ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຫດລະເບີດ ສັງຫານ 9 ຄົນ ໃນອັ​ຟກາ​ນີສຖານ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ກໍາລັງປະຕິບັດໜ້າທີ່ຢ່າງເຄ່ງຄັດ ລຸນຫລັງເກີດເຫດລະເບີດ ໃນວັນຈັນມື້ນີ້, ທີ 14 ພືດສະພາ 2012.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ກໍາລັງປະຕິບັດໜ້າທີ່ຢ່າງເຄ່ງຄັດ ລຸນຫລັງເກີດເຫດລະເບີດ ໃນວັນຈັນມື້ນີ້, ທີ 14 ພືດສະພາ 2012.

ເຈົ້າໜ້າ​ທີ່ອັ​ຟກາ​ນີສຖານ ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ຕະຫຼາດ​ແຫ່ງ​ນຶ່ງ ທາງ​ພາກ
ເໜືອ​ຂອງ​ປະ​ເທດ ແລະໄດ້​ສັງຫານ 9 ຄົນ ຊຶ່ງ​ຮວມທັງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ນຶ່ງ​ຄົນ​ນໍາ.

ຕໍາຫຼວດ​ກ່າວ​ວ່າ​ ​ເຫດລະ​ເບີດໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ເກີດ​ຂຶ້ນ​ໃນຮ້ານ​ຂາຍຂອງ ​ແຫ່ງ​ນຶ່ງ ​ທີ່​ເມືອງ Ghormuch ​ໃນ​ແຂວງ​ Faryab. ສະມາຊິກ​ສະພາ​ປົກຄອງ​ເມືອງ​ຄົນ​ນຶ່ງ ​ແມ່ນ​ລວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ​ທີ່​ກົດ​ຂະ​ນວນ​ຈາກທາງ​ໄກນັ້ນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ​ແມ່ນ​ຜູ້​ໃດເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ​ຄັ້ງ​ນີ້ ຊຶ່ງ​ມີຂຶ້ນ​ນຶ່ງ​ມື້ ຫລັງ​ຈາກ​ເຈົ້າ​ໝ້າ​ທີ່​ເຈ​ລາ​ຈະ​ຈາ​ສັນຕິພາບ​ຂັ້ນ​ສູ​ງຄົນ​ນຶ່ງ​ໄດ້​ຖືກ​ຍິງ​ຕາຍ​ໃນ​ນະຄອນຫລວງ​ກາ​ບູລ. ຜູ້​ເຄາະ​ຮ້າຍ ທ່ານ Arsala Rahmani ​ເປັນ​ສະມາຊິກ​ອາວຸ​ໂສ​ຂອງ​ສະພາ​ສັນຕິພາບ​ຂັ້ນ​ສູງ​ຂອງ​ອັຟກາ​ນິສຖານ ທີ່​ມີ​ສະມາຊິກ 70 ຄົນ​ນັ້ນ.

ກຸ່ມ​ຕາ​ລີ​ບານ​ໄດ້​ປະຕິ​ເສດ​ ​ຄວາມຮັບ​ຜິດ​ຊອບ​ໃນ​ການ​ລອບ​ສັງຫານ​ທ່ານ Rahmani.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ຄາດ​ວ່າ ການ​ກໍ່​ຄວາມ​ຮຸນ​ແຮງ​ຈະ​ເພີ່ມ​ທະວີ​ຂຶ້ນ ​ຫລັງ​ຈາກ​ທີ່​ພວກ​ຕາ​ລີ​ບານ​ໄດ້​ປະກາດການ​ເລີ່​ມຕົ້ນ​ການ​ໂຈມ​ຕີ​ໃນ​ລະດູບານ​ໃໝ່​ເມື່ອ​ບໍ່​ໄວໆ​ມາ​ນີ້.

XS
SM
MD
LG