ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີຣັດ​ເຊຍ ຢ້ຽມຢາມ ຈີນ​


Murad Rəhimov, İraq, Fəllucə.
Murad Rəhimov, İraq, Fəllucə.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້ເດີນທາງໄປ​ຮອດ​ປະ​ເທດ ຈີນ​ ​ເພື່ອ​ທໍາ​ການຢ້ຽມຢາມ ​ເປັນ​ເວລາ 3 ມື້ ​ເພື່ອ​ຍົກ​ລະດັບ​ການ​ຄ້າແລະການ​ຮ່ວມ​ມື​ກັນລະຫວ່າງ​ກັນ ໃນ​ເລື້ອງ​ບັນຫານະໂຍບາຍການ​ຕ່າງປະ​ເທດ​ ​ເຊັ່ນ: ​ເລື່ອງ ຊີ​ເຣຍ​ແລະ​ອິຣ່ານ.

ທ່ານ Putin ທີ່​ຫາ​ເດີນທາງໄປ​ຢ້ຽມຢາມ​ເອ​ເຊຍ​ເປັນ​ຄັ້ງ​ທໍາ​ອິດ ຫຼັງ​ຈາກ​ທີ່​ໄດ້ເຂົ້າຮັບຕໍາ​ແໜ່​ງ​ເປັນປະທານາທິບໍດີ ສະ​ໄໝ​ທີ 3 ​ໃນ​ເດືອນ​ແລ້​ວນີ້ ​ໄດ້​ພົບ​ປະກັບປະທານ​ປະ​ເທດ​ຈີນ ທ່ານ Hu Jintao ​ໃນ​ວັນ​ອັງຄານ​ມື້​ນີ້. ​ແລະທ່ານ​ພູ​ຕິນ​ຈະເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ ທີ່​ນະຄອນຫຼວງປັກ​ກິ່ງ ​ໃນ​ທ້າຍ​ສັບປະດາ​ນີ້​ເຊັ່ນ​ກັນ.

ຈີນ​ແລະຣັດ​ເຊຍ​ນັ້ນ ​ບໍ່ໄດ້​ເປັນພາຄີ​ກັນດັັ້ງ​ເດີມກັນ​ມາ​ກ່ອນ ​ແຕ່​ວ່າສາຍ​ພົວພັນ ລະຫວ່າງ​ສອງ​ປະ​ເທດ​ຄູ່​ແຂ່ງ​ໃນ​ສະ​ໄໝ​ສົງຄາມ​ເຢັນ ໄດ້​ຂະຫຍາຍ​ກ້ວາງອອກ​ແລະ​ແຂງ​ແຮງ​ຂຶ້ນ ໃນຫວ່າງບໍ່ເທົ່າ​ໃດເດືອນ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ທັງ​ສອງ​ປະ​ເທດ​ໄດ້ທໍາ​ງານ​ຮ່ວມ​ກັນ ​ເພື່ອ​ຕ້ານ​ຢັນ​ຕໍ່​ຄໍາ​ຮຽກຮ້ອງຂອງ​ນາໆ​ຊາດ ໃຫ້ເອົາ ປະທານາທິບໍດີ ຊິ​ເຣຍ ທ່ານ Bashar al-Assad ອອກຈາກ​ຕໍາແໜ່​ງ ທ່າມ ກາງຄວາມ​ຮຸນ​ແຮງທີ່​ຍັງ​ມີ​ມາ​ຢ່າງ​ຕໍ່ເນື່ອງ ຢູ່​ໃນ​ຊີ​ເຣຍນັ້ນ.

​ໂຄສົກ​ກຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Liu Weimin ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ປັກ​ກິ່ງ​ກັບ​ມອສ​ໂຄ ຍັງ​ຄົງ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ໃນ​ທ່າ​ທີ່​ຂອງ​ຕົນ​ກ່ຽວ​ກັບ​ຊີ​ເຣຍນັ້ນ.

ທັງ​ສອງ​ປະ​ເທດຍັງໄດ້​ຄັດ​ຄ້ານ​ຕໍ່​ການ​ເອົາ​ບາດກ້າວລົງໂທ​ດບັ້ນ​ໃໝ່​ຕໍ່​ອິຣ່ານ ຍ້ອນໂຄງການນີວ​ເຄລຍຂອງ​ອິຣ່ານ ທີ່​ບັນດາປະ​ເທດຕາ​ເວັນ​ຕົກນັ້ນສົງ​ໄສ​ວ່າ ​ມີ​ຈຸດປະສົງ​ໃນ​ການສ້າງລະ​ເບີດ​ປະ​ລໍາ​ມາ​ນູນັ້ນ.

ຄາດ​ວ່າ ​ເລື້ອງ​ການ​ຮ່ວມ​ມື​ທາງເສດຖະກິດ​ ຈະເປັນຫົວ​ຂໍ້​ສໍາຄັນສຸດຂອງ​ການ​ສົນທະນາ​ຫາລື​ກັນ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ພູ​ຕິນ​ ​ຄັ້ງ​ນີ້. ບັນດາເຈົ້າ​ໜ້າ​ທີ່ຄາດ​ວ່າ​ ຈະ​ໄດ້​ລົງ​ເຊັນ​ສັນຍາ​ຫຼາຍ​ສະບັບ ​ໃນ​ກາ​ນຍົກ​ລະດັບ ການ​ແລກປ່ຽນການຄ້າ​ລະຫວ່າງ​ກັນ ​ຂຶ້ນ​ໃຫ້​ມີ​ມູນ​ຄ່າ 100 ພັນ​ລ້ານ​ໂດ​ລ່າ ພາຍ​ໃນ​ປີ 2015.

​ໃນ​ສັບປະດາ​ນີ້ ທ່ານ Putin ຄາດ​ວ່າ​ຈະ​ພົບ​ປະ​ກັບບຸກຄົນທີ່ຄາດ​ວ່າ​ຈະ​ໄດ້​ຮັບຕໍາ​ແໜ່​ງທີ່​ສໍາຄັນ​ທາງ​ການ​ເມືອງ​ຂອງ​ຈີນ ເວລາ​ຈີນ​ທໍາ​ການ​ໂອນ​ອໍານາດ ທີ່​ມີ​ຂຶ້ນ 10 ປີ​ເທື່ອ​ນຶ່ງ​ນັ້ນ ໃນ​ທ້າ​ຍປີ​ນີ້. ​ຄືໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທ່ານ Putin ຈະ​ພົບ​ປະກັບຮອງ​ນາຍົກລັດຖະມົນຕີ Li Keeqiang ຜູ້​ທີ່​ຄາດ​ກັນ​ວ່າ​ຈະໄດ້​ຂຶ້ນເປັນ ນາຍົກລັດຖະມົນຕີຄົນ​ຕໍ່​ໄປ ​ແລະ​ທ່​ານ Xi Jinping ຜູ້​ຊຶ່ງ​ຄາດ​ກັນ​ວ່າຈະໄດ້ ເປັນ​ປະທານ​ປະ​ເທດ​ຈີນຄົນ​ຕໍ່​ໄປ.

XS
SM
MD
LG