ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຢ່າງ​ໜ້ອຍ 40 ຄົນ​ເສຍ​ຊີວິດ ໃນຄຸກຂອງ​ເມັກ​ຊິ​ໂກ


ພວກພີ່ນ້ອງຂອງນັກໂທດ ທີ່ໄປລໍຖ້າຟັງຂ່າວ
ພວກພີ່ນ້ອງຂອງນັກໂທດ ທີ່ໄປລໍຖ້າຟັງຂ່າວ

ບັນດາ​ເຈົ້າ​ໜ້າ​ທີ່​ເມັກ​ຊິ​ໂກ​ກ່າວ​ວ່າ ຢ່າງ​ໜ້ອຍ 40 ຄົນ​ເສຍ​ຊີວິດ ​ເວລາ​ເກີດ​ຄວາມ​ວຸ້ນວາຍ​
ຢູ່ຄຸກ​ແຫ່ງ​ນຶ່ງ​ໃນ​ວັນ​ອາທິດ​ວານ​ນີ້ ໃນ​ພາກເໜືອ​ຂອງ​ເມັກ​ຊິ​ໂກ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄດ້​ເກີດການ​ຕໍ່ສູ້​ກັນ​ຂຶ້ນ​ໃນ​ເຊົ້າ​ວານ​ນີ້ ລະຫວ່າງ​ພວກ​ນັກ​ໂທດ
ແລະ​ພວກ​ເຈົ້າ​ໜ້າ​ທີ່ຍາມ​ຄຸກ​ໃນ​ຄຸກ Apodoca ຕັ້ງ​ຢູ່​ນອກ​ເມືອງ Monterrey ນັ້ນ. ​
ເຈົ້າ​ໜ້າ​ທີ່ຄົນ​ນຶ່ງ​ກ່າ​ວວ່າ ທາງ​ການ​ສາມາດ​ຄວບ​ຄຸມສະຖານະ​ການໃນ​ຄຸກ​ໄວ້​ໄດ້ຄື​ນ
ໃນ​ເວລາ​ຕໍ່ມາ.

ພວກ​ສະມາຊິກ​ຄອບຄົວ​ຄົນ​ໂທດ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ ຢູ່​ນອກ​ຄຸກ ລໍຖ້າ​ຟັງລາຍ​ລະອຽດ​
ຕ່າງໆ​ກ່ຽວ​ກັບເຫດການ​ດັ່ງກ່າວ​ແລະ​ສະຖານະ​ພາບຂອງ​ພວກ​ສະມາຊິກ​ຄອບ​ຄົວ​ຂອງ​
ຕົນ​ໃນ​ຄຸກ​ນັ້ນ.

ການ​ຕໍ່ສູ້​ກັນຢ່າງ​ຮຸນ​ແຮງ​ທີ່​ຍັງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ນັ້ນ ​ແມ່ນເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ​
ບາງ​ຄາວ​ໃນ​ຄຸກ​ເມັກ​ຊິ​ໂກ ຊຶ່ງ​ລາງ​ເທື່ອ​ເກີດ​ຂຶ້ນ​ເນື່ອງ​ການ​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​
ພວກ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ທີ່​ມີ​ອິດ​ທິພົນ​ນັ້ນ. ໃນ​ເດືອນ​ແລ້ວ​ນີ້ ນັກ​ໂທດ 31 ຄົນ​ເສຍ​ຊີວິດ​
ໃນ​ລະຫວ່າງ​ເກີດ ຄວາມ​ວຸ້ນວາຍ​ໃນ​ຄຸກແຫ່ງ​ນຶ່ງ ໃນ​ພາກ​ເໜືອ​ຂອງ​ເມັກຊິ​ໂກ​ເຊ່ນ​ກັນ.

XS
SM
MD
LG