ຊາວເກົາຫຼີໃຕ້ກຸ່ມນຶ່ງໄດ້ພາກັນເລີ່ມຕົ້ນລອຍນໍ້າ ແບບປ່ຽນຜຽນກັນ ໄລຍະ 230 ກິໂລແມັດ ຈາກທ່າເຮືອງຝັ່ງຕາເວັນອອກ ໄປຍັງໝູ່ເກາະນຶ່ງ ທີ່ຍີ່ປຸ່ນອ້າງເອົາ ກໍາມະສິດນໍານັ້ນ.
ນັກຮ້ອງ Kim Jang-hoon ພ້ອມກັບນັກສຶກສາມະຫາວິທະຍາໄລອີກປະມານ 40 ຄົນ ໄດ້ພາກັນລອຍອອກຈາກທ່າເຮືອ Uljin ໃນວັນຈັນມື້ນີ້ ແລະວາງແຜນ ທີ່ຈະໃຫ້ໄປຮອດໝູ່ເກາະ Dokdo ທີ່ຊາວຍີ່ປຸ່ນເອີ້ນວ່າ Takeshima ນັ້ນ ໃນ ອີກ 2 ມື້ ຄືໃນຕອນບ່າຍວັນພຸດ ຈະມາເຖິງນີ້.
ການຂັດແຍ້ງກັນລະຫວ່າງສອງປະເທດນີ້ ກ່ຽວກັບໝູ່ເກາະດັ່ງກ່າວທີ່ເກີດຈາກຫີນໄຟທີ່ໄຫລມາຈາກພູໄຟເກົ່າທີ່ບໍ່ມີຜູ້ຢູ່ອາໄສນັ້ນ ໄດ້ເລີ້ມມີມາແບບອ່ອນໆເປັນເວລາຫຼາຍທົດສະວັດມາແລ້ວ. ການຂັດແຍ້ງກັນນີ້ໄດ້ລະເບີດຂຶ້ນມາອີກໃນອາທິດແລ້ວນີ້ ເວລາປະທານາທິບໍດີເກົາຫລີໃຕ້ ທ່ານ Lee Myuang-bak ໄປເບິ່ງໝູ່ເກາະເຫລົ່ານັ້ນ ທາງເຮືອບິນເຮລິຄອບເຕີ.
ຍີ່ປຸ່ມໄດ້ກ່າວໃນວັນເສົາແລ້ວນີ້ວ່າ ຕົນຈະເອົາເລື້ອງການຜິດຖຽງກັນທີ່ມີມາເປັນເວລາຍາວນານດັ່ງກ່າວນີ້ ຂຶ້ນຟ້ອງຕໍ່ສານນາໆຊາດ.