ປະທານາທິບໍດີສະຫະລັດທ່ານ ບາຣັກ ໂອບາມາ ແລະບຸກຄົນສໍາຄັນອື່ນໆຂອງໂລກໄດ້
ຮ່ວມສະເຫລີມສະລອງ ວັນຄົບຮອບ 70 ປີຂອງ ວິທະຍຸສຽງອາເມຣິກາຫລືວີໂອເອເປັນ
ເວລາຕະຫຼອດນຶ່ງປີ ພ້ອມດ້ວຍ ຂໍ້ຄວາມສະແດງຄວາມຍິນດີ.
ປະທານາທິບໍດີໂອບາມາ ໄດ້ກ່າວຍົກຍ້ອງວິທະຍຸວີໂອເອທີ່ສະໜອງຂ່າວ ຢ່າງຖືກຕ້ອງ
ແລະບໍ່ລໍາອຽງຕະຫລອດມາ ຕໍ່ໜ້າບັນດາລັດຖະບານຕ່າງປະ ເທດທີ່ກວດກາຂ່າວ ແລະ
ອຳນາດການປົກຄອງ ທີ່ປະຕິເສດສິດທິສາກົນ ຕ່າງໆ. ໃນວີດີໂອທີ່ນໍາອອກເຜີຍແຜ່ເນື່ອງໃນພິທີສະເຫລີມສະຫລອງວັນຄົບຮອບດັ່ງກ່າວເມື່ອວັນພຸດວານນີ້ ທ່ານໂອບາມາ
ເວົ້າວ່າ ສະຫະລັດມີ ຄວາມເຂັ້ມແຂງກວ່າເກົ່າ ແລະໂລກກໍມີຄວາມຍຸຕິທຳເພີ່ມຂຶ້ນຍ້ອນ
ການດຳເນີນຄວາມພະຍາຍາມຂອງວີໂອເອ.
ທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິປະ
ໄຕມຽນມາ ກ່າວວ່າ ວັນຄົບຮອບ 70 ປີ
ຂອງວີໂອເອ ກໍຄ້າຍໆຄືກັນ ກັບວັນເກີດ
ຂອງເພື່ອນຄົນນຶ່ງໂດຍເວົ້າວ່າວິທະຍຸວີໂອ
ເອ ແລະສະຖານີອອກອາກາດອື່ນໆນັ້ນຖື
ວ່າເປັນເພື່ອນມິດແກ້ເຫງົາ ຂອງທ່ານນາງ
ຕະຫລອດມາ ໃນລະຫວ່າງທີ່ທ່ານນາງຖືກ
ກັກບໍລິເວນເປັນເວລາຫລາຍປີນັ້ນ.
ສ່ວນອົງອາໄລ ລາມະ ຜູ້ນໍາດ້ານຈິດໃຈ
ຂອງຊາວທິເບດ ຊົງກ່າວວ່າ ວີໂອເອພະ
ແນກພາສາທິເບດ ແມ່ນມີບົດບາດ ທີ່ສໍາ
ຄັນທີ່ສຸດຕໍ່ຊາວທິເບດທັງຫຼາຍໂດຍການອອກອາກາດຂ່າວທີ່ບໍ່ເຂົ້າຂ້າງອອກຂາຝ່າຍໃດ
ແລະຊົງກ່າວຕໍ່ໄປວ່າ ພະອົງເຊື່ອວ່າ ພວກອົງການຂ່າວຕ່າງໆດັ່ງເຊັ່ນວີໂອເອນັ້ນ ຖືວ່າ
ສໍາຄັນຫລາຍທີ່ສຸດ.
ອີໂອເອໄດ້ຖືກຕັ້ງຂຶ້ນໂດຍລັດຖະບານສະຫະລັດໃນປາງສົງຄາມໂລກຄັ້ງທີ່ສອງເພື່ອ
ອອກຂ່າວ ສົ່ງໄປຍັງອານາເຂດທີ່ຍຶດຄອງໂດຍພວກນາຊີເຢຍຣະມັນ ແລະວີໂອເອໄດ້
ຄ່ອຍໆເຕີບໃຫຍ່ຂະຫຍາຍໂຕຂຶ້ນມາເປັນສື່ຂ່າວຫລາຍລະບົບ ຫຼື Multimedia ຂອງ
ໂລກ ທີ່ອອກອາກາດຫລາຍກວ່າ 40 ພາສາ ໃຫ້ຜູ້ຟັງຫລາຍກວ່າ 140 ລ້ານຄົນ ໃນ
ແຕ່ລະອາທິດ.
ຟັງຄໍາປະກາດໃນລາຍການອອກອາກາດເທື່ອທໍາອິດຂອງວີໂອເອ:
ລາຍການອອກອາກາດທາງວິທະຍຸຄື້ນສັ້ນ ເທື່ອທໍາອິດຂອງວີໂອເອນັ້ນ ເປັນພາສາເຢຍ
ຣະມັນ ເມື່ອວັນທີ່ 1 ເດືອນກຸມພາປີ 1942 ທີ່ເລິ່ມຕົ້ນດ້ວຍຄໍາເວົ້າທີ່ວ່າ “ທີ່ນີ້ແມ່ນສຽງ
ຈາກອາເມຣິກາ” ແລະລາຍການອອກອາກາດດັ່ງກ່າວໃຫ້ຄໍາໝັ້ນສັນຍາອີກວ່າ “ຂ່າວທີ່
ເຮົານໍາມາສະເໜີນີ້ ອາດເປັນທັງຂ່າວດີແລະຂ່າວຮ້າຍ ແຕ່ພວກເຮົາຈະເວົ້າຄວາມຈິງ”
ວັນຄົບຮອບ 70 ປີຂອງວີໂອເອມີຂຶ້ນ ໃນຂະນະທີ່ວີໂອເອປະເຊີນກັບການຖືກຕັດງົບ
ປະມານ ພ້ອມດ້ວຍວົງການລັດຖະບານກາງສ່ວນໃຫຍ່ ຄືບາງພະແນກຖືກຕັດຈໍານວນ
ພະນັກງານລົງຢ່າງຫຼວງຫຼາຍ ຫລືບາງພະແນກກໍອາດຖືກຍຸບໄປເລີຍ.
ຄລິກລິ້ງຂ້າງລຸ່ມ ເພື່ອເບິ່ງວີດີໂອ ກ່ຽວກັບການສະເຫລີມສະຫລອງ:
http://www.voanews.com/wm/live/special-events/VOA_70th_Anniversary-vb.asx
ວີໂອເອ ຕອນເລີ່ມຕົ້ນກະຈາຍສຽງໃໝ່ໆ: