ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໝັກເລືອກຕັ້ງ ຈາກພັກຣີພັບບລິກັນ ແຂ່ງກັນ ຫາສຽງ ໃນລັດຟລໍຣີດາ (ເບິ່ງວີດີໂອ)


ທ່ານ Mitt Romney ອະດີດຜູ້ປົກຄອງລັດ Massachusetts ແລະທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດ ໂອ້ລົມກັນ ໃນລະຫວ່າງຢຸດພັກການໂຕ້ວາທີ ຂອງພັກ Republican ທີ່ລັດ ຟລໍຣີດາ,
ວັນທີ 27 ມັງກອນ 2012.
ທ່ານ Mitt Romney ອະດີດຜູ້ປົກຄອງລັດ Massachusetts ແລະທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດ ໂອ້ລົມກັນ ໃນລະຫວ່າງຢຸດພັກການໂຕ້ວາທີ ຂອງພັກ Republican ທີ່ລັດ ຟລໍຣີດາ, ວັນທີ 27 ມັງກອນ 2012.

ທ່ານ Mitt Romney ​ແລະ​ທ່ານ Newt Gingrich ທີ່​ຫວັງ​ວ່າ​ຈະ​ໄດ້​ເປັນ​ຜູ້​ສະໝັກ​ຮັບ​
ເລືອ​ກຕັ້ງປະທານາທິບໍດີ​ສະຫະລັດຕາງ​ໜ້​າ​ພັກ Republican ກໍາລັງ​ຫາ​ສຽງ​ແຂ່ງ​ກັນ
ເພື່ອ​ຊອກ​ຫາ​ສຽງ​ສະໜັບສະໜຸນ​ໃນ​ລັດ​ຟລໍຣີດາ ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​
ສະຫະລັດ ຊຶ່ງຈະ​ມີ​ການເລືອກ​ຕັ້ງ​ຂັ້ນຕົ້ນ​ຂອງ​ພັກ​ ໃນ​ວັນ​ທີ 31 ມື້ຮືນີ້.

ຜູ້​ສະມັກ​ເລື້ອກຕັ້ງ​ທີ່​ມີ​ສຽງ​ນໍາ​ໜ້າ​ທັງ​ສອງ​ທ່ານ ທີ່​ກໍາລັງເເຂ່ງຂັນ​ກັນ ເພື່ອໃຫ້​ໄດ້​ເປັນ​ຜູ້
ສະ​ໝັກ​ເລືອກ​ຕັ້ງ ແຂ່ງກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໃນ​ເດືອນ​ພະຈິກ​ປີ​ນີ້ ​ໄດ້​ພາ
ກັນ​ຫາ​ສຽງໃນ​ທົ່ວລັດ​ຟລໍຣີດາ​ ໃນ​ວັນ​ເສົາ​ວານ​ນີ້.

ທ່ານຣອມນີ ​ນັກ​ລົງທຶນເສດ​ຖີເງິນລ້ານ ແລະ​ເປັນ​ອະດີດ​ຜູ້​ປົກຄອງ​ລັດ Massachu-
setts ມີ​ຄະ​ແນນ​ນໍາ​ໜ້າ ​ຕາມ​ການ​ຢັ່ງ​ຫາງ​ສຽງ​ປະຊາຊົນຄັ້ງ​ຫລ້າ​ສຸດ​. (ເບິ່ງວີດີໂອ)

ທ່ານ Newt Gingrich ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ​ໄດ້​ຮັບ​ການ​ສະໜັບສະໜຸນ
ໃນ​ວັນ​ເສົາ​ວານ​ນີ້​ຈາກອະດີດ​ຄູ່​ແຂ່ງຄົນ​ນຶ່ງ ຄື ​ທ່ານ Herman Cain ​ເສດຖີ​ນັກທຸລະກິດ
pizza ຊຶ່ງ​ໄດ້​ຖອນ​ໂຕ​ອອກ​ຈາກ​ການແຂ່ງຂັນ​ໃນ​ຕົ້ນ​ເດືອນ​ທັນວາ​ຜ່ານ​ມາ ຫລັງ​ຈາກ​ທ່ານ
ຖືກ​ກ່າວ​ຫາ​ວ່າ​ ລວນ​ລາມ​ທາງ​ເພດຕໍ່​ແມ່ຍິງ​ຫລາຍ​ຄົນ​ແລະ​ບໍ່​ຊື່ສັດ​ຕໍ່​ພັນ​ລະຍາ.

ສ່ວນຜູ້​ສະມັກ​ເລືອກ​ຕັ້ງ​ອີກ 2 ທ່ານ ຄື: ທ່ານຣິກ ​ແຊນ​ທໍຣໍາ ອະດີດ​ສະມາຊິກ​ສະພາ​ສູງ
ສະຫະລັດ ຈາກ​ລັດ Pennsylvania ​ແລະ​ທ່ານRon Paul ສະມາຊິກ​ສະພາ​ຕໍ່າ​ສະຫະ
ລັດຈາກ​ລັດTexas ນັ້ນ ມີ​ຄະ​ແນນ​ນິຍົມລ້າ​ຫລັງຢ່າງ​ຫລວງຫລາຍ.

ເບິ່ງວີດີໂອລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG