ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນຊີເຣຍ ກຽມປະທ້ວງ ປະຈໍາວັນສຸກ ຄັ້ງໃຫຍ່​ອີກ


ພວກປະທ້ວງຕໍ່ລັດຖະບານ Syria
ພວກປະທ້ວງຕໍ່ລັດຖະບານ Syria

ປະຊາຊົນຊີເຣຍກໍາລັງກຽມ​ໂຕ ສໍາລັບການປະທ້ວງອີກນຶ່ງມື້ ຕໍ່ຕ້ານປະທານາທິບໍດີ
Bashar al-Assad ​ໃນວັນສຸກມື້ນີ້ ມື້ນຶ່ງຫລັງຈາກ ທ່ານນາງລັດຖະມົນຕີຕ່າງປະເທດ
ສະຫະລັດ ຮິ​ລ​ແລຣີ ຄລິນຕັນ ໄດ້ຮຽກຮ້ອງໃຫ້ເພີ່ມຄວາມກົດດັນຂອງນາໆຊາດຕໍ່
ລັດຖະບານຂອງທ່ານ al-Assad.

ແຜນການເດີນຂະບວນປະທ້ວງ ແມ່ນມີຂຶ້ນ​ໃນມື້ວັນສຸກທໍາອິດຂອງເດືອນສັກສິດ
ມູສລິມ ຄື Ramadan ທີ່ໄດ້ເຫັນຄວາມວຸ້ນວາຍມາເປັນເວລາຫລາຍມື້ແລ້ວ ໃນການ
ກວາດລ້າງປາບ​ປາມພວກຄັດຄ້ານລັດຖະບານ​ໂດ​ຍລັດຖະບານຊີເຣຍນັ້ນ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ ຮິລແລຣີ ຄລິນຕັນ ກ່າວວ່າ ພວກເຈົ້າ
ໜ້າທີ່ສະຫະລັດເຊື່ອວ່າ ມີປະຊາຊົນຫລາຍກວ່າ 2,000 ຄົນເສຍຊີວິດ​ໃນການກວາດລ້າງ
ຂອງລັດຖະບານຊີເຣຍ ຕໍ່ພວກຄັດຄ້ານລັດຖະບານທີ່ຍືດເຍື້ອມາໄດ້ຫລາຍເດືອນ​ແລ້ວນັ້ນ.

ໃນ​ໂອກາດພົບປະກັບ ທ່ານ John Baird ຄູ່ຕໍາແໜ່ງຈາກຄານາດາ ຂອງທ່ານນາງ
ເມື່ອວັນພະຫັດວານນີ້ ລັດຖມົນຕີ​ຕ່າງປະ​ເທດ​ສະຫະລັດ ຂໍຮ້ອງໃຫ້ນາໆຊາດ ຈົ່ງຕອບ
ໂຕ້ຕໍ່ຄວາມຮຸນແຮງນີ້ ຢ່າງໜັກໜ່ວງແລະມີປະສິດທິຜົນຫລາຍຂຶ້ນ.

ທ່ານນາງຄລິນຕັນກ່າວວ່າ ສະຫະລັດແມ່ນສະໜັບສະໜຸນໂດຍເຕັມຕໍ່ ຖະແຫລງການ
ໃນ​ມື້​ວັນ​ພຸດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາ ຊາດ ທີ່ປະນາມການຝ່າ
ຝືນສິດທິມະນຸດຂອງຊີເຣຍນັ້ນ.

ແຕ່ທ່ານນາງກ່າວຍໍ້າວ່າ ຍັງມີ​ຄວາມ​ຈໍາ​ເປັນ​ສໍາລັບ​ການປະຕິບັດການເພີ່ມຕື່ມ
ເພື່ອເພີ່ມຄວາມກົດດັນນັ້ນ ໂດຍກ່າວວ່າ ບັນດາ​ປະ​ເທດຢຸໂຣບແລະ ອາຫຣັບ
ທັງຫລາຍຈໍາ​ເປັນ​ຕ້ອວຮ່ວມປະກອບສ່ວນກັບສະຫະລັດ ເພື່ອນໍາໃຊ້ການລົງໂທດ
ເພີ່ມຕື່ມຕໍ່ລັດຖະບານຊີເຣຍ ຊຶ່ງທ່ານນາງຄລິນຕັນກ່າວອີກວ່າ ບັດ​ນີ້ ປະທານາທິບໍດີ
Basha al-Assad ໄດ້ສູນເສຍຄວາມຖືກຕ້ອງຊອບທໍາຂອງທ່ານຢູ່ໃນຊີເຣຍໄປແລ້ວ.

ພວກນັກເຄຶ່ອນໄຫວກ່າວວ່າ ປະຊາຊົນຫລາຍກວ່າ 130 ຄົນ ຖືກເຂັ່ນຂ້າໃນທົ່ວຊີເຣຍ ໃນສະເພາະໄລຍະພຽງສີ່ມື້ຜ່ານມານີ້ເທົ່ານັ້ນ ​ແລະວ່າ ພວກເສຍຊີວິດສ່ວນໃຫຍ່
ແມ່ນຢູ່ໃນເມືອງຮາມາ ທີ່ຖືກປິດລ້ອມໂດຍກໍາລັງຝ່່າຍລັດຖະບານ ມານັບຕັ້ງແຕ່
ວັນອາທິດ.

ລັດຖະບານໄດ້ຖິ້ມໂທດຂອງການກໍ່ຄວາມຮຸນແຮງສ່ວນໃຫຍ່ ນັບຕັ້ງແຕ່ ການລຸກຮື ໄດ້ເລີ່ມຕົ້ນຂຶ້ນໃນເດືອນມີນາຜ່ານມານັ້ນ ​ໃສ່ອັນທີ່ລັດຖະບານເອີ້ນວ່າ ພວກກໍ່ການ ຮ້າຍແລະພວກຫົວຮຸນແຮງ.

XS
SM
MD
LG