, kada počinju dvonedeljne XXII Zimske Olimpijske igre u ruskom grad Sočiju na obalama Crnog mora. (V. Undritz/VOA) 
Digitalni sat, koji otkucava vreme do 7. februara 2014, kada počinju dvonedeljne XXII Zimske Olimpijske igre u ruskom grad Sočiju na obalama Crnog mora. (V. Undritz/VOA) 

ຈີນ​ກ່າວ​ວ່າ ຕົນ​ແມ່ນເປີດກວ້າງຕໍ່​ການ​ທີ່ມຽນມາຈະ​ຊອກ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ຄວາມ​ສໍາ
ພັນ​ອັນ​ແໜ້ນ​ແກ່ນ​ຂຶ້ນກວ່າ​ເກົ່າ ກັບ​ຝ່າ​ຍຕາ​ເວັນ​ຕົກນັ້ນ ​ແຕ່ຕ້ອງບໍ່ໃຫ້​ໄປ​ແຕະຕ້ອງ​ເຖິງ
ຫລື​ເສ​ຍຫາຍ​ແກ່​ຜົນ​ປະ​ໂຫຍ​ດຂອງປັກ​ກິ່ງ.

ທ່ານ ຮົງ ລີ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ກ່າວເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ປັກກິ່ງ​ຍິນດີ​ນໍາ​ການ
ເຄຶ່ອນ​ໄຫວ​ຂອງ​ມຽນມາ ​ເພື່ອ​ຍົກ​ລະດັບ​ການ​ຕິດ​ຕໍ່ ​ແລະ​ປັບປຸງ​ຄວາມ​ສໍາພັນ​ກັບ​ພວກ​ປະ
ເທດ​ຕາ​ເວັນ​ຕົກ.

ໜັງສື​ພິມ Global Times ຂອງ​ລັດຖະບານ​ຈີນ ທີ່ຮູ້​ກັນ​ດີ​ວ່າ​ມີ​ຫົວຊາ​ດນິຍົມ​ສູງ​ນັ້ນ ​ເວົ້າ​
ໃນ​ວັນ​ພຸດ​ມື້ນີ້​ວ່າ ການ​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາຂອງລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານ​ນາງ ຮິ​ລ​ແລຣີ ​ຄລິນ​ຕັນ ​ພາໃຫ້ມີການຄາດຄະເນກັນວ່າ ສະຫະລັດພວມ
ພະຍາຍາມທີ່​ຈະເກ້​ຍກ່ອມ ໃຫ້ມຽນມາ ຊຶ່ງເປັນປະ​ເທດ​ເພື່ອນ​ບ້ານຂອງ​ຈີນນັ້ນ ​ໄປ​ເຂົ້າ
ຂ້າງກັບ​ສະຫະລັດ ​ແທນ​ທີ່​ຈະ​ແມ່ນ​ຈີນ. ​ ບົດບັນນາທິການ​ທີ່​ພິມ​ເຜີຍ​ແຜ່​ໃນວັນ​ພຸດ​ມື້​ນີ້
ເວົ້າວ່າ ຈີນ​ຈະ​ບໍ່​ຮັບ​ເອົາ​ເລຶ່ອງນີ້ ​ຖ້າມອງ​ເຫັນ​ວ່າຜົນ​ປະ​ໂຫຍດຂອງ​ຕົນ​ກໍາລັງ​ຖືກ​ຢຽບ​ຍໍ່າ

ທ່ານນາງ​ Monique Skidmore ນັກວິ​ເຄາະ​ຂ່າວ​ກ່ຽວ​ກັບມຽນມາ ປະ​ຈໍາ​ມະຫາ​ວິທະຍາ​
ໄລ Australian National University ກ່າວ​ກັບວີ​ໂອ​ເອ ໃນວັນ​ພຸດ​ມື້​ນີ້ ວ່າ ​ອິດ​ທິພົນ​
ຂອງ​ອາ​ເມ​ຣິກັນຫລື​ຕາ​ເວັນ​ຕົກ​ທີ່ມີ​ເພີ່ມ​ຂຶ້ນຢູ່ໃນ​ມຽນມາ​ນັ້ນ ​ແມ່ນ​ຈະ​ເປັນ​ການ​ຂົ່ມຂູ່​ຕໍ່ຜົນ​
ປະ​ໂຫຍ​ດດ້ານ​ການ​ເມືອງ ພູມິສາດການ​ເມືອງ ​ແລະເສດຖະກິດ​ຂອງ​ຈີນ ​ໃນທົ່ວ​ຂົງ​ເຂດ​ເອ
ເຊຍ.

ທ່ານ​ນາງ Monique ກ່າວ​ວ່າ ຄໍາ​ເວົ້າ​ແນ​ະ​ຂອງ​ວໍ​ຊິງ​ຕັນ ທີ່​ວ່າ​ການລົງ​ໂທດ​ຕ່າງໆ​ຕໍ່ມຽນ
ມາ ອາດ​ສາມາດ​ຖືກຍົກ​ເລີກ​ໄດ້ ຖ້າ​ຫາກ​ວ່າມ​ຽນມາ​ສືບ​ຕໍ່​ສ້າງ​ຄວາມ​ກ້າວໜ້າ​ດ້ານ​ປະຊາ
ທິປະ​ໄຕ ແມ່ນ​ເຮັດ​ໃຫ້ຄວາມ​ເປັນ​ຫ່ວງ​ຂອງ​ຈີນ ກ່ຽວ​ກັບ​ຄວາມ​ສໍາພັນຂອງ​ຕົນ​ກັບ​ມຽນມາ
ນັ້ນ ​ເພີ່ມ​ທະວີ​ຂຶ້ນ.

ຈີນ​ເປັນ​ຜູ້​ໃຫ້ການ​ສະໜັບສະໜູນ​ແກ່ພວກ​ຜູ້​ນໍາມຽນມາ ມາ​ເປັນ​ເວລາ​ອັນດົນ​ນານ ທັງລັດ
ຖະບານພົນລະ​ເຮືອນພຽງ​ແຕ່ໃນ​ນາມ ທີ່ປົກຄອງປະເທດໃນປັດຈຸບັນ ​ແລະ​ລັດຖະບານທະ
ຫານ ທີ່​ລັດຖະບານພົນລະເຮືອນເຂົ້າຮັບໜ້າທີ່ແທນ​ໃນຕົ້ນປີນີ້.

XS
SM
MD
LG