ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອາຍາ ນາໆຊາດ ຕັດສິນຈຳຄຸກນາຍ Lubanga 14 ປີ​


ຂຸນ​ເສິກຄອງ​ໂກ ນາຍ Thomas Lubanga ​
ຂຸນ​ເສິກຄອງ​ໂກ ນາຍ Thomas Lubanga ​

​ສານ​ອາ​ຍາ​ນາໆ​ຊາດ ​ໄດ້​ຕັດສິນ​ໂທດຂຸນ​ເສິກຄອງ​ໂກ ນາຍ Thomas Lubanga ​
ໃຫ້ຈໍ​າຄຸກ 14 ປີ​ໃນ​ຖານທີ່​ໄດ້ໃຊ້​ພວກ​ເດັກນ້ອຍ​ເປັນ​ທະຫານ.

ສານ​ທີ່​ນະຄອນ Hague ​ໄດ້​ປະກາດ​ກ່ຽວ​ກັບ​ການ​ລົງໂທ​ດດັ່ງກ່າວ​ໃນ​ວັນ​ອັງຄານ​ມື້​ນີ້
ທີ່​ກ່າວ​ວ່າ ລາວ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້ ທີ່​ໜ້າ​ຈະເຂົ້າ​ໃຈດີ​ ເຖິງ​ຄວາມ​ຮ້າຍແຮງ ຂອງການ​
ກະທໍາຜິດທາງ​ອາຍາ​ທີ່​ວ່າ​ນີ້.

ມີ​ການ​ພົບ​ເຫັນ​ວ່າ ນາຍ Lubanga ​ມີ​ຄວາມ​ຜິດ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳສົງ​ຄາມ
​ໃນ​ເດືອນ​ມີນາຜ່ານ​ມາ ຍ້ອນ​ການໃຊ້​ພວກ​ທະຫານ​ເດັກນ້ອຍ​ເພື່ອ​ສູ້​ລົບ ​ໃນພາກ​ຕາ​ເວັນ​
ອອກ​ຂອງຄອງ​ໂກ ​ໃນ​ລະຫວ່າງ​ປີ 2002-2003.

ນາຍ Lubanga​ ແມ່ນ​ເປັນ​ຜູ້​ທໍາ​ອິດ​ທີ່​ໄດ້ຖືກຕັດສິນ​ລົງໂທດ​ໂດຍສານ​ອາຍາ​ນາໆ​ຊາດ
ຫຼື ICC​. ສານ​ໄດ້​ກ່າວ​ວ່າ ຈະ​ມີ​ການ​ນັບ​ເວລາ​ໃຫ້​ລາວໃນ​ລະຫວ່າງທີ່​ລາວ​ໄດ້​ຢູ່​ໃນ​ການ
ຄວບ​ຄຸມຂອງສານ​ອາ​ຍານາໆ​ຊາດ ນັບ​ຕັ້ງ​ແຕ່​ປີ 2006 ​ເປັນຕົ້ນມາ.

XS
SM
MD
LG