ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ໄດ້ເລື່ອນແຜນການຖະແຫລງຂ່າວ
ຢ່າງກະທັນຫັນໃນວັນພະຫັດມື້ນີ້ ຊຶ່ງໄດ້ມີການຄາດຄະເນກັນໄວ້ວ່າ ທ່ານຈະປະກາດ
ໃຫ້ຮູ້ວ່າ ລັດຖະບານຂອງທ່ານຈະເຂົ້າຮ່ວມ ໃນການເຈລະຈາເຮັດສັນຍາການຄ້າເສລີ
ຂ້າມມະຫາສະມຸດປາຊີຟິກ ຫລື TTP ນັ້ນ.
ພວກລາຍງານຂ່າວຍີ່ປຸ່ນກ່າວວ່າ ນາຍົກລັດຖະມົນຕີໄດ້ວາງແຜນທີ່ຈະປະກາດໃຫ້ຮູ້
ການຕັດສິນໃຈຂອງຕົນຕໍ່ປະຊາຊົນຍີ່ປຸ່ນໃນວັນພະຫັດມື້ນີ້ ແລະຈະແຈ້ງດ້ວຍຕົນເອງ
ໃຫ້ປະທານາທິບໍດີບາຣັກ ໂອມາບາ ຊາບ ເວລາພວກທ່ານພົບປະກັນທີ່ລັດຮາວາຍໃນ
ວັນເສົາຈະມານີ້ໃນກອງປະຊຸມເອເປັກ. ແຕ່ບັນດາເຈົ້າໜ້າທີ່ປະກາດໃຫ້ຮູ້ໃນແລງວັນ
ພະຫັດມື້ນີ້ວ່າ ກອງປະຊຸມຖະແຫລງຂ່າວທີ່ກຸງໂຕກຽວ ໄດ້ເລື່ອນໄປໃສ່ວັນສຸກມື້ອື່ນ.
ການເຂົ້າຮ່ວມໃນການເຈລະຈາເຮັດສັນຍາການຄ້າດັ່ງກ່າວ ແມ່ນເປັນບັນຫາໂຕ້ແຍ່ງກັນ
ຢ່າງສູງຢູ່ໃນຍີ່ປຸ່ນ ບ່ອນທີ່ພວກຊາວກະສິກອນແລະຊາວປະມົງຫລາຍພັນຄົນໄດ້ພາກັນ
ເດີນຂະບວນໃນທ້າຍສັບປະດາຜ່ານມາ ເພື່ອຄັດຄ້ານຕໍ່ການເຂົ້າເປັນສະມາຊິກຂອງພາຄີ
ການຄ້າຂ້າມປາຊີຟິກ ຫລື TPP ນັ້ນ. ພວກຊາວກະສິກອນປູກເຂົ້າທີ່ມີອໍານາດອິດທິພົນ
ຢ່າງຫລວງຫລາຍທາງດ້ານເມືອງ ທ່ີບໍ່ໄດ້ໃຫ້ເຂົ້າຮ່ວມໃນຂໍ້ຕົກລົງການຄ້າເສລີຂອງຍີ່ປຸ່ນ
ສະບັບກ່ອນໆນັ້ນ ໄດ້ຄັດຄ້ານຢ່າງແຂງແຮງ.