ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານ ບາເຣນ ຂັດຂວາງ ການສະຫຼອງ ຄົບຮອບນຶ່ງປີ ຂອງພວກປະທ້ວງ (ເບິ່ງສະໄລດ໌)


ພວກນັກເຄຶ່ອນໄຫວແລະພວກປະທ້ວງຊາວບາເຣນ ປະທ້ວງຕໍ່ຕ້ານລັດຖະ
ບານ ທີ່ວົງວຽນ Pearl ທີ່ເມືອງຫລວງ Manama ຂອງປະເທດບາເຣນ
ພວກນັກເຄຶ່ອນໄຫວແລະພວກປະທ້ວງຊາວບາເຣນ ປະທ້ວງຕໍ່ຕ້ານລັດຖະ ບານ ທີ່ວົງວຽນ Pearl ທີ່ເມືອງຫລວງ Manama ຂອງປະເທດບາເຣນ

ພວກ​ນັກ​ເຄຶ່ອນ​ໄຫວ​ຢູ່​ໃນ​ປະ​ເທດ Bahrain ກ່າວ​ວ່າ ພວກ​ເຈົ້າໜ້າ​ທີ່​ໄດ້ຈັບ​ກຸມ ​ແລະ​ກີດ
ກັນ​ພວກ​ປະ​ທ້ວງ​ ບໍ່​ໃຫ້​ເຕົ້າ​ໂຮມ​ກັນ​ຢູ່ໃນ​ບໍລິ​ເວນວົງວຽນ​ໃຫຍ່ ທີ່ເມືອງ​ຫຼວງ Manama
ຂອງ​ບາ​ເຣນ ​ໃນວັນ​ຄົບຮອບ​ນຶ່ງ​ປີ​ເທື່ອ ທໍາ​ອິດ ຂອງ​ການ​ລຸກ​ຮື​ຂຶ້ນຮຽກຮ້ອງ​ເອົາ​ປະຊາ
ທິປະ​ໄຕ​ຂອງ​ປະ​ເທດ.

ພວກກໍາລັງ​ຕໍາຫຼວດ​ແລະ​ທະຫານ​ຈໍານວນເພີ່ມ​ຂຶ້ນ​ ທໍາ​ການ​ລາດຕະ​ເວນໃນຕົວ​ເມືອງ
Manama ​ແລະ​ເຂດອ້ອມ​ແອ້ມ​ຕ່າງໆ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່ຖະນົນ​ຫົນ
ທາງ​ສາຍ​ໃຫຍ່ຕ່າງໆ​ຖືກ​ປິດ​ລົງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ນັກເຄຶ່ອນ​ໄຫວ​ພາກັນ​ເດີນ​ຂະ
ບວນ​ໄປ​ຍັງເຂດວົງວຽນ Pearl ຊຶ່ງ​ເປັນ​ບ່ອນ​ເລີ່​ມຕົ້ນ​ການ​ເຄຶ່ອນ​ໄຫວ​ປະ​ທ້ວງ​ເມື່ອ​ນຶ່ງ
ປີຜ່ານມານັ້ນ.

ເຂດ​ວົງວຽນ​ດັ່ງກ່າວ​ໄດ້​ຖືກ​ກໍານົດ​ໃຫ້​ເປັນ​ເຂດ​ທະຫານ​ຕັ້ງ​ແຕ່​ນັ້ນ​ມາ ​ແລະ​ໃນຕອນ
ແລງໆ​ຂອງ​ມື້ນີ້ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຂັດຂວາງ ການ​ດຳ​ເນີນຄວາມ​ພະ
ຍາຍາມ​ຫຼາຍໆ​ຄັ້ງ​ຂອງ​ພວກ​ປະ​ທ້ວງ​ທີ່​ຈະ​ບຸກ​ໄປ​ຍັງ​ ​ບໍລິ​ເວນວົງວຽນ​ດັ່ງກ່າວ.

ມີ​ລາຍ​ງານ​ວ່າ ​ເກີດ​ການ​ປະ​ທະ​ກັນ​ຫຼາຍບັ້ນ​ໃນ​ຄຸ້ມ​ຕ່າງໆ​ຂອງ​ພວກ​ນິກາຍ Shi’ite ບ່ອນ
ທີ່​ມີ​ການ​ຍິງ​ລະ​ເບີດ​ນໍ້າ​ຕາ ​ຢູ່​ຕາມຖະໜົນ​ຫົນທາງ​ນັ້ນ.

ທ່ານ Mahmood Mansour ກ່າວ​ວ່າ ພວກ​ຕໍາຫຼວດ​ໄດ້​ບຸກ​ເຂົ້າກວດ ຄົ້ນເຮືອນ​ຫຼາຍ
ຫຼັງ ​ໃນ​ເຂດ Sanabis ​ໂຮມ​ທັງເຮືອນ​ຂອງ​ລາວ​ນໍາ.

ຊາວ​ມຸສລິ​ມນິກາຍ Shi’ite ​ເປັນ​ກຸ່ມຝ່າຍ​ຄ້ານ​ສ່ວນ​ໃຫຍ່​ຂອງ​ປະ​ເທ​ດບາ​ເຣນ ​ໂດຍ​ພວກ
ເຂົາ​ເຈົ້າກ່າວ​ວ່າ ພວກ​ເຂົາ​ເຈົ້າຖືກ​ປະຕິບັດ​ຕໍ່ຢ່າງ​ເປັນ ພວກ​ຄົນ​ຊັ້ນ​ສອງໂດຍ​ພວກ​ນິກາຍ
ຊຸນ​ນີສ່ວນ​ນ້ອຍ ​ທີ່​ປົກຄອງ​ປະ​ເທດຢູ່​ໃນ​ເວລາ​ນີ້ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ປະ
ຊາທິປະ​ໄຕຕະຫຼອດ ມາ​ ໃນລາດ​ຊະ​ອານາຈັກທີ່​ຕັ້ງຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ​ແຫ່ງ​ນີ້.

XS
SM
MD
LG