ສື່ມວນຊົນໃນອິຣ່ານກ່າວວ່າ ປະທານາທິບໍດີ Mah-
moud Ahmadinejad ໄດ້ໄລ່ທີ່ປຶກສາ 14 ຄົນອອກ
ຈາກໜ້າທີ່ ຊຶ່ງເປັນສ່ວນນຶ່ງໃນການປ່ຽນແປງຄະນະ
ບໍລິຫານຂອງທ່ານ.
Website ຕ່າງໆໃນອີຣ່ານລາຍງານໃນວັນອາທິດຜ່ານມາ
ນີ້ວ່າ ທ່ານ Mahmoud Ahmadinejad ໄດ້ປົດທີ່ປຶກ
ສາ 14 ຄົນອອກຈາກໜ້າທີໃນມື້ກ່ອນກໍຄືໃນມື້ວັນເສົາ.
ແຕ່ທາງສໍານັກງານຂອງປະທານາທິບໍດີ ຍັງບໍ່ໄດ້ໃຫ້ການ
ຢືນຢັນກ່ຽວກັບການປົດທີ່ປຶກສາເຫລົ່ານັ້ນ.
ໃນເດືອນແລ້ວນີ້ ປະທານາທິບໍດີຂອງອີຣ່ານ ກໍໄດ້ປົດທ່ານ
Manouchehr Mottak ລັດຖະມົນຕີການຕ່າງປະເທດ
ອອກເຊັ່ນກັນ ໃນຂະນະທີ່ທ່ານ Mottaki ກໍາລັງທໍາການ
ຢ້ຽມຢາມປະເທດ Senegal ຢ່າງເປັນທາງການ.
ຫົວໜ້າດ້ານນີວເຄລຍຂອງອີຣ່ານ ທ່ານ Ali Akbar Salehi ໄດ້ຖືກແນະນໍາວ່າ
ເປັນຜູ້ຮັກສາການແລະກໍາຕໍ່າແໜ່ງລັດຖະມົນຕີການຕ່າງປະເທດແທນ ໃນພິທີທີ່ຈັດຂຶ້ນ
ເປັນຂີດໝາຍການລາອອກຂອງທ່ານ Mottaki ແຕ່ທ່ານ Mottaki ບໍ່ໄດ້ໄປຮ່ວມນໍາ.
ທ່ານ Mottaki ເອີ້ນການປົດທ່ານອອກໂດຍທ່ານ Ahmadinejad ນັ້ນວ່າ ເປັນການໝິ່ນ
ປະໝາດທ່ານ ແລະບໍ່ແມ່ນວິທີການຂອງສາສະໜາອີສລາມ.