ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ຄລິນຕັນຕິດຕໍ່ປະເທດຕ່າງໆ ກ່ຽວກັບ WIKILeaks


ທ່ານ P.J. Crowley ໂຄສົກປະຈໍາກະຊວງການຕ່າງປະເທດທີ່
ກ່າວຕໍ່ເວັບໄຊTwitter ໃນວັນສຸກ ທີ 26 ພະຈິກວ່າ ທ່ານນາງ
Clinton ໄດ້ຕິດຕໍ່ພົວພັນກັບບັນດາຜູ້ນໍາປະເທດຕ່ງໆກ່ຽວກັບ
ການຮົ່ວໄຫລຂອງຂໍ້ມູນລັບໃນເວັບໄຊ Wikileaks.
ທ່ານ P.J. Crowley ໂຄສົກປະຈໍາກະຊວງການຕ່າງປະເທດທີ່ ກ່າວຕໍ່ເວັບໄຊTwitter ໃນວັນສຸກ ທີ 26 ພະຈິກວ່າ ທ່ານນາງ Clinton ໄດ້ຕິດຕໍ່ພົວພັນກັບບັນດາຜູ້ນໍາປະເທດຕ່ງໆກ່ຽວກັບ ການຮົ່ວໄຫລຂອງຂໍ້ມູນລັບໃນເວັບໄຊ Wikileaks.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຕີ​ດຕໍ່ ກັບ​ຫລາຍ
ປະ​ເທດ​ກ່ອນ​ໜ້າ Website Wikileaks ​ເປີດ​ເຜີຍ​ໂທລະ​ເລກທາງການ​ທູດ​ລັບ ​ແລະ​ມີ​
ຄວາມ​ບົ່ມ​ຊ້ອນທີ່ຈະ​ສ້າງ​ຄວາມ​ຫຍຸ້ງຍາກ ​ຫລາຍ​ລ້ານ​ສະບັບນັ້ນ.

ທ່ານ P.J. Crowley ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ຕໍ່ Website Twitter
ໃນ​ວັນ​ສຸກວານ​ນີ້​ວ່າ ທ່ານ​ນາງ Clinton ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ຜູ້ນໍາ​ປະ​ເທດ ​ເຢຍຣະ
ມັນ ສະຫະລັດ​ອາ​ຣັບ​ເອມີ​ເຣັສ ອັງກິດ ຝຣັ່ງ ​ແລະ​ອັຟກາ​ນິສຖານ.

ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ອິສຣາ​ແອລທ່ານ​ນຶ່ງ ໃນໜັງສືພິມ
Haaretz ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ຮັບ​ຄໍາ​ເຕືອນ​ວ່າ ​ໂທລະ​ເລກບາງ​ສະບັບ​ສາມາດ
ຮວມທັງ​ລາຍ​ງານ​ທີ່​ຖື​ເປັນ​ເລື່ອງ​ລັບ​ທີ່​ສຸດ​ໄດ້ ​ຈາກ​ສະຖານທູດ​ສະຫະລັດ ​ໃນ​ກຸງ Tel Aviv
ນັ້ນ.

ລາຍ​ງານ​ຂ່າວ​ຫລາຍ​ສະບັບ​ອ້າງ​ເຖິງ​ລາຍ​ງານ​ຂ່າວ​ໃນ​ໝັງ​ສື​ພິມ Al-Hayat ທີ່​ມີ​ສໍານັກງານ
ຕັ້ງ​ຢູ່​ໃນ​ກຸງ​ລອນ​ດອນ​ທີ່​ເວົ້າ​ວ່າ ການ​ເປີດ​ເຜິ​ຍ​ໂທລະ​ເລກລັບເຫລົ່າ​ນີ້​ຈະ​ເຜີຍ​ແບ​ເລື່ຶອງການ
ສະໜັບສະໜຸນ​ຂອງ​ສະຫະລັດ​ຕໍ່​ກຸ່ມ​ຫົວ​ແບ່ງແຍກ​ດິນ​ແດນ​ເທີ​ກກີ​ຫລື PKK ທີ່​ທາງ​ກະຊວງ​
ການ​ຕ່າງປະ​ເທດ​ບົ່ງ​ຊື່​ຢູ່ໃນ​ບັນຊີ​ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ.

ຍັງ​ບໍ່​ຮູ້ຈັກ​ກັນ​ເທື່ອ​ວ່າ​ເວລາ​ໃດ Website Wikileaks ຈະ​ເປີດເຜີຍ​ພວກເອກະສານ​ເຫລົ່າ
ນີ້​ໃຫ້​ປະຊາຊົນ​ຊາບ​. Wikileaks ​ໄດ້​ປະກາດ​ເລື່ອງ​ນີ້​ໃຫ້​ຮູ້​ໃນ​ໜ້າ Twitter ຂອງ​ຕົນ​ໃນ​
ວັນ​ຈັນ​ຜ່ານ​ມາ​ວ່າ ຕົນ​ວາງແຜນ​ທີ່ຈະ​ພິມ​ເຜີຍ​ແຜ່​ເອກະສານ​ລັບ​ເຫລົ່າ​ນີ້ ​ເກືອບ 3 ລ້ານ
ສະບັບ.

XS
SM
MD
LG