ຄອບຄົວຂອງຜູ້ນໍາປະເທດ Bahrain ໄດ້ສັ່ງໃຫ້ກອງກໍາລັງຮັກສາຄວາມປອດໄພ ຢູ່ໃນ
ທ່າລະວັງໂຕຢ່າງສູງ ລ່ວງໜ້າການປະທ້ວງຕໍ່ຕ້ານລັດຖະບານທີ່ພວກເຄື່ອນໄຫວຂອງ
ຝ່າຍຄ້ານໄດ້ວາງແຜນຈະຈັດຂຶ້ນໃນວັນຈັນມື້ນີ້ ຜ່ານການປຸກລະດົມທາງສື່ສັງຄົມ ໃ
ອິນເຕີແນັດນັ້ນ.
ພວກກຸ່ມຝ່າຍຄ້ານຂອງ ຊາວ Bahraini ໄດ້ປະກາດໃຫ້ວັນຈັນມື້ນີ້ ເປັນ “ວັນແຫ່ງຄວາມ
ໂກດແຄ້ນ” ເພື່ອປະທ້ວງຕໍ່ອັນທີ່ພວກເຂົາເຈົ້າເຫັນວ່າ ການຂາດເຂີນການປະຕິຮູບໄປສູ່
ປະຊາທິປະໄຕ ໂດຍພວກປົກຄອງປະເທດທີ່ເປັນຊົນກຸ່ມ ນ້ອຍ ຊາວ Sunni ໃນປະເທດ
ເກາະແຫ່ງນັ້ນ. ຊົນກຸ່ມໃຫ່ຍຂອງ Bahrain ກໍຄື ຊາວ Shi’ite ໄດ້ຈົ່ມວ່າ ໃຫ້ຄອບຄົວ
ai-Khalifa ທີ່ປົກຄອງປະເທດນັ້ນວ່າ ຈໍາແນກກີດກັນແລະແບ່ງຊັ້ນວັນນະ.
ພວກເຄື່ອນໄຫວໄດ້ວາງແຜນຈັດການປະທ້ວງຂຶ້ນໃນວັນຈັນມື້ນີ້ ເພື່ອໃຫ້ກົງກັບວັນຄົບ
ຣອບ 10 ປີ ຂອງການລົງປະຊາມະຕິ ກ່ຽວກັບການປະຕິຮູບທາງການເມືອງ ທີ່ກະສັດ
Hamad bin Isa-Khalifa ໄດ້ສະເໜີຂຶ້ນ ໃນການສະໜອງ ຕອບຕໍ່ຄວາມຮຽກຮ້ອງ
ຕ້ອງການ ຂອງພວກປະຊາຊົນທີ່ໄດ້ທໍາການປະທ້ວງໃນຊຸມປີ 1990 ນັ້ນ.ກຸ່ມຝ່າຍຄ້ານ
Bahrain ຈົ່ມວ່າ ການປະຕິຮູບດັ່ງກ່າວບໍ່ໄດ້ນໍາເອົາປະຊາທິປະໄຕທີ່ແທ້ຈິງ ມາສູ່ປະຊາ
ກອນ ຈໍານວນ 750,000 ຄົນ ຂອງປະເທດເລີຍ.
ກະສັດ Hamad ໄດ້ສະແດງເຈດຕະນາດີຫຼາຍໆຄັ້ງ ຕໍ່ປະຊາຊົນໃນຫວ່າງບໍ່ເທົ່າໃດ
ອາທິດຜ່ານມານີ້ ໃນຄວາມພະຍາຍາມເພື່ອໃຫ້ມີການລົ້ມເລີກແຜນການປະທ້ວງນັ້ນ.
ໃນຕົ້ນເດືອນນີ້ ທາງລັດຖະບານຂອງທ່ານ ກໍໄດ້ມອບເງິນສົດ 2,600 ໂດລ່າ ໃຫ້
ຊາວບາເຣນ ແຕ່ລະຄອບຄົວ ພ້ອມທັງເພິ່ມການເກື້ອກຸນດ້ານອາຫານນໍາ.
ນອກນັ້ນ ລັດຖະບານ Bahrain ຍັງໄດ້ໃຫ້ຄໍາໝັ້ນສັນຍາໃນອາທິດວານນີ້ວ່າ ຈະເສີມ
ຂະຍາຍເສລີພາບຂອງວົງການຂ່າວຂຶ້ນ ໂດຍການຈໍາກັດ ການຄວບຄຸມຂອງທາງລັດ
ຕໍ່ວົງການສື່ໃຫ້ນ້ອຍລົງ.