ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ ສຫລ ປະຈໍາອັຟການິສຖານ ກ່າວວ່າ ໜ້າເສຍໃຈ ທີ່ປາກິສຖານຈະບໍ່ ເຂົ້າຮ່ວມປະຊຸມ


ທ່ານ Ryan Crocker ເອກອັກຄະລັດຖະທູດສະຫະລັດ ປະຈໍາອັຟການິສຖານ
ທ່ານ Ryan Crocker ເອກອັກຄະລັດຖະທູດສະຫະລັດ ປະຈໍາອັຟການິສຖານ

ທ່ານ Ryan Crocker ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາອັຟກາ​ນີສຖານ​ກ່າວ​ວ່າ
ການ​ທີ່ປາ​ກີ​ສຖານ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ນານາ​ຊາດ​ທີ່​ຈະມາ​ເຖິງນີ້ ກ່ຽວ​ກັບອັຟກາ​ນີສ
ຖານນັ້ນ ຈະ​ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ໃຈ ແຕ່​ກໍຈະ​ບໍ່​ທໍາລາຍຄວາມ​ກ້າວ​ໜ້າຂອງ​ອັຟກາ​ນິສ
ຖານ ​ຫລືວ່າ ​ປ່ຽນ​ແປງ​ຜົນທີ່​ຈະ​ອອກ​ມາຂອງ​ກອງ​ປະຊຸມ​ນີ້​ແຕ່​ຢ່າງ​ໃດ.

ໃນ​ການ​ໃຫ້​ສໍາ​ພາດ​ກັບ​ວີ​ໂອ​ເອ ພະ​ແນ​ກພາສາ​ອັຟກາ​ນີສຖານ ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ
Crocker ກ່າວ​ວ່າ ມັນ​ຈະ​ເປັນ​ການ​ສູນ​ເສຍ​ໂອກາດ ອັນ​ດີຂອງ​ປາ​ກີ​ສຖານ​ ຖ້າ​ຫາກປາ​ກີ
ສຖານ​ບໍ່​ຍອມ​ເຂົ້າຮ່ວມ​ກອງ​ປະຊຸມ ກ່ຽວ​ກັບ​ອະນາຄົດ​ຂອງ​ອັຟກາ​ນີສຖານ ທີ່​ມີ​ກໍານົດ​
ຈະເລິ່ມຂຶ້ນ​ໃນ​ວັນ​ຈັນມື້​ອື່ນ​ນີ້ ທີ່​ນະຄອນຫລວງ​ບອນ ຂອງປະ​ເທດ​ເຢຍຣະມັນ.

ພວກ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ໄດ້​ກ່າວ​ຊໍ້າ​ແລະ​ຊໍ້າ​ອີກ​ວ່າ ພວກ​ຕົນ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ
ນານາ​ຊາດ​ທີ່​ກຸງ​ບອນ​ນັ້ນ ​ເພື່ອ​ປະ​ທ້ວງ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກຸ່ມເນ​ໂຕ້​ເມື່ອ​ທ້າຍ
ເດືອນ​ຜ່ານ​ມານີ້ ​ທີ່​ຍັງ​ຜົນ​ໃຫ້​ທະຫານ​ປາ​ກີ​ສຖານ​ເສຍຊີວິດ 24 ຄົນ ຢູ່ໃກ້​ເຂດ​ຊາຍ​ແດນ​
ຕິດ​ກັບ​ອັຟກາ​ນີສຖານ ນັ້ນ.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທ​ດສະຫະລັດ ໄດ້ໂທລະສັບ​ຫາ​ນາຍົກ
ລັດຖະມົນຕີປາກີສຖານ ທ່ານ Yousuf Raza Gilani ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອ​ສະ​ແດງ
ຄວາມ​ເສົ້າ​ໂສກ​ເສຍ​ໃຈ​ອີກ​ຄັ້ງ ນຶ່ງ​ຕໍ່​ຄອບຄົວ​ຂອງ​ພວກ​ທະຫານ​ປາ​ກີ​ສຖານ​ທີ່​ເສຍ​ຊີວິດ​ໄປ
ນັ້ນ ​ແລະ​ຕໍ່ ປະຊາຊົນ​ປາ​ກີ​ສຖານ. ນອກ​ນີ້​ແລ້ວ​ ຖະ​ແຫລ​ງການສັ້ນໆ​ສະບັບ​ນຶ່ງ​ຂອງ
ກະຊວງ​ຕ່າງປະ​ເທດ​ສະຫະລັດ​ຍັງ​ເນັ້ນ​ຍໍ້າ​ ເຖິງ​ຄວາມ​ເຄົາ​ລົບ​ນັບຖື​ຂອງ ສະຫະລັດ​ຕໍ່​ອະທິ
ປະ​ໄຕ​ຂອງ​ປາ​ກີ​ສຖານ ​ແລະ​ຄວາມໝາຍ​ໝັ້ນ​ທີ່​ຈະ​ປະຕິ ບັດ​ງານ​ຮ່ວມ​ກັນ ​ເພື່ອ​ໃຫບັນລຸ​
ຈຸດປະສົງ​ທີ່​ມີ​ຮ່ວມ​ກັນ ບົນພື້ນຖານແຫ່ງ​ຜົນ​ປະ​ໂຫຍດ ​ແລະ​ຄວາມ​ເຄົາ​ລົບ​ນັບຖື ​ຊຶ່ງ​ກັນ
ແລະ​ກັນ​ນັ້ນ.

XS
SM
MD
LG