ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານມຽນມາ ເຊັນສັນຍາຢຸດຍິງ ກັບກຸ່ມກະບົດ ກະຫລ່ຽງ


ຜູ້ຕາງໜ້າຂອງລັດຖະບານມຽນມາ ແລະນາຍພົນ Saw Jawni (ຂວາກາງ) ຈາກກຸ່ມສະຫະພາບແຫ່ງຊາດ ກະຫຼ່ຽງ (KNU) ແລກປ່ຽນເອກກະສານ ກ່ຽວກັບຂໍ້ຕົກລົງຢຸດຍິງ ໃນລະຫວ່າງການເຈລະຈາສັນຕິພາບທີ່ໂຮງ ແຮມ Zwekabin ໃນເມືອງ Pa-an ເມືອງເອກຂອງລັດກະຫຼ່ຽງ ທາງພາກຕາເວັນອອກຂອງມຽນມາ (12 ມັງກອນ 2012)
ຜູ້ຕາງໜ້າຂອງລັດຖະບານມຽນມາ ແລະນາຍພົນ Saw Jawni (ຂວາກາງ) ຈາກກຸ່ມສະຫະພາບແຫ່ງຊາດ ກະຫຼ່ຽງ (KNU) ແລກປ່ຽນເອກກະສານ ກ່ຽວກັບຂໍ້ຕົກລົງຢຸດຍິງ ໃນລະຫວ່າງການເຈລະຈາສັນຕິພາບທີ່ໂຮງ ແຮມ Zwekabin ໃນເມືອງ Pa-an ເມືອງເອກຂອງລັດກະຫຼ່ຽງ ທາງພາກຕາເວັນອອກຂອງມຽນມາ (12 ມັງກອນ 2012)

ລັດຖະບານ​ມຽນມາ ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ກັບ​ກຸ່ມ​ກະບົດ​ຊົນ​ເຜົ່າທີ່ມີ​ຊື່​ສຽງກຸ່ມ​ນຶ່ງ ​ໃນ​ອັນ
ທີ່​ປະກົດວ່າ ​ເປັນຄວາມ​ກ້າວໜ້າ​ທີ່​ສຳຄັນ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ ເພື່ອ​ຍຸຕິ​ການ
ກໍ່​ກະບົດ​ທີ່​ຍືດ​ເຍື້ອມາ​ເປັນ​ເວລາ 63 ປີ​ແລ້ວ​ນັ້ນ.

ພວກ​ເຈົ້າໜ້າ​ທີ່ລັດຖະບານ​ມຽນມາ​ໄດ້​ເຊັນ​ສັນຍາ​ດັ່ງກ່າວໃນ​ວັນ​ພະຫັດ​ມື້ນີ້ ກັບ​ສະຫະ
ພາບ​ແຫ່ງ​ຊາດ​ກະຫລ່ຽງ ຫລື KNU ​ໃນ​ລະຫວ່າງ​ກອງ​ປະຊຸມ ບັ້ນ​ນຶ່ງ​ທີ່​ Pa-an ​ເມືອງ
ຫລວງ​ຂອງ​ລັດ​ກະຫລ່ຽງ.

ພວກ​ກະບົດ​ກະຫລ່ຽງ ທີ່​ປະຕິບັດ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ມຽນມາ ​ໄດ້​ສູ້​ລົບ
ກັບ​ກໍາລັງ​ທະຫານ​ຂອງ​ລັດຖະບານ​ ເພື່ອສ້າງຕັ້ງ​ເຂດ​ປົກຄອງ​ຕົນ​ເອງບໍ່​ດົນ​ຫລັງ​ຈາກ​ມຽນ
ມາ​ໄດ້​ຮັບ​ເອກະລາດຈາກ​ອັງກິດ ​ໃນ​ປີ 1948.

ໃນ​ຂະນະ​ທີ່​ພວກ​ສະມາຊິກ​ຂອງ​ກຸ່ມ​ KNU ກ່າວ​ວ່າ ການເຄື່ອນ​ໄຫວ ດັ່ງກ່າວ​ນີ້​ເປັນ​ໄປ​
ໃນ​ທາງ​ບວກ ​ແຕ່​ກໍ​ເຕືອນວ່າ​ກອງ​ປະຊຸມ​ພຽງ​ບັ້ນ​ດຽວ ​ແມ່ນ​ບໍ່​ສາມາດຈະ​ຍຸຕິການ​ສູ້​ລົບ​ທີ່​
ມີ​ມາ​ເປັນ​ເວລາ​ຫລາຍ​ສິບ​ປີ​ນັ້ນໄດ້.

ກຸ່ມ​ KNU ກ່າວ​ວ່າ ການ​ປຸກລະດົມ​ຕໍ່ຕ້ານ​ການ​ກໍ່ກະບົດຂອງ​ລັດຖະບານ ແມ່ນ​ໄດ້​ພາ​ໃຫ້
ມີ​ການ​ຝ່າຝືນ​ສິດທິ​ມະນຸດ ​ໂຮມ​ທັງ​ການ​ບັງຄັບ​ໃຊ້​ແຮງ ງານ ການ​ປຸ້ນ​ສະດົມ ການ​ຂູ່​ເຂັນ
ແລະ​ການ​ທໍາລາຍ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າ. ຊາວບ້ານຈໍານວນ​ຫລາຍ​ພັນ​ຄົນຖືກ​ບັງຄັບ​
ໃຫ້ຫລົບໜີ​ອອກ​ຈາກ​ການ​ສູ້​ລົບ.

ປະຊາຊົນ​ນຶ່ງ​ສ່ວນ​ສາມ​ຂອງ​ມຽນມາປະກອບ​ດ້ວຍຫລາຍຊົນ​ຊາດ​ຊົນ​ເຜົ່າ​ກຸ່ມນ້ອຍ​ ​ແລະ
ອະດີດ​ລັດ​ຖະບານ​ທະຫານ​ມຽນມາ ​ໄດ້ໃຫ້​ເຫດຜົນ​ກ່ຽວ​ກັບການ​ກວາດ​ລ້າງພວກ​ກຸ່ມ​ກະ
ບົດ​ເພື່ອ​ເປັນ​ວິທີນຶ່ງ​ທີ່​ຈະ​ສ້າງ​ສະຖຽນ​ລະ​ພາບ​ແລະ​ຄວາມ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ.

ນັບ​ຕັ້ງ​ແຕ່​ເຂົ້າມາ​ບໍລິຫານ​ປະ​ເທດ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ ລັດຖະບານພົນລະ​ເຮືອນພຽງ
ແຕ່​ໃນ​ນາມ​ຂອງ​ປະທານາທິບໍດີ ​ເທ​ນ ​ເຊ​ນ ​ໄດ້​ທໍາ​ການ​ປະຕິ​ຮູບ​ຫລາຍ​ຢ່າງ ​ໂຮມ​ທັງ​ຟື້ນ​
ການ​ໂອ້​ລົມ​ສົນທະນາ​ກັບ​ຝ່າຍ​ຄ້ານແລະກຸ່ມ​ກະບົດຕ່າງໆ.

ເບິ່ງວີດິໂອລາຍງານຂ່າວພາສາລາວ ກ່ຽວກັບການປ່ຽນແປງໃນມຽນມາ:

XS
SM
MD
LG