ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍີ່ປຸ່ນລະນຶກ ເຖິງການ​ໂຈມ​ຕີ​ ດ້ວຍລະເບີດປະລະມານູ ທີ່ Hiroshima (ວີດີໂອ)


ຜູ້ຄົນຈຸດທູບທຽນໄຫວ້ອາໄລລະລຶກເຖິງ ວັນຄົບຮອບ 67 ປີ ຂອງ Hiroshima
ຜູ້ຄົນຈຸດທູບທຽນໄຫວ້ອາໄລລະລຶກເຖິງ ວັນຄົບຮອບ 67 ປີ ຂອງ Hiroshima

ວັນຈັນມື້ນີ້ ເປັນ​ຂີດ​ໝາຍຄົບຮອບ 67 ປີ ຂອງການ​ໂຈມ​ຕີ​ດ້ວຍລະເບີດປະລະມານູ​ຄັ້ງ​ທໍາ
​ອິດ​ຂອງ​ໂລກ ໃນທ່າມກາງການ​ເພີ່ມ​ທະວີ​ສູງ​ຂຶ້ນ ​ໃນຄວາມຮູ້ສຶກຕໍ່ຕ້ານການໃຊ້ພະລັງງານ
ນີວເຄລຍໃນຍີ່ປຸ່ນ ​ຫຼັງຈາກທີ່​ໂຮງງານ​ໄຟຟ້ານີວເຄລຍ Fukushima ໄດ້ປະສົບກັບອຸບັດຕິ
ເຫດໃນປີກາຍນີ້.

ຜູ້ຄົນປະມານ 50,000 ຄົນ ຮວມທັງນາຍົກລັດຖະມົນຕີ ທ່ານ Yoshihiko Noda ​ແລະຜູ້
ແທນຕ່າງປະເທດຈໍານວນນຶ່ງ ໄດ້ເຂົ້າຮ່ວມໃນພິທີປະ​ຈໍາປີ ທີ່​ຈັດ​ຂຶ້ນ​ເປັນ​ຂີດ​ໝາຍ​ວັນຄົບຮອບ
ມື້ນີ້ ທີ່ສວນສັນຕິພາບ​ຂອງ​ເມືອງ Hiroshima.

ພິທີການລະລຶກເຖິງດັ່ງກ່າວນີ້ໄດ້ເລີ່ມຂຶ້ນ ດ້ວຍການສັ່ນລະຄັງ ແລະຢືນ​ຢູ່​ໃນ​ຄວາມສະງົບນິ່ງ
ໄວ້ອາໄລ ຊົ່ວ​ຂະນະ​ນຶ່ງ ແລະປ່ອຍນົກສັນຕິພາບ.

ເຈົ້າເມືອງ ຮິ​ໂຮ​ຊິ​ມະ ທ່ານ Kazumi Matsui ໄດ້ຮ້ອງຂໍໃຫ້ລັດຖະບານຍີ່ປຸ່ນ ຈັດ​ຕັ້ງປະຕິ
ບັດນະໂຍບາຍທາງດ້ານພະລັງງານ ທີ່ປອດໄພແລະຮັບປະກັນໄດ້.

ລະເບີດປະລະມານູ ທີ່ສະຫະລັດໄດ້ຖິ້ມໃສ່ ຮິ​ໂຮ​ຊິ​ມະ ນັ້ນໄດ້ເຮັດໃຫ້ 1 ແສນ 4 ໝື່ນຄົນ
ໄດ້ເສຍຊີວິດ ຢ່າງກະທັນຫັນ ຫຼືບໍ່ກໍ ຈາກການ​ຖືກກໍາມັນຕະພາບລັງສີ ​ເຜົາໄໝ້ ໃນຫຼາຍວັນ
ຕໍ່ມາ. ລະເບີດລູກທີ່ 2 ທີ່ໄດ້ຖິ້ມໃສ່ເມືອງທ່າ Nagasaki 3 ມື້ ຕໍ່ມາ ໄດ້ສັງຫານຊາວ​ເມືອງ
ປະມານ 70,000. ຍີ່ປຸ່ນໄດ້ຍອມ​ຈໍານົນ 6 ມື້ຫຼັງຈາກນັ້ນ.

XS
SM
MD
LG