ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Thein Sein​: ມຽນມາຈະກ້າວໄປສູ່ ປະຊາທິປະໄຕ ຢ່າງສົມບູນ


ທ່ານ Lee Hsien Loong, ຊາຍ, ພົບກັບທານ Thein Sein, ຂວາ
ທ່ານ Lee Hsien Loong, ຊາຍ, ພົບກັບທານ Thein Sein, ຂວາ

ປະທານາທິບໍດີມຽນມາ ທ່ານ Thein Sein ກ່າວວ່າ ລັດຖະບານຂອງທ່ານມີ​ຄວາມ
​ໝາຍໝັ້ນ ທີ່ຈະນຳພາປະເທດຊາດໃຫ້ກ້າວເດີນໄປສູ່ການມີປະຊາທິປະໄຕຢ່າງສົມ
ບູນ ຫຼັງຈາກທີ່ໄດ້ຢູ່ໃຕ້ການປົກຄອງຂອງທະຫານມາ​ເປັນຫລາຍທົດສະວັດນັ້ນ.

ທ່ານ Thein Sein ໄດ້ໃຫ້ຄຳໝັ້ນສັນຍາດັ່ງກ່າວໃນວັນຈັນວານນີ້ ​ໃນ​ລະຫວ່າງ​
ງານ ລ້ຽງອາຫານຄໍ່າຢ່າງເປັນທາງການທີ່ສິງກະໂປ ແລະອີກຄັ້ງນຶ່ງ ໃນການໃຫ້
ສຳພາດແກ່ໜັງສືພິມ Straits Times ຂອງສິງກະ​ໂປ.

ລັດຖະບານ​ພົນລະ​ເຮືອນ​ຂອງ​ມຽນມາ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກພວກ​ທະຫານ
ໄດ້ທໍາການ​ປະຕິ​ຮູບ​ຕ່າງໆ​ທາງ​ດ້ານ​ການ​ເມືອງມາ​ຈໍານວນ​ນຶ່ງ ຫຼັງຈາກ​ໄດ້​ເຂົ້າກຳ
ອຳນາດໃນເດືອນມີນາປີ​ກາຍ ຮວມທັງ​ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ​ການ​ເມືອງ​ຈໍາ
ນວນ​ຫລາຍຮ້ອຍ​ຄົນ ເປີດ​ການ​ເຈລະຈາສັນຕິກັບພວກກະບົດຊົນກຸ່ມນ້ອຍ ແລະ
​ໃຫ້ອິດສະ​ຫຼະພາບ​ຫຼາຍຂຶ້ນ​ແກ່​ສື່​ມວນ​ຊົນ​.

ປະທານາທິບໍດີ Thein Sein​ ໄດ້ເດີນທາງ​ໄປ​ຮອດ​ສິງ​ກະ​ໂປ​ໃນ​ວັນ​ອາທິດແລ້ວ​ນີ້
ໂດຍມີ​ຄະນະ​ຜູ້​ແທນ​ທີ່​ປະກອບ​ດ້ວຍ​ຜູ້​ນໍາ​ທຸລະກິດ​ແລະ​ລັດຖະມົນຕີ​ເສດຖະກິດ
ຄະນະ​ນຶ່ງ​ ຕິດຕາມ​ໄປ​ນໍາ.

ທັງສອງຝ່າຍໄດ້ລົງນາມໃນ​ຂໍ້​ຕົກລົງເສດຖະກິດ​ສະບັບ​ນຶ່ງ​ ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ
ຮຽກຮ້ອງໃຫ້ Singapore ຊ່ອຍເຫຼືອດ້ານການ​ສຶກສາ ​ກ່ຽວ​ກັບ​ໂຮງຮຽນການ
​ຊ່າງ​ແລະອະຊິວະສຶກສາ ເພື່ອຊ່ອຍ​ໃຫ້ມຽນມາ​ຝືກແອບຜູ້ຄົນຂອງຕົນ ໃນ​ດ້ານ​
ຕ່າງໆ ​ເຊ່ນການວາງແຜນເສດຖະກິດແລະການພັດທະນາຕົວເມືອງນຳ.

ການ​ເສດຖະກິດ​ຂອງ​ມຽນມາ​ໄດ້​ຢຸດ​ສະ​ງັກລົງບໍ່ມີ​ການ​ເຕີບ​ໂຕ ຫຼັງຈາກທີ່ມີການ​
ບໍລິຫານງານຢ່າງຜິດພາດໂດຍ​ອໍານາດການ​ປົກຄອງ​ທະຫານ​ມຽນມາ ທີ່ດຳເນີນ
ມາ​ຫລາຍ​ທົດ​ສະ​ວັດ​ນັ້ນ ພ້ອມທັງການລົງ​ໂທດ​ຈາກນາໆຊາດຕໍ່​ພວກ​ລັດຖະບານ
ທະຫານ ຍ້ອນປະວັດການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ທີ່​ບໍ່ດີນັ້ນ.

XS
SM
MD
LG