ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີຂອງການປ່ຽນແປງໃນມຽນມາ ໄດ້ສ້າງ ຄວາມຫວັງຫລາຍຢ່າງ ແຕ່ກໍມີຫລາຍຄົນ ທີ່ບໍ່ຄິດຫວັງຫຍັງຫລາຍ (ເບິ່ງສະໄລດ໌ແລະວີດີໂອ)


ປີຂອງການປ່ຽນແປງໃນມຽນມາ ໄດ້ສ້າງ ຄວາມຫວັງຫລາຍຢ່າງ ແຕ່ກໍມີຫລາຍຄົນ ທີ່ບໍ່ຄິດຫວັງຫຍັງຫລາຍ (ເບິ່ງສະໄລດ໌ແລະວີດີໂອ)
ປີຂອງການປ່ຽນແປງໃນມຽນມາ ໄດ້ສ້າງ ຄວາມຫວັງຫລາຍຢ່າງ ແຕ່ກໍມີຫລາຍຄົນ ທີ່ບໍ່ຄິດຫວັງຫຍັງຫລາຍ (ເບິ່ງສະໄລດ໌ແລະວີດີໂອ)

ລັດຖະບານ​ມຽນມາ​ທີ່​ໜຸນ​ຫລັງ​ໂດຍ​ຝ່າຍ​ທະຫານ ​ແຕ່​ມີ​ຊື່​ເປັນ​ລັດຖະບານພົນລະເຮືອນພຽງ​ແຕ່​ໃນ​ນາມ​ນັ້ນ ​ໄດ້​ສ້າງ​ຄວາມ​ປະຫລາດ​ໃຈ​ໃຫ້​ແກ່​ພວກ ຕິຕຽນ​​ ໃນ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ ແລະ​​ດ້ານ​ເສດຖະກິດ​ຂອງ​ຕົນ. ການ​ເຄຶ່ອນ​ໄຫວຕ່າງໆ​​ຂອງ​ລັດຖະບານມຽນມາ​ຄັ້ງ​ນີ້ ​ແມ່ນ​ຍັງ​ຜົນ​ໃຫ້​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ ຮິ​ລ​ແລ​ຣີ ຄລິນ​ຕັນ ​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ ​ໃນ​ຕົ້ນ​ເດືອນ​ທັນວາ​ນີ້ ຊຶ່ງ​ຜູ້​ສື່​ຂ່າວວີ​ໂອ​ເອ Daniel Schearf ​ໄດ້​ໂອ້​ລົມ​ກັບ​ພວກ​ຊາວ​ເມືອງ​ຢ່າງກຸ້ງຫົວ​ເມືອງ​ໃຫຍ່​ຂອງ​ມຽນມາກ່ຽວ​ກັບ​ ສິ່ງ​ທີ່​ພວກ​ເຂົາ​ເຈົ້າຄິດ​ວ່າ​​ເປັນການ​ປ່ຽນ​​ແປງ​ເທົ່າ​ເຖິງ​ປັດຈຸບັນ​ ນີ້ ຊຶ່ງ​ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດິໂອລາຍງານຂ່າວພາສາລາວ

ການຢ້ຽມຢາມ​ມຽນມາ​ຂອງທ່ານ​ນາງ​ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ
ລັດແມ່ນ​ໄດ້​ກວມ​ເອົາ​ນຶ່ງ​ປີ​ຂອງ​ການ​ປ່ຽນ​ແປງ​ຫລາຍ ສິ່ງ​ຫລາຍ​ຢ່າງ​ໃນ​ມຽນມາ​ທີ່​ນໍາ​ໂດຍ
ປະທານາທິບໍດີ ​ເທ​ນ ​ເຊ​ນ. ຄວາມພະຍາຍາມ​ເພື່ອ​ປະຕິ​ຮູບ​ຂອງ​ອະດີດ​ນາຍ​ພົນ​ຄົນ​ນີ້ ໄດ້​
ຮັບ​ຄໍາ​ຍ້ອງຍໍ​ສັນສະ ​ເສີນ​ຈາກ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ຂອງ​ມຽນມາ.

“ນີ້​ເປັນ​ຈຸດ​ເລີ່​ມຕົ້ນ ​ຂອງ​ອະນາຄົດໃໝ່​ຂອງ​ພວກ​ເຮົາ​ທັງ​ໝົດ ໃນເງຶ່​ອນ​ໄຂທີ່​ວ່າ
ພວກເຮົາ​ສາມາດ​ຮັກສາ​ມັນໄວ້​ໄດ້ ​ແລະພວກ​ເຮົາ​ຫວັງ​ວ່າ​ຈະ​ສາມາດ​ເຮັດ​ດັ່ງນັ້ນ​ໄດ້.”

ມຽນມາ ຊຶ່ງ​ຄັ້ງ​ນຶ່ງ​ເປັນ​ປະ​ເທດ​ທີ່​ອຸດົມສົມບູນ​ທີ່​ສຸດ​ປະ​ເທດ​ນຶ່ງ​ໃນ​ຂົງ​ເຂດ ​ເອ​ເຊຍ​ຕາ​ເວັນ​
ອອກສຽງ​ໃຕ້ ​ແຕ່​ສົມ​ທຽບ​ສ່ວນ​ໃຫຍ່​ແລ້ວ​ມັນ​ກໍຄື​ກັນ​ກັບ​ພວກ ຕຶກ​ໃນ​ສະ​ໄໝ​ເປັນ​ເມືອງ​
ຂຶ້ນຂອງ​ອັງກິດ ຄື​ມັນ​ໄດ້​ພັງ​ທະລາ​ຍລົງ​ໄປ​ເທື່ອ​ລະ ໜ້ອຍ​ພາຍ​ໃຕ້​ການ​ປົກຄອງ​ ຂອງ
ທະຫານ.

ໃນ​ໄລຍະ​ພຽງ​ບໍ່​ເທົ່າເດືອນ​ຜ່ານ​ມານີ້ ພວກ​ຄົນ​ສ່ວນ​ຫລາຍ​ຢ້ານ​ກົວ​ເກີນ​ໄປ​ທີ່​ຈະ​ເວົ້າ ຈະ
ລົມ​ເລຶ່ອງການ​ເມືອງຢ່າງ​ເປີດ​ເຜີຍ ​ແຕ່​ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ຜ່ານ​ມາ​ນີ້ ບັນຍາກາດ​ແຫ່ງ
ການ​ປະຕິ​ຮູບ ຊຸກ​ຍູ້​ໃຫ້​ຜູ້​ຄົນ​ມີກໍາລັງ​ໃຈ​ ດັ່ງ ພວກ​ຂັບ​ລົດ​ສາມ​ລໍ້ບາງ​ຄົນ ຄື​ນາຍ ໝ່ອງ
ຕັນ ຊໍ ກ້າ​ປາກກ້າ​ເວົ້າຫຼາຍຂຶ້ນ.

“ສະພາບ​ການ​ກໍ​ບໍ່​ດີ​ຂຶ້ນສໍາລັບ​ພວກ​ຄົນ​ທໍາ​ມະ​ດາ​ສາມັນ​ຄື​ຂ້ອຍ​ນີ້ ຄື​ມັນ​ຍິ່ງ ຊໍ້າ
ຮ້າຍ​ລົງ​ໄປ ມັນ​ຍາກ​ລໍາບາກ​ຫລາຍ​ກວ່າ​ຈະ​ຫາ​ເງິນ​ໄດ້ແມ່ນ​ແຕ່ 4 ຫລື 5 ໂດ​ລາ
ໃນ​ແຕ່​ລະ​ມື້.”

ປີຂອງການປ່ຽນແປງໃນມຽນມາ ໄດ້ສ້າງ ຄວາມຫວັງຫລາຍຢ່າງ ແຕ່ກໍມີຫລາຍຄົນ ທີ່ບໍ່ຄິດຫວັງຫຍັງຫລາຍ (ເບິ່ງສະໄລດ໌ແລະວີດີໂອ)
ປີຂອງການປ່ຽນແປງໃນມຽນມາ ໄດ້ສ້າງ ຄວາມຫວັງຫລາຍຢ່າງ ແຕ່ກໍມີຫລາຍຄົນ ທີ່ບໍ່ຄິດຫວັງຫຍັງຫລາຍ (ເບິ່ງສະໄລດ໌ແລະວີດີໂອ)

ມີ ມີ ອາຍ ​ແມ່​ຄ້າຂາຍ​ໝາກ​ໄມ້​ແຄມ​ທາງ
ກ່າວ​ວ່າ ນາງ​ເປັນ​ຫ່ວງ​ຢ້ານຖືກ​ຈັບ ຍ້ອນ
ການສະ​ແດງ​ອອກຄວາ​ມຄິດ​ຄວາມ​ເຫັນ​
ຂອງນາງ ​ແຕ່​ປານ​ນັ້ນ ກໍ​ຍັງເຕັມ​ໃຈ​ທີ່​ຈະ
ຕໍາ​ໜິຕິຕຽນລັດຖະບານ​ຢູ່.

“ຂ້ອຍ​ບໍ່​ເຫັນ​ມີ​ການປ່ຽນ​ແປງ​ຫຍັງ​ຈັກຢ່າງ ​ເຫັນ​ແຕ່​ໜ້າ​ຄົນ​ພວກ​ເກົ່າ.”

ແຕ່​ກໍ​ມີ​ພວກ​ຄົນ​ອື່ນໆ​ທີ່​ເວົ້າວ່າ ​ເສດຖະກິດ​ແລະ​ລັດຖະບານ​ກໍາລັງ​ດີ​ຂຶ້ນ ນັກທຸລະກິດ
Aung Kyaw Win ​ເຈົ້າຂອງ​ຮ້ານ​ຂາຍ​ເພັດ​ແລະ​ຄໍາທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງກ່າວ​ວ່າ

“ເຄຶ່ອງ​ເພັດ​ພອຍ ​ແມ່ນ​ແລ້ວ ​ທຸລະ​ກິດ​ຂາຍເຄຶ່ອງ​ເພັດ​ພອຍ ​ເປັນ​ທຸລະ​ກິດ
ໃຫຍ່​ຢ່າງ​ນຶ່ງ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ”

ນາຍ Win ກ່າວ​ວ່າ ທຸລະ​ກິດ​ໜ້າ​ຈະ​ດີ​ຂຶ້ນກວ່າ​ນີ້ ​ຖ້າ​ຫາກປາດ​ສະ​ຈາກ ການ​ລົງ​ໂທດ
ຈາກ​ພາກ​ພື້ນ​ຢູ​ໂຣບ​ແລະ​ສະຫະລັດ

“ທີ່​ຈິງ​ແລ້ວ ລັດຖະບານ​ຂອງ​ເຮົາ​ພະຍາຍາມ​ປ່ຽນ​ແປງ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຢູ່
ພວກ​ເຮົາມີ​ຄວາມ​ຈິງ​ໃຈ​ກ່ຽວ​ກັບ​ເລຶ່ອງນັ້ນ ​ເພາະວ່າ​ພວກ​ເຮົາ​ໄດ້​ຍິນ ​ແລະ​ໄດ້
ອ່ານຈາກ​ໜັງສືພິມ ​ແລະ​ພວກ​ເຮົາ​ເຫັນ​ໄດ້​ວ່າ​ມັນ​ກໍາລັງ​ປ່ຽນ​ແປງ​ແທ້”

ເວລາ​ນີ້ ມຽນມາ​ກໍາລັງ​ລົດ​ຜ່ອນ​ກົດ​ເກນ​ຕ່າງໆ​ລົງຢ່າງ​ຊ້າໆ ​ແລະການ​ຜູກ ຂາດທີ່​ເຮັດ​
ໃຫ້​ເສດຖະກິດຂອງ​ປະ​ເທດເຊື່ອມ​ໂຊມລົງ​ນັ້ນ.

ບາດ​ກ້າວ​ທີ່​ສໍາຄັນ​ປະການ​ນຶ່ງ​ ກໍ​ຄື​ການ​ປັບ​ອັດຕາ​ແລກ​ປ່ຽນ​ໃຫ້​ເປັນອັນນຶ່ງ​ອັນ​ດຽວ​ກັນ
ເພື່ອ​ຍຸຕິ​ການ​ສໍ້​ລາດ​ບັງ​ຫລວງ. ອັດຕາ​ແລກປ່ຽນທາງ ການ ຄື 7 ຈ໊າດ ຕໍ່​ນຶ່ງ​ໂດ​ລາ ​ແຕ່
ອັດຕາ​ແທ້​ຕາມ​ຕະຫລາດ​ແມ່ນສູງ​ກວ່າ ນັ້ນ 100 ​ເທົ່າ

ຫລາຍໆ​ຄົນ​ໃນ​ມຽນມາ ​ເຊັ່ນ​ນາຍ ລວິນ ອອງ ຊໍ ຖືກ​ຈ່າຍ​ຄ່າ​ແຮງ​ໃຫ້​ເປັນ​ເງິນ​ໂດ​ລາ ​ແຕ່
ຕາມ​ກົດໝາຍ​ແລ້ວ​ບໍ່​ອະນຸຍາດ​ໃຫ້​ຜູ້​ໃດ​ມີ​ເງິນຕາຕ່າງປະ ເທດ​ໄດ້ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ
ແລະ​ຕ້ອງ​ປ່ຽນ​ເງິນ​ເດືອນ​ຂອງ​ພວກເຂົາ​ເຈົ້າ​ ​ໃນ​ແຕ່ລະ​ເດືອນ ບໍ່​ດັ່ງ​ນັ້ນ​ແລ້ວ ​ຈະ​ຖືກ​ຈໍາ​ຄຸກ.

ເບິ່ງຮູບສະໄລດ໌ກ່ຽວກັບຊີວິດຊາວມຽນມາ ໃນນະຄອນຢ່າງກຸ້ງ:

“ບັດ​ນີ້​ພວກ​ເຮົາ​ສາມາດ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ຕາມ​ຮ້ານ​ເຫລົ່າ​ນີ້​ໄດ້ ​ແຕ່​ຕາມ​ກົດ
ໝາຍ​ແລ້ວ ພວກ​ເຮົາ​ບໍ່​ອະນຸຍາດ​ໃຫ້​ມີ​ເງິນຕາ​ຕ່າງ​ປະ​ເທດ​ຢູ່​ໃນ ຄອບ​ຄອງ ມັນ​ອາດ​ຈະ​ດີ
ຂຶ້ນກວ່າ​ນີ້ ຖ້າ​ຫາກ​ພວກ​ເຈົ້າໜ້າ​ທີ່​ປ່ຽນ​ກົດ​ເກນນີ້”

ບັນດາຮ້ານຂາຍ​ນໍ້າ​ຊາ ​ເປັນ​ສູນ​ລວມຊີວິດ​ຄວາມ​ເປັນ​ຢູ່​ທາງ​ສັງຄົມ​ຂອງ​ນະຄອນ​ຢ່າງ​ກຸ້ງ
ບ່ອນ​ທີ່​ພວກ​ຄົນ​ໄດ້​ພົບ​ປະກັນ​ກິນ​ນັ້ນນີ້​ຊຸມ​ແຊວກັນ ​ແຕ່​ກໍ​ຍັງພາກັນໂສ​ເລຶ່ອງທຸລະ​ກິດ
ແລະ​ກ່ຽວ​ກັບວ່າ ມີການ​ປ່ຽນ​ແປງ​ແນວ ​ໃດ​ຢູ່​ໃນມຽນມາ​.

ນາຍ Tint Lwin ຄົນ​ຂັບ​ລົດ​ແທ໊ກຊີ້ ກ່າວ​ວ່າ ລາວ​ເຫັນ​ຫລາຍ​ສິ່ງ​ຫລາຍ ຢ່າງ​ປ່ຽນ​ແປງ​ຢູ່
ແຕ່​ລາວ​ສົນ​ໃຈ​ແຕ່​ເລຶ່ອງການ​ຫາ​ເງິນ​ມາ​ລ້ຽງ​ຊີບ​ຫລາຍ​ກວ່າ​ຈະ​ສົນ​ໃຈເລຶ່ອງການ​ເມືອງ.

ນາຍ ຕອງ ທ​ເຫ​ວ່ ​ລັດຖະ​ກອນ​ທີ່​ພົ້ນ​ກະສຽນ​ແລ້ວ ກ່າວ​ວ່າ ລາວຫວັງ​ວ່າການ​ຢ້ຽມຢາມ
ຂອງ​ທ່ານ​ນາງ​ຄລິນ​ຕັນ​ຄັ້ງ​ນີ້ ຈະ​ຂະຫຍາຍ​ການ ​ປະຕິ​ຮູບ​ດ້ານ​ການເມືອງ​ ​ເສດຖະກິດ
ແລະສັງຄົມໃຫ້​ກວ້າງຂວາງ​ອອກ​ໄປ​ອີກ ​ແລະ​ນໍາພາໄປ​ສູ່​ການ​ມີ​ຄວາມ​ສໍາພັນ​ທີ່​ດີ​ຂຶ້ນກວ່າ
ເກົ່າ​ກັບ​ສະຫະລັດ.

ເຖິງ​ແມ່​ນສະພາບ​ການຈະ​ເປີດ​ກວ້າງ​ຫລາຍ​ຂຶ້ນກໍ​ຕາມ ​ແຕ່​ກໍ​ບໍ່ແມ່ນທຸກໆ​ຄົນທີ່​ຍິນ​ດີ​ກັບ
ການ​ຖາມ​ສໍ້​ນັ້ນ​ນີ້​ຂອງ​ພວກ​ນັກ​ຂ່າວ​ຕ່າງປະ​ເທດ​.

“ຂ້ອຍ​ບໍ່​ມັກ ພວກ​ເຮົາ​ບໍ່​ມັກ ​ແມ່ນ​ແລ້ວ​ນີ້​ຄື​ເຂດ​ທີ່​ທຸກ​ຈົນ ບໍ່​ແມ່ນ​ເພື່ອເອົາໄປ
ເປັນຂ່າວ”

ເຖິງ​ແມ່ນ​ຫລາຍໆ​ຄົນ​ທີ່ຢູ່​ໃນ​ແລະ​ນອກ​ມຽນມາ​ຫວັງ​ວ່າ​ລັດຖະບານ​ອາດ​ປັບ ປ່ຽນ​ໄປ​ສູ່​ປະ
ຊາທິປະ​ໄຕ ຄືການ​ປ່ຽນ​ແປງ​ເທົ່າ​ເຖິງ​ປັດຈຸບັນ​ນີ້ຍັງ​ແຕກ​ຫັກ​ໄດ້ງ່າຍຫລາຍ ​ແລະເລຶ່ອງ
ອະນາຄົດ​ນັ້ນ​ຍັງຄົງ​ບໍ່​ແນ່ນອນ​ເລີຍ.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

XS
SM
MD
LG