ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍປະນາມ ການຕັດສິນໂທດຈໍາຄຸກ ນາຍ Victor Bout 25 ປີ


ນາຍ Victor Bout
ນາຍ Victor Bout

ກະຊວງ​ການ​ຕ່າງ​ປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ໂຈມ​ຕີ​ສະຫະລັດ ​ທີ່​ໄດ້​ຕັດສິນ​ໂທດ ຈໍາຄຸກ
25 ປີ ຕໍ່ນາຍ Victor Bout ນັກຄ້າອາວຸດຊາວຣັດເຊຍ.

ຄໍາ​ຖະ​ແຫລ​ງສະບັບ​ນຶ່ງຈາກກະຊວງ​ການ​ຕ່າງ​ປະ​ເທດຣັດ​ເຊຍ ວັນສຸກມື້ນີ້ ກ່າວຫາສານ
ສະຫະລັດວ່າ ປະຕິບັດ​ຕາມ​ອັນ​ທີ່​ເຫັນ​ໄດ້​ແຈ້ງວ່າ ​ເປັນ​ຄໍາ​ສັ່ງ​ທາງການເມືອງ.

ຜູ້​ພິພາກສາ​ສະຫະລັດທ່ານ​ນຶ່ງໄດ້ຕັດສິນຈໍາຄຸກ ນາຍ Bout 25 ປີ ໃນຄະດີຂາຍລູກ​ສອນ​ໄຟໃຫ້ພວກກະບົດໂຄລໍາເບຍ. ທາງໄອຍະການໄດ້ຟ້ອງ​ຮ້ອງ​ນາຍ Bout ໃນຂໍ້​ຫາເປັນ
ຜູ້ກໍ່ການຮ້າຍ ແລະເອີ້ນ​ຜູ້ກ່ຽວວ່າ “ພໍ່ຄ້າເພັດຊະຄາດ.”

ໃນຕອນທີ່ສານຕັດສິນ​ໂທດນັ້ນ ນາຍ Bout ໄດ້ຮ້ອງອອກມາ​ແຮງໆວ່າ ຂໍ້​ກ່າວ​ຫາ​
ຕໍ່​ຕົນ​ນັ້ນແມ່ນຄໍາຕ໊ວະລ່າຍ ແລະວ່າຕົນເປັນນັກທຸລະກິດທີ່ຖືກຕ້ອງ​ຕາມ​ກົດໝາຍ.
ທະນາຍຄວາມຂອງຜູ້ກ່ຽວ​ເວົ້າວ່າ ຈະຍືນອຸທອນໃຫ້ເຖິງທີ່ສຸດ ຈົນຮອດສານສູງ ຖ້າວ່າ
ຈໍາເປັນ.

ບັນດາໄອຍະການຂອງລັດຖະບານກາງໄດ້ກ່າວວ່າ ການຂາຍອາວຸດຂອງ​ນາຍ​ບຸດ ແມ່ນ
ໄດ້ຊ່ວຍຈຸດຂະນວນກໍ່ໃຫ້ເກີດສົງຄາມໃນອາຟຣິກາ ​ແລະວ່າ ຜູ້ກ່ຽວ​ມີ​ແຜນ​ຈະຂາຍລູກ​
ສອນ​ໄຟ​ຕໍ່ຕ້ານ​ອາກາດ​ສະຍານ ໃຫ້ພວກກະບົດໂຄລໍາເບຍ ເພື່ອ​ໃຊ້ຍິງເຮືອບິນເຮລິຄົບເຕີ
ຂອງສະຫະລັດ.

ສາຍ​ລັບສະຫະລັດທີ່​ປອມ​ໂຕ​ເປັນ​ພວກ​ກະບົດ​ໄປ​ຕິດ​ຕໍ່​ຂໍ​ຊື້ອາ​ວຸດ​ຈາກ ນາຍ Bout ​ແລະ
ໄດ້ຈັບຜູ້​ກ່ຽວທີ່ປະເທດໄທ ໃນປີ 2008. ຜູ້ກ່ຽວ​ໄດ້​ຖືກ​ສົ່ງມາຍັງສະຫະລັດ ​ເພື່ອດໍາເນີນ
ຄະດີ ແລະ​ຖືກຕັດສິນ​ວ່າ​ມີຄວາມຜິດ ໃນເດືອນ​ພະຈິກປີ​ກາຍນີ້.

XS
SM
MD
LG