ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວເຊື່ອວ່າ disregard


ເອກອັກຄະລັດຖະທູດລາວປະຈໍາປະເທດໄທເຊື່ອໝັ້ນວ່າລັດຖະບານລາວຈະສາມາດລົບລ້າງ ຄວາມຍາກຈົນໃຫ້ ໝົດໄປຈາກປະເທດລາວໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ 2015.

ທ່ານອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວປະຈໍາປະເທດໄທ ໄດ້ໃຫ້ການຢືນຢັນກັບວີໂອເອ ເນື່ອງໃນ ໂອກາດການສະເຫລີມສະຫລອງການສະຖາປະນາ ສປປ.ລາວ ຄົບຮອບ 35 ປີ ເມື່ອວັນທີ່ 2 ເດືອນທັນວາ ທີ່ຜ່ານມານີ້ວ່າເປັນເປົ້າໝາຍສໍາຄັນທີ່ສຸດຂອງລັດຖະບາບລາວໃນໄລຍະ 5 ປີຕໍ່ໄປນີ້ ກໍຄືການພັດທະນາທຸກ ຄວາມສາມາດເພື່ອເຮັດໃຫ້ປະຊາຊົນລາວລຸດພົ້ນຈາກຄວາມທຸກຈົນໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2015.

ໂດຍເມື່ອພິດຈາລະນາຈາກຜົນການດໍາເນີນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວໃນ ໄລຍະ 5 ປີທີຜ່ານມາກໍຄືຈາກປີ 2006-2010 ນັ້ນ ແລະເມື່ອປະກອບກັບການທີ່ປະເທດລາວເອງກໍມີທ່າແຮງ ບົ່ມຊ້ອນໃນດ້ານຊັບພະຍາກອນທໍາມະຊາດ ລວມເຖິງການມີທີ່ຕັ້ງຢູ່ໃນເຂດໃຈກາງທີ່ສາມາດເຊື່ອມຕໍ່ໃນດ້ານ ຄົມມະນາຄົມ-ຂົນສົ່ງໄດ້ກັບທຸກປະເທດໃນເຂດລຸ່ມແມ່ນໍ້າຂອງດ້ວຍແລ້ວຈຶ່ງເຊື່ອວ່າລັດຖະບານລາວຈະສາມາດ ບັນລຸເປົ້າໝາຍດັ່ງກ່າວໃນຈິງ ດັ່ງທີ່ທ່ານອ້ວນ ໄດ້ເນັ້ນຍໍ້າກັບວີໂອເອໃນຕອນນຶ່ງວ່າ:

“ພວກຂ້າພະເຈົ້າກໍເຊື່ອວ່າຄວາມອາດສາມາດນັ້ນເປັນໄປໄດ້ ເພາະວ່າປະເທດລາວຂອງພວກຂ້າພະເຈົ້າກໍມີ ເງື່ອນໄຂຫລາຍດ້ານ ມີຊັບພະຍາກອນທໍາມະຊາດທີ່ຮັ່ງມີສົມຄວນ ແລະໃນປັດຈຸບັນຫລາຍປະເທດກໍໄດ້ເຂົາໄປ ລົງທຶນໃນລາວແລະໂຄງການໃຫຍ່ໃນຕໍ່ໜ້ານີ້ ພວກຂ້າພະເຈົາກໍຈະເລັ່ງໃສ່ການພັດທະນາທາງລົດໄຟຈາກປະ ເທດຈີນມາສູ່ນະຄອນວຽງຈັນ ແລະພ້ອມດຽວກັນກໍຈະພັດທະນາພະລັງງານໄຟຟ້າ ຊຶ່ງຄາດວ່າໃນປີ 2015 ນີ້ກໍຈະສໍາເລັດປະມານ 10 ກວ່າໂຄງການ”

ທັງນີ້ໂດຍໃນໄລຍະແຜນການພັດທະນາປະຈໍາປີ 2001-2005 ທີ່ເສດຖະກິດຂອງລາວມີການຂະຫຍາຍຕົວໃນ ອັດຕາສະເລ່ຍ 6.2% ຕໍ່ປີ ແລະກໍເພີ່ມຂຶ້ນເປັນ 7% ຕໍ່ປີ ໃນໄລຍະປີ 2006-2010 ນີ້ກໍໄດ້ເປັນຜົນເຮັດໃຫ້ ປະຊາຊົນທັງໝົດໃນປີ 1990 ມາເປັນ 26% ຂອງຈໍານວນປະຊາກອນລາວທັງໝົດທີ່ມີຢູ່ 6 ລ້ານກວ່າຄົນໃນ ປັດຈຸບັນນີ້. ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວໄດ້ວາງແຜນການທີ່ຈະດຶງດູດເອົາການລົງທຶນ ຈາກຕ່າງປະເທດໃຫ້ໄດ້ໃນມູນຄ່າລວມເຖິງ 4 ໝື່ນລ້ານໂດລາ ສໍາລັບໂຄງການຂະໜາດໃຫຍ່ ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ ໂດຍທີ່ສໍາຄັນນັ້ນ ກໍຄືໂຄງການສ້າງທາງລົດໄຟຈາກນະຄອນ ວຽງຈັນໄປປະເທດຈີນ ໂຄງການຂະຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງ ແຫ່ງຊາດຂະໜານກັບເສັ້ນທາງເລກ 3 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງດ່ວນໄປ ຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮບ໊ອກໄຊຕ໌ຢູ່ພາກໃຕ້ເປັນຕົ້ນ.

ສ່ວນໃນໄລຍະແຜນການພັດທະນາປະຈໍາປີ 2010-2011 ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6 ລ້ານກີບ ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ ແລະການທີ່ຈະເຮັດໃຫ້ເປົ້າໝາຍດັ່ງກ່າວສາມາດເກີດຂຶ້ນໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນທີ່ຈະຕ້ອງຊຸຸກຍູ້ ໃຫ້ການຜະລິດໃນພາກກະສິກໍາ-ປ່າໄມ້ມີການຂະຫຍາຍຕົວເພີ່ມຂຶ້ນບໍ່ໜ້ອຍກວ່າ 3.5% ແລະພາກບໍລິການກໍ ຈະຕ້ອງຂະຫຍາຍຕົວບໍ່ຕໍ່າກວ່າ 6.7% ສ່ວນພາກອຸດສາຫະກໍານັ້ນກໍຈະຕ້ອງຂະຫຍາຍຕົວເຖິງ 17.3%

ສໍາລັບໃນໄລຍະແຜນການພັດທະນາປະຈໍາປີ 2009-2010 ທີ່ໄດ້ສິ້ນສຸດແຜນການລົງໃນເດືອນກັນຍາທີ່ຜ່ານ ມານີ້ ກໍປາກົດວ່າ GDP ຂອງລາວໄດ້ຂະຫຍາຍຕົວໃນອັດຕາສະເລ່ຍ 7.8% ຊຶ່ງເຮັດໃຫ້ GDP ຂອງລາວມີ ມູນຄ່າລວມເຖິງ 54,225 ຕື້ກີບ ຫລືປະມານ 6,450 ລ້ານຕາມອັດຕາແລກປ່ຽນໃນປັດຈຸບັນ ໂດຍພາກການ ຜະລິດທີ່ມີການຂະຫຍາຍຕົວເພີ່ມຂຶ້ນຫລາຍທີ່ສຸດນັ້ນ ກໍຄືພາກອຸດສາຫະກໍາທີ່ຂະຫຍາຍຕົວເຖິງ 17% ຕິດຕາມດ້ວຍພາກບໍລິການທີ່ຂະຫຍາຍຕົວເຖິງ 6.7% ແລະພາກກະສິກໍາ-ປ່າໄມ້ ກໍຂະຫຍາຍຕົວເຖິງ 3.2%

ກ່ຽວຂ້ອງກັນ

XS
SM
MD
LG